ແຂວງສະຫວັນນະເຂດ, ເຊື່ອມຊືມຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນນະເຂດຄັ້ງທີ X.

ແຂວງສະຫວັນນະເຂດ, ເຊື່ອມຊືມຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນນະເຂດຄັ້ງທີ X.
   ໃນຕອນເຊົ້້າວັນທີ 13 ຕຸລາ 2025 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງສະຫວັນນະເຂດໄດ້ຈັດກອງປະຊຸມເຊື່ອມຊືມຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນນະເຂດຄັ້ງທີ X ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີຮອງເລຂາພັກແຂວງ ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງເຂົ້້າຮ່ວມ.
   ສະຫາຍ ຄໍາວິໄສ ຜຸຍຍະວົງ ຄະນະປະຈໍາພັກແຂວງ ກໍໄດ້ຜ່ານຄໍາສັ່ງຂອງຄະນະປະຈໍາພັກແຂວງວ່າດ້ວຍການຈັດຕັ້ງເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງສະຫວັນນະເຂດຄັ້ງທີ X, ພ້ອມທັງຜ່ານການດໍາເນີນການຈັດຕັ້ງເຊື່ອມເຊືມຜັນຂະຫາຍເຊິ່ງມີ 4 ຫົວຂໍ້ໃຫຍ່ຄື: ຍົກສູງບົດບາດການນໍາພາຂອງຄະນະພັກ, ເພີ່ມທະວີສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດຢ່າງໜັກແໜ້ນ, ຕັ້ງໜ້າສ້າງເສດຖະກິດເປັນເຈົ້້າຕົນເອງ ແລະ ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ໂດຍພື້ນຖານ.
   ໂອກາດນີ້ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ກໍໄດ້ມີຄໍາເຫັນ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການວ່າ: ກອງປະຊຸມຄັ້ງນີ້ແມ່ນຈະໄດ້ພ້ອມກັນຄົ້ນຄວ້າບົດລາຍງານການເມືອງ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຄົ້ນຄວ້າໃນລັກສະນະເອົາມະຕິຂອງພັກເປັນທີ່ຕັ້ງໃນການຕີລາຄາ ໂດຍເລີ່ມຈາກຄໍາຂວັນກອງປະຊຸມໃຫຍ່ ” ຍົກສູງບົດບາດການນຳພາ ຂອງຄະນະພັກແຕ່ລະຂັ້ນ, ເພີ່ມທະວີສ້າງແຂວງ ໃຫ້ເປັນຫົວໜ່ວຍຍຸດທະສາດ ຢ່າງໜັກແໜ້ນ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ໂດຍພື້ນຖານ ” ເຊິ່ງຄໍາຂວັນຄືຄູ່ມືໜ້າທີ່ການເມືອງທີ່ຕ້ອງໄດ້ເຮັດສໍາເລັດຕາມເປົ້າໝາຍແຜນພັດທະນາເສດຖະກິດ-ສັງຄົມແຕ່ນີ້ຮອດ 2030 ພ້ອມນີ້ ສະຫາຍເລຂາພັກແຂວງຍັງໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານພັກແຂວງເອົາໃຈໃສ່ຄົ້ນຄວ້າເຊື່ອມຊືມ, ໂດຍມີການຈັດແບ່ງເປັນໜ່ວຍຄົ້ນຄວ້າເຊື່ອມຊຶມຢ່າງລະອຽດຖີ່ຖ້ວນ ແນໃສ່ທິດສະດີກັບນິຕິກໍາທີ່ໄດ້ກໍານົດໃນມະຕິຂອງກອງປະຊຸມໃຫຍ່ເພື່ອໃຫ້ທຸກສະຫາຍໄດ້ເຫັນຄວາມໝາຍຄວາມສໍາຄັນຂອງການຈັດຕັ້ງເຊື່ອມຊືມ. ຈາກນັ້ນ, ສະຫາຍ ບຸນໂຈມ ອຸບົນປະເສີດ ກໍໄດ້ສະເໜີກ່ຽວກັບເນື້ອໃນລາຍງານການເມືອງ,ວຽກທີ່ພົ້ນເດັ່ນ 5 ປີ ທີ່ຜ່ານມາ ແລະ ທິດທາງໃນ 5 ປີຕໍ່ໜ້າ, ຍົກສູງຄວາມສາມາດນໍາພາຂອງພັກ ແລະ ເປັນແບບຢ່າງນໍາໜ້າຂອງພັກ, ສະເໜີແນວຄິດຊີ້ນໍາ, ທັດສະນະຂອງພັກຈາກມະຕິຕ່າງໆ. ສໍາລັບກອງປະຊຸມເຊື່ອມຊືມຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນນະເຂດຄັ້ງທີ X ແມ່ນຈະໄດ້ດໍາເນີນເປັນເວລາ 7 ວັນເຊິ່ງເລີ່ມແຕ່ວັນທີ 13 ຫາ 19 ຕຸລາ 2025 ຈຶ່ງຈະສໍາເລັດ.

 

 

 

 

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa