
ສຳເລັດກອງປະຊຸມໃຫຍ່ສະມາຊິກພັກຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ
ກອງປະຊຸມໃຫຍ່ສະມາຊິກພັກຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 31 ທັນວາ 2025, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກິດຕິມະສັກຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ, ພາຍໃຕ້ການເປັນປະທານນຳພາກອງປະຊຸມຂອງສະຫາຍ ປອ ພູລຳພອນ ສີຫາວົງ ກຳມະການປະຈຳພັກແຂວງ ເລຂາພັກຮາກຖານຄະນະໂຄສະນາອົບຮົມແຂວງ, ມີບັນດາແຂກຖືກເຊີນ ພ້ອມດ້ວຍບັນດາສະຫາຍຜູ້ແທນສົມບູນຈຳນວນ 55 ສະຫາຍ, ຍິງ 23 ສະຫາຍເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ປອ ພູລຳພອນ ສີຫາວົງ ໄດ້ກ່າວໄຂກອງປະຊຸມໃຫຍ່ຄັ້ງນີ້ຢ່າງເປັນທາງການ, ຈາກນັ້ນ ສະຫາຍ ສົມໃຈ ສີສົມພອນ ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ເພື່ອຕີລາຄາຄືນການນຳພາ-ຊີ້ນຳການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະ 5 ປີຜ່ານມາ ພ້ອມທັງວາງທິດທາງແຜນການໃນ 5 ປີຕໍ່ໜ້າ, ຄະນະໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງໃນເມື່ອກ່ອນ ເປັນໜ່ວຍພັກຮາກຖານເອກະລາດທີ່ຂຶ້ນກັບຄະນະປະຈໍາພັກແຂວງ, ມາຮອດວັນທີ 12 ສິງຫາ 2025 ຄະນະພັກຂັ້ນເທິງໄດ້ມີມະຕິຕົກລົງຍຸບໜ່ວຍພັກ, ປະກາດສ້າງຕັ້ງຄະນະພັກຮາກຖານ ແລະບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ເຊິ່ງປະກອບມີຄະນະພັກຮາກຖານ 5 ສະຫາຍ, ມີ 5 ໜ່ວຍພັກຂຶ້ນກັບ. ປະຈຸບັນ ມີສະມາຊິກພັກທັງໝົດ 80 ສະຫາຍ, ຍິງ 30 ສະຫາຍ, ສໍາຮອງ 1 ສະຫາຍ, ຍິງ 1 ສະຫາຍ, ໃນນີ້ ມີສະມາຊິກພັກບຳນານ 19 ສະຫາຍ, ຍິງ 8 ສະຫາຍ, ຜ່ານມາ ຄະນະພັກໄດ້ຖືສຳຄັນຕໍ່ວຽກງານການເມືອງ-ແນວຄິດ ເຮັດໃຫ້ບັນດາສະມາຊິກພັກ, ພະນັກງານມີຄວາມຮັບຮູ້ ແລະເຂົ້າໃຈເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມີຄວາມສາມັກຄີພາຍໃນໜັກແໜ້ນ, ມີແນວຄິດອຸ່ນອ່ຽງທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະໄດ້ພ້ອມກັນເອົາໃຈໃສ່ຕໍ່ການຈັດຕັ້ງປະຕິບັດວຽກງານຕາມສິດ, ໜ້າທີ່ ແລະພາລະບົດບາດຂອງຕົນ ຈົນໄດ້ຮັບຜົນສຳເລັດໃນຫຼາຍດ້ານເປັນຕົ້ນ: ໄດ້ຈັດຕັ້ງປາຖະກະຖາວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະວັນເກີດຂອງບັນດາທ່ານຜູ້ນຳ ແລະວັນສຳຄັນອື່ນໆ ໄດ້ 72 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 178,560 ເທື່ອຄົນ, ໄດ້ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າ ໄດ້ 77 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 1,948 ຄົນ, ໄດ້ຕິດຕາມ ແລະເກັບກໍາຫາງສຽງສັງຄົມຢູ່ບັນດາເມືອງ ແລະພະແນກການອ້ອມຂ້າງແຂວງ ເພື່ອສະຫຼຸບສັງລວມລາຍງານວຽກງານປະຈຳເດືອນ ລາຍງານໃຫ້ຄະນະປະຈໍາພັກແຂວງ ແລະຄະນະໂຄສະນາອົບຮົມສູນກາງພັກ; ພ້ອມດຽວກັນນີ້ ຍັງໄດ້ສຸມໃສ່ໃນການຕິດຕາມກວດກາການເຄື່ອນໄຫວດ້ານຖະແຫຼງຂ່າວ-ສື່ມວນຊົນ ເພື່ອໃຫ້ສອດຄ່ອງກັບການເຜີຍແຜ່ແນວທາງແຜນນະໂຍບາຍຂອງພັກ-ລັດ ໄດ້ດໍາເນີນໄປຢ່າງກວ້າງຂວາງ ແລະທົ່ວເຖິງ, ໄດ້ປະກອບລະບົບໂທລະໂຄ່ງ ໃຫ້ແກ່ບ້ານເປົ້າໝາຍພາຍໃນແຂວງ ໄດ້ 70 ຊຸດ, ສາມາດຜະລິດຂ່າວອອກອາກາດ ແລະລົງໜັງສືພິມ ໄດ້ທັງໝົດ 20,321 ຂ່າວ, ຮັບຂ່າວຈາກເພື່ອນຮ່ວມງານສົ່ງມາອອກອາກາດມີ 12,559 ຂ່າວ, ບົດ 441 ບົດ, ສົ່ງຂ່າວໃຫ້ສູນກາງ 6,546 ຂ່າວ, ບົດ 278 ບົດ, ວິທະຍຸກະຈາຍສຽງ ແລະໂທລະພາບອອກອາກາດໄດ້ທັງໝົດ 30 ລາຍການ, ຄຸມເຄື່ອງສົ່ງອອກອາກາດໄດ້ 115,875 ຊົ່ວໂມງ, ສາມາດຖ່າຍທອດສົດກອງປະຊຸມ, ການສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະສາກົນ ໄດ້ 70 ຄັ້ງ, ລວມ 319 ຊົ່ວໂມງ, ນອກນີ້ ດ້ານວຽກງານອື່ນໆ ກໍ່ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້.
ວາລະດັ່ງກ່າວ, ບັນດາສະຫາຍຜູ້ແທນສົມບູນ ກໍ່ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນຢ່າງເຕັມສ່ວນເພື່ອປ່ອນບັດຄັດເລືອກເອົາຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງຊຸດໃໝ່, ເຊິ່ງຜົນຈາກການປ່ອນບັດ ແລະກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະພາບເລືອກເອົາສະຫາຍ ປອ ພູລຳພອນ ສີຫາວົງ ເປັນເລຂາຄະນະພັກຮາກຖານ, ສະຫາຍ ສຸດໃຈ ໄຊຍະວົງ ເປັນຮອງເລຂາ ທັງເປັນປະທານກວດກາຄະນະພັກ, ສະຫາຍ ສົມໃຈ ສີສົມພອນ, ສະຫາຍ ມົງກຸດເພັດ ວົງພະຈັນ ແລະສະຫາຍ ພູເງິນ ສີວົງກອນ ເປັນກຳມະການຄະນະພັກຮາກຖານ.
