
ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມໂຄງປະກອບບຸກຄະລາກອນ
ກອງປະຊຸມດຳເນີນຊີວິດ ການເມືອງທ້າຍສະໄໝ ແລະ ທາບທາມໂຄງປະກອບບຸກຄະ ລາກອນຂອງຄະນະພັກຮາກ ຖານຄະນະໂຄສະນາອົບຮົມ ແຂວງສະຫວັນນະເຂດ ໄດ້ຈັດ ຂຶ້ນໃນວັນທີ 19 ທັນວາ 2025, ທີ່ຫ້ອງປະຊຸມພະແນກວັດທະ ນະທຳ ແລະການທ່ອງທ່ຽວ
ແຂວງ ໂດຍການໃຫ້ກຽດເປັນ ປະທານຂອງສະຫາຍ ປອ ພູລຳ ພອນ ສີຫາວົງ ກຳມະການປະ ຈຳພັກແຂວງ ເລຂາຄະນະພັກ ຮາກຖານຄະນະໂຄສະນາອົບ ຮົມແຂວງ, ມີອະນຸກຳມະການ ຂັ້ນແຂວງ, ບັນດາສະຫາຍຄະ ນະພັກຮາກຖານ, ຄະນະໜ່ວຍ ພັກ ແລະສະມາຊິກພັກພາຍໃນ ຮາກຖານເຂົ້າຮ່ວມຢ່າງ ພ້ອມ ພຽງ.
ໃນພິທີ, ໄດ້ຜ່ານຮ່າງບົດ ລາຍງານການເມືອງ, ຜ່ານບົດ ສຳຫຼວດການນຳພາລວມຂອງ ຄະນະພັກຮາກຖານ, ໄດ້ມີການ ເຜີຍແຜ່ເຊື່ອມຊຶມເນື້ອເອກະ ສານສຳຄັນຈຳນວນໜຶ່ງຂອງ ພັກເປັນຕົ້ນ: ຄວາມເຂົ້າໃຈກ່ຽວກັບການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຍົກສູງຄວາມສາມາດນຳພາ ແລະເປັນແບບຢ່າງໃນການນຳ ໜ້າຂອງພັກ, ຕັ້ງໜ້າຝຶກຝົນ ຫຼໍ່ຫຼອມຄຸນທາດການເມືອງ ແລະຄຸນສົມບັດສິນທຳປະຕິ ວັດ, ເດັດດ່ຽວແກ້ໄຂປະກົດ ການຫຍໍ້ທໍ້ໃນຖັນແຖວພະນັກ ງານ, ສະມາຊິກພັກ, ຂໍ້ຫ້າມ ສໍາລັບສະມາຊິກພັກ, ກົດໝາຍ ການສໍ້ລາດບັງຫຼວງ, ຂໍ້ຫ້າມ ຂອງຜູ້ແທນສົມບູນ, ມີການ ແນະນໍາຂຽນບົດສຳຫຼວດບຸກ ຄົນໃນຄະນະພັກ, ພ້ອມທັງໄດ້ ຜ່ານມາດຖານ-ເງື່ອນໄຂຂອງ ພະນັກງານນຳພາ-ຄຸ້ມຄອງ. ວາລະດັ່ງກ່າວ, ສະຫາຍ ປອ ພູລຳພອນ ສີຫາວົງ ກໍ່ໄດ້ໃຫ້ ກຽດກ່າວໂອ້ລົມ ແລະມີຄຳ ເຫັນຕໍ່ກອງປະຊຸມ, ຈາກນັ້ນ ໃນພິທີ ກໍ່ໄດ້ມີການປ່ອນບັດ ທາບທາມຄະນະພັກຮາກຖານ ຊຸດໃໝ່ ແລະປ່ອນບັດທາບ ທາມເລຂາ-ຮອງເລຂາ, ປະ ທານ-ຮອງປະທານກວດກາ ຄະນະພັກຮາກຖານຈຳນວນ 2 ຮອບຕາມລຳດັບ, ພ້ອມທັງມີ ດຳເນີນການສຳຫຼວດບຸກຄົນ ຄະນະພັກຮາກຖານ, ບຸກຄົນຄະ ນະໂຄສະນາອົບຮົມທີ່ບໍ່ຄວບ ຕຳແໜ່ງຄະນະພັກຮາກຖານ ແລະບຸກຄົນເລຂາໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ, ກອງປະຊຸມດັ່ງກ່າວນີ້ ໄດ້ດຳ ເນີນໄປເປັນເວລາ 1 ວັນເຕັມ ແລະໄດ້ສຳເລັດຕາມລະດັບ ຄາດໝາຍ.

