ໄພຮ້າຍໃກ້ໂຕ

ແມງກົ້ນກະດົກ ຫຼື ດ້ວງກົ້ນກະດົກ ເປັນດ້ວງປີກແຂງຂະໜາດນ້ອຍ ປີກຄູ່ທຳອິດມີລັກສະນະ ແຂງ, ສັ້ນ ມີສີເຫຼື້ອມໆ ມີຄວາມຍາວພຽງ 4-7ມິລີແມັດ ມັກພົບໃນຊ່ວງລະດູຝົນເພາະອາກາດຊຸ່ມຊື່ນເໝາະແກ່ການເພາະພັນ ເຊິ່ງສານພິດທີ່ພົບໄດ້ຈາກດ້ວງກົ້ນກະດົກຄື ສານເພເດີລິນ (Paederin) ແລະ ພຽງແຕ່ໄດ້ສຳພັດກໍ່ຈະເຮັດໃຫ້ເກີດບາດແຜຂະໜາດໃຫຍ່ໄດ້. ແຫຼ່ງເພາະພັນຂອງດ້ວງກົ້ນກະດົກຈະຢູ່ຕາມບໍລິເວນພື້ນດິນທີ່ມີຄວາມຊຸ່ມ ເຊັ່ນ: ກອງອາຈົມຂອງສັດ ກອງໄມ້ ມັນມັກຈະບິນເຂົ້າມາຫຼິ້ນແສງໄຟພາຍໃນເຮືອນ ແລະ ຖ້າຫາກມັນບິນມາຖືກຜິວໜັງຂອງເຮົາກໍ່ຈະເກີດເປັນຜື່ນຄັນ ຫຼື ເປັນຕຸ່ມໂພງຂຶ້ນ,ໄໝ້ ແລະ ແດງ ເຮັດໃຫ້ແສບປວດ, ອອກຮ້ອນ ມີໄຂ້ ແລະ ຖ້າພິດຖືກບໍລິເວນດວງຕາອາດເຮັດໃຫ້ຕາບອດໄດ້.
ເບິ່ງແຍງ ແລະ ປ້ອງກັນຕົນເອງແນວໃດເມື່ອສຳພັດດ້ວງກົ້ນກະດົກ?
ດ້ວງກົ້ນກະດົກຈະບໍ່ກັດ ແຕ່ຖ້າບັງເອີນຖືກໄຕ່ຕາມຮ່າງກາຍແລ້ວເຮົາສຳພັດຖ້າເຮັດໃຫ້ລຳໂຕຂອງແມງໄມ້ຂາດອອກ ພິດໃນໂຕຂອງແມງໄມ້ຈະຖືກຂັບອອກມາເປັນລັກສະນະຂອງເຫຼວແລ້ວຊຶມເຂົ້າສູ່ຮ່າງກາຍຈະເຮັດໃຫ້ເກີດອາການແພ້ດັ່ງກ່າວ. ຖ້າຫາກຮ່າງການສຳພັດແລະຖືກພິດຂອງດ້ວງກົ້ນກະດົກໃຫ້ເຊັດດ້ວຍແອັມໂມເນຍ ຫຼື ລ້າງນຳ້ສະອາດທັນທີ ແລະ ຫຍຸດການສຳພັດບໍລິເວນທີ່ຖືກພິດ ເພາະອາດຈະຕິດເຊື້ອຊຳ້ ເກີດການລຸກລາມ ຄວນທາບາດດ້ວຍຢາປະເພດຄຣີມ ແຕ່ຖ້າມີອາການຮຸນແຮງຄວນໄປພົບໝໍທັນທີ ນອກຈາກນີ້ເຮົາຍັງສາມາດປ້ອງກັນໂຕເອງໄດ້ໂດຍການນອນກາງມຸ້ງ ຫຼື ຫຼຸດຄວາມສະຫວ່າງຂອງແສງໄຟໃນເວລາກາງຄືນ ເພື່ອປ້ອງກັນດ້ວງກົ້ນກະດົກທີ່ອາດຈະເຂົ້າມາໃນຫ້ອງ ຫຼື ພາຍໃນເຮືອນຂອງເຮົາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa