
ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ຈັດກອງປະຊຸມທາບທາມບຸກຄະລາກອນ ແລະ ປັບປຸງແບບແຜນວິທີເຮັດວຽກຂັ້ນຂະແໜງ.
ໃນຄັ້ງວັນທີ 6 ມີນາ 2026, ທີ່ຫ້ອງປະຊຸມສະຖານີວິທະຍຸກະຈາຍສຽງແຂວງ. ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະດຳລົງຕຳແໜ່ງເປັນຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງ ເພື່ອປັບປຸງກົນໄກການຄຸ້ມຄອງພະນັກງານ-ລັດຖະກອນແນໃສ່ຍົກສູງຄຸນນະພາບ ແລະ ປະສິດທິພາບຂອງກົງຈັກການເມືອງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ທັນສະໄໝ. ໂດຍການເປັນປະທານຂອງທ່ານ ສຸດໃຈ ໄຊຍະວົງ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.

ກອງປະຊຸມໄດ້ເລີ່ມຕົ້ນດ້ວຍການກ່າວຈຸດປະສົງທີ່ເນັ້ນໜັກເຖິງຄວາມຈຳເປັນພາວະວິໄສ ໃນການຍົກສູງບົດບາດການນຳພາຂອງພັກ ຕໍ່ກັບວຽກງານຄຸ້ມຄອງລັດ. ເຊິ່ງປະທານກອງປະຊຸມ ທ່ານ ສຸດໃຈ ໄຊຍະວົງ ໄດ້ໃຫ້ທິດຊີ້ນຳຢ່າງເດັດຂາດວ່າ: “ການປັບປຸງກົງຈັກ ແລະ ແບບແຜນວິທີເຮັດວຽກ ບໍ່ແມ່ນພຽງແຕ່ການປ່ຽນແປງທາງດ້ານເຕັກນິກ, ແຕ່ແມ່ນການທົດສອບຄຸນທາດການເມືອງ ແລະ ຄວາມຮັບຜິດຊອບຂອງພະນັກງານຕໍ່ໜ້າໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ.” ສະນັ້ນຜູ້ທີ່ຈະມາດຳລົງຕຳແໜ່ງບໍລິຫານຂັ້ນຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງຕ້ອງແມ່ນຜູ້ທີ່ມີຄຸນສົມບັດ, ສິນທຳປະຕິວັດ, ມີວິໄສທັດທີ່ຊັດເຈນ, ມີລະດັບວິຊາສະເພາະທີ່ແນ່ນອນ ແລະ ຜ່ານການຍົກລະດັບທາງດ້ານທິດສະດີການເມືອງ ແລະ ການປົກຄອງລະດັບຂັ້ນຕົ້ນຂຶ້ນໄປ. ຈາກນັ້ນ, ທ່ານ ບຸນທ່ຽງ ພອນວິໄລ ຫົວໜ້າຂະແໜງບໍລິຫານ-ການເງິນ-ຈັດຕັ້ງພະນັກງານ ໄດ້ຜ່ານດຳລັດວ່າດ້ວຍມາດຕະຖານຕຳແໜ່ງບໍລິຫານຂອງລັດຖະກອນ ແຫ່ງ ສປປ ລາວ. ເຊິ່ງເປັນບາດກ້າວອັນສຳຄັນໃນການຫັນເອົາວຽກງານພະນັກງານເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ, ຮັບປະກັນໃຫ້ຜູ້ທີ່ຂຶ້ນມາກຳອຳນາດບໍລິຫານຕ້ອງມີທັງ “ຄຸນນະພາບ” ແລະ “ສັກກາຍະພາບ” ທີ່ຄົບຖ້ວນຕາມມາດຕະຖານທີ່ກຳນົດໄວ້. ພ້ອມກັນນັ້ນ, ພາຍໃນກອງປະຊຸມກໍ່ໄດ້ມີການທາບທາມບຸກຄະລາກອນ (ຮອບທີ 1 ແລະ ຮອບທີ 2) ໄດ້ດຳເນີນໄປຢ່າງເປັນຂະບວນຟົດຟື້ນ ແລະ ມີລັກສະນະປະຊາທິປະໄຕສູງ ພາຍໃຕ້ການຕິດຕາມຢ່າງໃກ້ຊິດຂອງຄະນະຈັດຕັ້ງຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງ. ການລົງຄະແນນສຽງທາບທາມໃນຄັ້ງນີ້ ຖືເປັນການສະແດງອອກເຖິງຄວາມເປັນເອກະພາບພາຍໃນພັກ ແລະ ອົງການຈັດຕັ້ງລັດ, ເພື່ອຄັດເລືອກເອົາບຸກຄະລາກອນທີ່ມີມາດຖານເງື່ອນໄຂຄົບຖ້ວນ, ມີແບບແຜນວິທີເຮັດວຽກທີ່ມີວິທະຍາສາດ ແລະ ໃກ້ຊິດກັບມະຫາຊົນ. ກອງປະຊຸມໄດ້ອັດລົງດ້ວຍໝາກຜົນອັນຈົບງາມ, ສ້າງໄດ້ຄວາມເຊື່ອໝັ້ນອັນໜັກແໜ້ນໃຫ້ແກ່ພະນັກງານທົ່ວອົງການ. ນີ້ບໍ່ພຽງແຕ່ແມ່ນການຈັດຕັ້ງປະຕິບັດຕາມກຳນົດການເທົ່ານັ້ນ, ແຕ່ແມ່ນການສ້າງບາດກ້າວບຸກທະລຸໃນການປັບປຸງກົງຈັກການຈັດຕັ້ງໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອແບກຫາບພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ຢ່າງມີໄຊ.

