ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ
ໃນຕອນເຊົ້າວັນທີ 19 ມີນາ 2025 ຢູ່ທີ່ສະໂມສອນຫ້ອງວ່າ ການແຂວງສະຫວັນນະເຂດ ໄດ້ຈັດພິທີປາຖະກະຖາວັນ ສ້າວຕັ້ງພັກປະຊາຊົນປະຕິ ວັດລາວຄົບຮອບ 70 ປີ (22/ 03/1955 – 22/03/ 2025) ໂດຍການໃຫ້ກຽດປາຖະກະ ຖາຂອງທ່ານ ບຸນໂຈມ ອຸບົນ ປະເສີດ ເລຂາພັກແຂວງເຈົ້າ ແຂວງສະຫວັນນະເຂດ, ມີການ ນຳຂັ້ນແຂວງ, ຄະນະພັກ-ຄະ ນະບັນຊາ, ອະດີດການນໍາ ຂອງແຂວງ, ຫົວໜ້າ – ຮອງ ຫົວໜ້າພະແນກການ, ອົງການ ຈັດຕັ້ງມະຫາຊົນ, ສະມາຊິກ ພັກອ້ອມຂ້າງແຂວງ ເຂົ້າຮ່ວມ ຮັບຟັງເປັນຈຳນວນຫຼວງຫຼາຍ.

ທ່ານ ບຸນໂຈມ ອຸບົນປະ ເສີດ ໄດ້ກ່າວປາ ຖະກະຖາວັນສ້າງ ຕັ້ງພັກປະຊາຊົນປະຕິວັດ ລາວ ເຊິ່ງທ່ານໄດ້ໃຫ້ຮູ້ໃນທ້າຍສະ ຕະວັດທີ 19 ຫາຕົ້ນສະຕະວັດ 20 ເປັນ ໄລຍະທີີ່ລັດທິທຶນນິຍົມ ໄດ້ຂະຫຍາຍຕົວກາຍເປັນລັດ ທິຈັກກະພັດ, ພວກເຂົາໄດ້ຢຶດ ເອົາບັນດາປະເທດທີີ່ອ່ອນນ້ອຍ ເປັນຫົວເມືອງຂຶ້ນ ແລະເຄິ່ງຫົວ ເມືອງຂຶ້ນຂອງພວກເຂົາ.
ບັນດາປະຊາຊາດຢູູ່ແຫຼມ ອິນດູຈີນ (ລາວ, ຫວຽດນາມ ແລະກໍາປູເຈຍ) ກໍ່ຖືກຈັກກະ ພັດຝຣັ່ງຮຸກຮານ ແລະຢຶດຄອງ ເອົາເປັນຫົວເມືອງຂຶ້ນຕະຫຼອດ 70 ປີແຫ່ງການຊີ້ນໍາ-ນໍາພາ ຂອງພັກປະຊາຊົນປະຕິວັດ ລາວ, ການນໍາພາເຮັດການປະ ຕິວັດຊາດປະຊາທິປະໄຕປີ 1955-1975. ພາຍຫຼັງພັກປະ ຊາຊົນລາວໄດ້ຮັບການສ້າງ ຕັ້ງຂຶ້ນ, ໄດ້ປະເຊີນໜ້າກັບຈັກ ກະພັດອາເມລິກາທີີ່ເປັນຈັກກະ ພັດໂຕໃໝ່, ພັກເຮົາຕ້ອງໄດ້ ແບກຫາບເອົາພາລະກໍາອັນ ໜັກໜ່ວງ ເພືີ່ອນໍາພາ-ຊີ້ນໍາ ປວງຊົນລາວທັງຊາດຕໍ່ສູ້ຕ້ານ ການຮຸກຮານຂອງຈັກກະພັດ ແລະລູກມືປະຕິການຂາຍຊາດ ຢ່າງດຸເດືອດຂ້ຽວຂາດດ້ວຍ ການວາງແນວ ທາງການເມືອງ ແລະການທະຫານອັນຖືກຕ້ອງ ພັກເຮົາໄດ້ລະດົມກໍາລັງແຮງ ຂອງ
ທັງໝົດຊາດ, ສົມທົບກັບ ກໍາລັງແຮງແຫ່ງກ້ອນກໍາລັງ ຮ່ວມສໍາພັນສູ້ຮົບລະຫວ່າງ ປະຊາຊົນ 3 ປະເທດລາວ, ຫວຽດນາມ ແລະກໍາປູເຈຍ ແລະກໍາລັງແຮງຂອງຍຸກສະ ໄໝຜາບແພ້ຍຸດທະສາດ, ຍຸດ ທະວິທີຂອງຈັກກະພັດອາເມ ລິກາໄດ້ເປັນລໍາດັບຄື: ໄລຍະປີ 1955-1958 ເປັນໄລຍະທີິ່ ພັກນໍາພາການຕໍ່ສູ້, ເດັດດ່ຽວ ປົກປັກຮັກສາ 2 ແຂວງເຕົ້າ ໂຮມ (ຫົວພັນ ແລະຜົງສາລີ), ພັກເຮົາໄດ້ເພີີ່ມທະວີການປັບ ປຸງ, ບໍາລຸງສ້າງກໍາລັງ ປະກອບ ອາວຸດ, ພື້ນຖານການເມືອງ ແລະເສດ ຖະກິດ, ປົກປັກຮັກສາ 2 ແຂວງເຕົ້າໂຮມສົມທົບກັບ ການຂົນຂວາຍ-ປຸກລະດົມການ ຕໍ່ສູ້ການເມືອງຢູູ່ 10 ແຂວງ, ທັບມ້າງກົນອຸບາຍ “ຫຼອກເສືອ ອອກຈາກຖໍ້າ” ຂອງພວກລ່າ ເມືອງຂຶ້ນແບບໃໝ່, ເຮັດໃຫ້ ຈັກກະພັດອາເມລິກາ ແລະລູກ ມືຕ້ອງຍອມເຊັນສັນຍາເຊັນ ສັນຍາວຽງຈັນປີ 1957, ສ້າງ ຕັ້ງລັດຖະບານປະສົມແຫ່ງ ຊາດ ຄັ້ງທີ I ຂຶ້ນ ດ້ວຍການເຂົ້າ ຮ່ວມຂອງແນວລາວຮັກຊາດ, ໄລຍະປີ1959-1962 ເປັນໄລ ຍະຫັນທິດຕໍ່ສູ້ຢ່າງທັນການ, ປຸກລະດົມທົວປວງຊົນລາວບັນ ດາເຜົ່າລຸກຮື້ຂຶ້ນ, ຊຸກຍູ້ການຕໍ່ ສູ້ທາງດ້ານການທະຫານ ແລະ ການເມືອງ ພ້ອມໆກັນຢ່າງ ແຂງແຮງໃນທົ່ວປະເທດ, ປະ ຕິບັດການຮ່ວມສໍາພັນຢ່າງ ຮອບດ້ານກັບກໍາລັງຮັກຊາດ ແລະສວຍໃຊ້ທ່າຖືກກົດໝາຍ ຂອງ ລັດຖະບານເປັນກາງຢ່າງ ສຸດຂີດ. ເດືອນ 4/1959 ສູນ ກາງພັກ ໄດ້ເປີດກອງປະຊຸມຄົບ ຄະນະບໍລິຫານງານສູນກາງ ພັກຂຶ້ນ ໂດຍການເປັນປະທານ ຂອງ ປະທານ ໄກສອນ ພົມ ວິຫານ ໄດ້ສັງເກດຕີລາຄາສະ ພາບການວ່າ: ຈັກກະພັດອາເມ ລິກາ ແລະພວກລູກມືຈະຕ້ອງ ປາບປາມການປະຕິວັດ; ພວກ ເຮົາມີຄວາມຈໍາເປັນຈະຕ້ອງ ຫັນທິດຕໍ່ສູ້, ຜູ້ມີຖານະຖືກກົດ ໝາຍຕ້ອງຢູູ່ຕໍ່ສູ້ຈົນເຖິງທີີ່ສຸດ, ເຖິງວ່າສັດຕູຈະຈັບກຸມຄຸມຂັງ ກໍ່ຕ້ອງຍອມເສຍສະຫຼະ, ສ່ວນ ຜູ້ບໍ່ມີຖານະຖືກກົດໝາຍຕ້ອງ ໄດ້ໜີອອກຈາກເຂດຄວບຄຸມ ຂອງສັດຕູ ແລ້ວໄປສູູ່ເຂດທີີ່ໝັ້ນ ເພືີ່ອສືບຕໍ່ນໍາພາການປະຕິ ວັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa