ແຂວງສະຫວັນນະເຂດ, ເປີດດຳເນີນຢ່າງເປັນທາງການແລ້ວກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ 04 ສະໄໝສາມັນເທື່ອທີ10

ເປີດດຳເນີນຢ່າງເປັນທາງການແລ້ວກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ 04 ສະໄໝສາມັນເທື່ອທີ10
ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ 04 (ສະໄໝສາມັນເທື່ອທີ 10) ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 16 ທັນວາ 2025 ທີ່ຫໍວັດທະນະທໍາໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ; ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ; ມີບັນດາທ່ານ ການນໍາພັກ-ລັດ ຂັ້ນແຂວງ, ການນຳຂອງເມືອງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ ໄດ້ກ່າວສູນທອນພົດເປີດກອງປະຊຸມຢ່າງເປັນທາງການວ່າ: ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ 04 ຈະໄດ້ ຮັບຟັງການລາຍງານ ແລະ ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສຳຄັນພື້ນຖານຂອງແຂວງ ເປັນຕົ້ນແມ່ນ: ບົດລາຍງານ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ 5 ປີ ຄັ້ງທີ IX (2021-2025), ບົດລາຍງານ ປີ 2025 ແລະ ແຜນທິດທາງການປີ 2026, ບົດລາຍງານ ການຈັດຕັ້ງປະຕິບັດວຽກງານ 3 ສ້າງ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026; ບົດລາຍງານ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ; ບົດລາຍງານ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ; ພິຈາລະນາ ຮັບຮອງເອົາການສະເໜີສ້າງຕັ້ງກົງຈັກ ແລະ ການແຕ່ງຕັ້ງພະນັກງານນຳພາຄຸ້ມຄອງ; ບົດລາຍງານ ການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ 5 ປີ (2021-2025), ບົດລາຍງານ ປີ 2025 ແລະ ທິດທາງແຜນການປີ 2026, ບົດລາຍງານ ການແກ້ໄຂ້ຜົນການກວດກາ ຕາມຜົນການກວດສອບ ຕາມມະຕິກອງປະຊຸມສະພາປະຊາຊົນແຂວງ ຂອງອົງການກວດກາລັດແຂວງ, ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 3 ປີ (2023-2025), ບົດລາຍງານປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາປີ 2024 ຂອງອົງການກວດສອບປະຈໍາພາກກາງ 2; ບົດລາຍງານ ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ 5 ປີ (2021-2025), ບົດລາຍງານ ປີ 2025 ແລະ ທິດທາງແຜນປີ 2026 ຂອງອົງການໄອຍະການປະຊາຊົນແຂວງ; ບົດລາຍງານ ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ບົດລາຍງານ ປີ 2025 ແລະ ທິດທາງແຜນການປີ 2026 ຂອງສານປະຊາຊົນແຂວງ; ບົດລາຍງານ ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ຂອງສະພາປະຊາຊົນແຂວງ ຊຸດທີ IV ແລະ ວຽກງານຈຸດສຸມ ຮອດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຊຸດທີ V.
ນອກຈາກນັ້ນ, ກອງປະຊຸມຈະໄດ້ຮັບຟັງການຊີ້ແຈງຈາກພາກສ່ວນທີ່ກ່ຽວຂ້ອງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ສະມາຊິກສະພາປະຊາຊົນແຂວງ ຊຸດທີ IV.ເຊິ່ງກອງປະຊຸມຈະໄດ້ດໍາເນີນແຕ່ວັນທີ 16-18 ທັນວາ 2025ຈຶ່ງຈະສໍາເລັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa