ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ເປີດຊຸດຝຶກອົບຮົມວຽກງານໂຄສະນາປາຖະກະຖາ ແລະ ວຽກງານເກັບກຳຫາງສຽງສັງຄົມ ປະຈຳປີ 2025

ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ເປີດຊຸດຝຶກອົບຮົມວຽກງານໂຄສະນາປາຖະກະຖາ ແລະ ວຽກງານເກັບກຳຫາງສຽງສັງຄົມ ປະຈຳປີ 2025

ວັນທີ 23-26 ກັນຍາ 2025 ຢູ່ ທີ່ສະໂມສອນ ໂຮງຮຽນການ ເມືອງ ແລະການປົກຄອງແຂວງ ໄດ້ເປີດຊຸດຝຶກອົບຮົມ ວຽກງານໂຄສະນາປາຖະກະ ຖາ ແລະວຽກງານເກັບກຳ ຫາງສຽງສັງຄົມຂອງຄະນະ ໂຄສະນາອົບຮົມແຂວງສະ ຫວັນນະເຂດ ໂດຍການເຂົ້າ ຮ່ວມຂອງທ່ານ ອານົງສັກ ອິນ ທະວົງ ຫົວໜ້າກົມໂຄສະນາ ອົບຮົມສູນກາງພັກ, ທ່ານ ຄຳ ຫຼ້າພະພິທັກ ຮອງຫົວໜ້າຄະ ນະໂຄສະນາອົບຮົມແຂວງ ພ້ອມ ດ້ວຍສຳມະນາກອນທີ່ເປັນຮອງ ເລຂາຄະນະພັກຮາກຖານ, ຮອງເລຂາໜ່ວຍພັກຮາກຖານ ເຂົ້າຮ່ວມ. ຊຸດຝຶກອົບຮົມຄວາມຮູ້ພື້ນ ຖານວຽກງານໂຄສະນາປາ ຖະກະຖາ ແລະວຽກງານເກັບ ກຳສະພາບແນວຄວາມຄິດ- ຫາງສຽງສັງຄົມໄດ້ດຳເນີນມາ ພາຍໃຕ້ການນຳພາ-ຊີ້ນຳຂອງ ຄະນະປະຈຳພັກແຂວງ, ຄະນະ ໂຄສະນາອົບຮົມແຂວງກໍ່ຄືຄະ ນະຮັບຜິດຊອບຂັ້ນສູນກາງ ແລະພາກສ່ວນທີ່ກ່ຽວຂ້ອງ, ເປົ້າໝາຍຝຶກອົບຮົມໃນຄັ້ງນີ້ມີ ຮອງເລຂາພັກເມືອງຜູ້ຊີ້ນຳ ວຽກງານການເມືອງແນວຄິດ ພັກ-ພະນັກງານຈາກ 14 ເມືອງ 1 ນະຄອນ, ມີຈຳນວນ15 ສະ ຫາຍ, ຍິງ 2 ສະຫາຍ, ຫົວໜ້າ ໂຄສະນາອົບຮົມ ແລະຮອງ ຫົວໜ້າໂຄສະນາອົບຮົມ 14 ເມືອງ 1 ນະຄອນມີຈຳນວນ 209 ທ່ານ, ຍິງ 11 ທ່ານ. ສະເພາະຫົວໜ້າໂຄສະນາ ອົບຮົມເມືອງມີ 14 ທ່ານ, ຮອງຫົວໜ້າ 15 ທ່ານ, ເລຂາ ພັກຮາກຖານ, ຮອງເລຂາ ໜ່ວຍພັກຮາກຖານພະນັກ ງານທີ່ມາຈາກພະແນກການ ອ້ອມຂ້າງແຂວງມີ 60 ທ່ານ, ຍິງ 17 ທ່ານ.

ໃນໂອກາດກ່າວເປີດຊຸດຝຶກ ອົບຮົມ, ທ່ານ ສຸດໃຈ ໄຊຍະວົງ ກ່າວວ່າ: ວຽກງານໂຄສະນາ ເປັນວຽກໜຶ່ງທີ່ສຳຄັນເປັນ ວຽກປະຈັນບານ ແລະເປັນ ວຽກການເມືອງ-ແນວຄິດ. ໄລຍະຜ່ານມາ ພັກເຮົາໄດ້ຖືສຳ ຄັນ ເຮັດວຽກງານນີ້ຢ່າງກວ້າງ ຂວາງ ແລະສາມາດຍາດໄດ້ ຜົນສຳເລັດອັນໃຫຍ່ຫຼວງຫຼາຍ ດ້ານປະກອບສ່ວນເຂົ້າໃນຜົນ ສໍາເລັດລວມຂອງພັກເຮົາພາ ປະເທດຊາດໃຫ້ກ້າວຂຶ້ນສູ່ຈຸດ ໝາຍທີ່ກຳນົດໄວ້. ຊຸດຝຶກອົບ ຮົມຄັ້ງນີ້, ໄດ້ໃຫ້ຮູ້ກ່ຽວກັບ ວຽກງານໂຄສະນາປາຖະກະ ຖາ ເຊິ່ງລວມມີ: ບັນດາພື້ນຖານ ຂອງວຽກໂຄສະນາ, ຝຶກອົບ ຮົມຄວາມສາມາດໃນການ ຂຽນເອກະສານ, ຄຸນລັກສະ ນະ ແລະສິລະປະໃນການເວົ້າ, ນິຕິກຳ ແລະບາງບົດຮຽນໃນ ການເຄື່ອນໄຫວໂຄສະນາປາ ຖະກະຖາ, ໂຄສະນາເຄື່ອນທີ່ ແລະໂຄສະນາຜ່ານສື່, ບັນຫາ ພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ, ວິທີການເກັບກຳ ແລະນໍາໃຊ້ຫາງສຽງສັງຄົມ ເຂົ້າໃນວຽກງານການເມືອງ ແນວຄິດ, ບົດຮຽນຕາໜ່າງ ເພື່ອນຮ່ວມງານ ແລະການຄົ້ນ ຄວ້າສັງລວມ. ຈາກນັ້ນ, ຜູ້ເຂົ້າ ຮ່ວມຝຶກອົບຮົມກໍ່ໄດ້ຂຶ້ນຫ້ອງ ສາທິດວຽກງານປາຖະກະຖາ.

ການຝຶກອົບຮົມ ໄດ້ແບ່ງອອກເປັນ 4 ຈຸ ເພື່ອສະດວກໃນການຄົ້ນຄວ້າ ຮ່ຳຮຽນ ແລະແລກປ່ຽນບົດ ຮຽນເຊິ່ງກັນແລະກັນ, ໃນນີ້ ວຽກງານປາຖະກະຖາມີ 4 ບົດ, ວຽກງານຄົ້ນຄວ້າສັງລວມ ຂໍ້ມູນຂ່າວສານ-ຫາງສຽງ ສັງຄົມມີ 4 ບົດ, ຜ່ານການຝຶກອົບຮົມເຫັນວ່າສຳມະນາກອນມີຄວາມເຂົ້າໃຈຈະ ແຈ້ງຂຶ້ນຕື່ມ ແລະສາມາດໄຈ້ແຍກໄດ້ວ່າ ອັນໃດຖືກຕ້ອງ ແລະອັນໃດ ບໍ່ຖືກຕ້ອງກັບແນວທາງນະໂຍ ບາຍຂອງພັກວາງອອກ, ການ ຝຶກອົບຮົມຄັ້ງນີ້ມີຄວາມຮັບຮູ້ ກ່ຽວກັບການເກັບກຳຫາງ ສຽງສັງຄົມດີຫຼາຍ 7 ທ່ານ, ດີ 31 ທ່ານ, ກາງ 4 ທ່ານ , ອ່ອນ 1 ທ່ານ, ພຶື້ນຖານວຽກງານໂຄສະ ນາປາຖະກະຖາ ດີຫຼາຍ 8 ທ່ານ, ດີ 32 ທ່ານ, ກາງ 2 ທ່ານ, ອ່ອນ 1 ທ່ານ. ຈາກນັ້ນ, ໃນພິທີຍັງໄດ້ມອບໃບ ຢັ້ງຢືນໃຫ້ແກ່ສຳມະນາກອນທີ່ເຂົ້າຮ່ວມຢ່າງສົມກຽດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa