ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ສະຫຼຸບວຽກງານຮອບດ້ານ ປະຈຳປີ 2025 ແລະວາງທິດທາງແຜນການປີ 2026

ຄະນະໂຄສະນາອົບຮົມແຂວງສະຫຼຸບວຽກງານຮອບດ້ານ ປະຈຳປີ 2025 ແລະວາງທິດທາງແຜນການປີ 2026
   ໃນວັນທີ 03 ກຸມພາ 2026, ທີ່ຫ້ອງປະຊຸມຂອງພະແນກ ວັດທະນະທຳ ແລະການທ່ອງທ່ຽວແຂວງ. ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດໄດ້ຈັດ ກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມ ປະຈຳປີ 2025 ແລະວາງທິດທາງແຜນການປີ 2026 ຂອງຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໂດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານມີ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ, ທ່ານ ພູລຳພອນ ສີຫາວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານຈາກພະແນກການ ແລະກົມກອງຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມ.
   ໃນວາລະກອງປະຊຸມ, ທ່ານ ພູລຳພອນ ສີຫາວົງ ໄດ້ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ, ຈາກນັ້ນ ທ່ານ ສຸດໃຈ ໄຊຍະວົງ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດສະຫຼຸບໃນປີ 2025 ທີ່ຜ່ານມາ ພ້ອມທັງຜ່ານທິດທາງແຜນການໃນປີ 2026 ຕື່ມອີກ ເຊິ່ງໃນນີ້ມີບາງຕອນທ່ານກ່າວວ່າ: ຄະນະໂຄສະນາອົບຮົມແຂວງແມ່ນອົງການຈັດຕັ້ງຂອງແຂວງມີຖານະບົດບາດເທ່ົ່າທຽມກັບບັນດາພະແນກການ, ອົງການຕ່າງໆຂອງແຂວງ, ເປັນເສນາທິການໃຫ້ຄະນະບໍລິຫານງານພັກແຂວງ ແລະຄະນະໂຄສະນາອົບຮົມສູນກາງພັກ, ເຮັດໜ້າທີ່ໂຄສະນາສຶກສາອົບຮົມການເມືອງ-ແນວຄິດ, ເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິ, ຄຳສັ່ງທີ່ຂັ້ນເທິງວາງອອກ. ຄະນະໂຄສະນາອົບຮົມແຂວງ ປະກອບມີ 4 ຂະແໜງການ ແລະ 1ກອງວິຊາການ ຄື: ຂະແໜງບໍລິຫານ,ຈັດຕັ້ງ, ກວດກາ, ຂະແໜງອົບຮົມ, ຂະແໜງໂຄສະນາປາຖະກະຖາ-ເຄື່ອນທີ່, ຂະແໜງຄົ້ນຄວ້າສັງລວມຂໍ້ມູນຂ່າວສານ ແລະເກັບກຳຫາງສຽງສັງຄົມ ແລະກອງວິຊາການສື່ມວນຊົນ.
ໃນໄລຍະຜ່ານມາ, ດ້ານວຽກງານອົບຮົມໄດ້ມີການສົມທົບກັບຄະນະພັກເມືອງ, ນະຄອນ, ພະແນກການ,ກົມກອງຈັດຕັ້ງອົບຮົມແນວທາງນະໂຍບາຍຂອງພັກ, ລະບຽບ, ກົດໝາຍຂອງລັດ ເປັນຕົ້ນແມ່ນໄດ້ຈັດໃຫ້ມີການອົບຮົມໃຫ້ພະນັກງານນຳພາ-ຄຸ້ມຄອງຂັ້ນບ້ານ ໃນຫົວຂໍ້ຄວາມຮູ້ພື້ນຖານການເມືອງ-ການປົກຄອງ, ຍູ້ແຮງຂະບວນການກະກຽມ ແລະດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ເຜີຍແຜ່ຜົນສໍາເລັດມະຕິຂອງຄະນະບໍລິຫານງານສູນກາງພັກວ່າດ້ວຍການປັບປຸງກົງຈັກລັດ ໄດ້ທັງໝົດ 3 ຄັ້ງ, ມີຜູ້ເຂົ້າຮ່ວມ 413 ຄົນ, ຍິງ 61 ຄົນ, ແຈກຍາຍປຶ້ມການນຳໃຊ້3ບາດຄ້ອນຍຸດທະສາດເຂົ້າໃນການຢຶດອຳນາດໃນປີ 1975 ຂອງທ່ານ ຄຳໄຕ ສີພັນດອນ ໃຫ້ 14 ເມືອງ 1 ນະຄອນໄດ້ທັງໝົດ 1,094 ຫົວ, ຜ່ານມາໄດ້ຈັດຕັ້ງໂຄສະນາປາຖະກະຖາເລົ່າມູນເຊື້ອວັນສຳຄັນຕ່າງໆຂອງພັກ, ຂອງຊາດ, ຂອງສາກົນ ຕິດພັນກັບການສະເຫຼີມສະຫຼອງສາມວັນປະຫວັດສາດຄື: ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ ແລະວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 50 ປີ ໃຫ້ຖັນແຖວພະນັກງານ-ສະມາຊິກພັກ ຕະຫຼອດຮອດພໍ່ແມ່ປະຊາຊົນຢ່າງເປັນປົກກະຕິຕໍ່ເນື່ອງໃນແຕ່ລະເດືອນ ຕາມເອກະສານຄູ່ມືຂອງຄະນະໂຄສະນາອົບຮົມສູນກາງພັກກຳນົດອອກໄດ້ທັງໝົດ 376 ຄັ້ງ ເຊິ່ງມີຈຳນວນພົນເຂົ້າຮ່ວມທັງໝົດ 36,602 ຄົນ, ຍິງ 17,163 ຄົນ, ນອກນັ້ນໃນກອງປະຊຸມຄັ້ງນີ້ຍັ“ໄດ້ລາຍງານໃຫ້ຮູ້ກ່ຽວກຫບວຽກງານໂຄສະນາເຄື່ອນທີ່, ວຽກງານສັງລວມຂໍ້ມູນຂ່າວສານ, ເກັບກຳກາ“ສຽງສັງຄົມ ແລະວຽກງານກອງວິຊາການສື່ມວນຊົນ ໄດ້ຈັດສົ່ງດອກສານໃຫ້ພະແນກການເງິນແຂວງກ່ຽວກັບແຜນຂໍຊຸດໂທລະໂຄ່ງຈຳນວນ 30 ຊຸດໃຫ້ 13 ເມືອງ, 1ນະຄອນ(ແຜນປີ2025)ແລະແຜນຂໍທຶນຊື້ໂທລະໂຄ່ງ 150 ຊຸດຈາກ ສສ ຫວຽດນາມ(ສະເໜີຕໍ່ພະແນກການເງິນເອົາເຂົ້າແຜນແລ້ວ), ປະຈຸບັນໃນທົ່ວແຂວງມີຈຳນວນໂທລະໂຄ່ງ 1,048 ບ້ານ, ໃນນັ້ນ 150 ບ້ານບໍ່ມີໂທລະໂຄ່ງ, ສົ່ງແຈ້ງການກ່ຽວກັບລົງທະບຽນສື່ສັງຄົມອອນລາຍທົ່ວແຂວງສະຫວັນນະເຂດໃຫ້ 14 ເມືອງ 1 ນະຄອນ, ປະສານກ່ຽວກັບການເສຍຄ່າທຳນຽມປະຈຳປີ 2025 ຂອງໂທລະພາບບໍ່ໃຊ້ສາຍແຂວງສະຫວັນນະເຂດ(ມອບຄ່າທຳນຽມສຳເລັດ), ໄດ້ສຳເລັດການມອບ-ຮັບເຄື່ອງຮັບສັນຍານດີຈິຕັອນໃຫ້ພະແນກ ຖວທ ແຂວງ ທີ່ບໍລິສັດໃຫ້ນະໂຍບາຍໃນການນຳໃຊ້ສັນຍານໂດຍບໍ່ເສຍຄ່າທັງໝົດ 5 ເຄື່ອງ, ເກັບກຳສະຖິຕິພາຫະນະສື່ມວນຊົນທຸກປະເພດປະຈຳ 9 ເດືອນໃຫ້ກົມສື່ມວນຊົນສູນກາງ, ເຂົ້າຮ່ວມຝຶກອົບຮົມວຽກງານໂຄສະນາຜ່ານໂທລະໂຄ່ງກ່ຽວກັບລະເບີດບໍ່ທັນແຕກໃຫ້ເມືອງເປົ້າໝາຍ, ເຂົ້າຮ່ວມຊຸດຝຶກອົບຮົມວຽກງານທ່ອງທ່ຽວ ແລະແຜນການຕະຫຼາດທ່ອງທ່ຽວສຳລັບຕົວເມືອງເກົ່າ, ສຳເລັດການປະກອບສ່ວນດ້ານໂຄສະນາ ປະຊາສຳພັນວຽກງານສື່ມວນຊົນໃຫ້ແກ່ງານສະຫວັນສຸກສັນຫັນສາ ຕິດພັນກັບປີທ່ອງທ່ຽວລາວ ແລະວຽກງານອື່ນໆທີ່ນອນໃນຂົງເຂດວຽກງານໂຄສະນາອົບຮົມແຂວງກໍ່ໄດ້ນຳມາສະເໜີໃນກອງປະຊຸມຄັ້ງນີ້. ພ້ອມນັ້ນ, ບັນດາພາກສ່ວນຕ່າງໆທີ່ເຂົ້າຮ່ວມກອງປະຊຸມກໍ່ໄດ້ປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແລະມີຄວາມໝາຍອັນໜັກແໜ້ນ.
ໃນໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມ ເຊິ່ງໃນແຕ່ລະບັນຫາທີ່ທ່ານໄດ້ຍົກຂຶ້ນມາ ລ້ວນແຕ່ແມ່ນພຶດຕິກຳຕົວຈິງທີ່ຕິດພັນກັບວົງອ້ອມຂອງວຽກງານໂຄສະນາອົບຮົມແຂວງ ເຊິ່ງໄດ້ກາຍເປັນເຂັມທິດເຍືອງທາງອັນສຳຄັນໃຫ້ແກ່ການດຳເນີນວຽກງານຂອງຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ເກີດປະສິດທິຜົນສູງຂຶ້ນ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa