ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໄດ້ເປີດອົບຮົມສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າເພຶ່ອຂະຫຍາຍເຂົາເປັນສະມາຊິກພັກ ຊຸດທີ I ປີ 2025
ໃນຕອນເຊົ້າຂອງວັນທີ 04 ເມສາ 2025, ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ເພື່ອເປັນການຈັດຕັ້ງປະຕິບັດມະຕິຕົກລົງຂອງຄະນະປະຈຳພັກແຂວງສະຫວັນນະເຂດ ສະບັບເລກທີ 319/ຄປພຂ, ລົງວັນທີ 24 ກຸມພາ 2025 ໄດ້ຈັດຕັ້ງເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພຶ່ອຂະຫຍາຍເຂົາເປັນສະມາຊິກພັກ ຊຸດທີ I ປີ 2025 ໃຫ້ບັນດາມະຫາຊົນຜູ້ກ້າວໜ້າ
ຂອງຄະນະພັກຮາກຖານພະແນກ ການ, ອ້ອມຂ້າງແຂວງ ມີຜູ້ເຂົ້າຮ່ວມທັງໝົດ 48 ສະຫາຍ, ຍິງ 27 ສະຫາຍ; ທີ່ມາຈາກ 09 ພະແນກ ການ, ອ້ອມຂ້າງແຂວງ. ໃນນັ້ນ ເອກະສານທີ່ນຳໃຊ້ໃນການເຜີຍແຜ່ ບົດທີ 1: ອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ນຳສະເໜີໂດຍ ສະຫາຍ ຄຳຫຼ້າ ພະພິທັກ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ບົດທີ 2: ສຶກສາອົບຮົມການເມືອງ-ແນວຄິດ ນຳສະເໜີໂດຍ ທ່ານ ພູເງິນ ສີວົງກອນ ຮອງເລຂາໜ່ວຍພັກ, ຫົວໜ້າຂະແໜງອົບຮົມ. ບັນດາສະຫາຍທີ່ເຂົ້າຮຽນນອກຈາກໄດ້ຮັບຟັງການບັນຍາຍເອກະສານແລ້ວ, ກໍ່ໄດ້ມີການແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນ ເພື່ອໃຫ້ເຂົ້າຮ່ວມໄດ້ຮັບຄວາມຮັບຮູ້ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ, ຕົ້ນກຳເນີດ, ອຸດົມການ, ທາດແທ້ຂອງພັກປະຊາ ຊົນປະຕິວັດລາວ, ຮໍ່າຮຽນເອົາແບບແຜນວິທີເຮັດວຽກ, ຄຸນສົມບັດສິນທຳປະຕິວັດຂອງປະທານ ໄກສອນ ພົມວິຫານ ເພື່ອພ້ອມກັນຕັ້ງໜ້າຄົ້ນຄວ້າ, ແລະ ນຳເອົາບົດຮຽນດັ່ງກ່າວໄປຄົ້ນຄວ້າ, ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນສະມາຊິກພັກ. ນອກຈາກນັ້ນໃນຕອນທ້າຍຍັງໄດ້ມີການມອບໃບຢັ້ງຢືນໃຫ້ຜູ້ທີ່ຜ່ານການຮຽນສະໜັບສະໜູນ.