
ກອງປະຊຸມປຶກສາຫາລືວຽກງານພາຍໃນຂອງອະນຸກຳມະການໂຄສະນາ-ປຸກລະດົມຂະບວນການ
ໃນວັນທີ 3 ມັງກອນ 2026, ທີ່ຫ້ອງປະຊຸມສະພາປະ ຊາຊົນແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາ ລືວຽກງານພາຍໃນອະນຸກຳ ມະການໂຄສະນາ, ປຸກລະດົມ ຂະບວນການຂອງຄະນະກຳ ມະການເລືອກຕັ້ງຂັ້ນແຂວງ ຊຶ່ງກອງປະຊຸມຄັ້ງນີ້ແມ່ນ ເປັນຄັ້ງທີ 2 ຂອງອະນຸກຳມະ ການດັ່ງກ່າວ, ໂດຍການເປັນ ປະທານຂອງທ່ານ ປອ. ພູລຳ ພອນ ສີຫາວົງ ກຳມະການ ປະຈຳພັກແຂວງ ຫົວໜ້າຄະ ນະໂຄສະນາອົບຮົມແຂວງ ທັງ ເປັນຫົວໜ້າອະນຸກຳມະການ ໂຄສະນາ, ປຸກລະດົມຂະບວນ ການ, ມີບັນດາທ່ານໃນອະນຸ ກຳມະການ ແລະກອງເລຂາ ຊ່ວຍວຽກ ເຂົ້າຮ່ວມຢ່າງ ພ້ອມ ພຽງ.

ກອງປະຊຸມ ໄດ້ຮັບຟັງການ ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການ ແຕ່ງຕັ້ງຜູ້ປະຈຳການ ແລະ ໜ່ວຍງານຊ່ວຍວຽກພາຍໃນ ພ້ອມທັງຜ່ານຮ່າງແຜນການ ເຄື່ອນໄຫວການໂຄສະນາເຜີຍ ແຜ່ບັນດາເອກະສານຕ່າງໆອະ ນຸກຳມະການໂຄສະນາ, ປຸກ ລະດົມຂະບວນການ ເພື່ອດຳ ເນີນເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະສະພາ ປະຊາຊົນຂັ້ນແຂວງຊຸດທີ V ຢູ່ເມືອງ-ນະຄອນ ຈຸດປະສົງ ກໍ່ເພື່ອເຮັດໃຫ້ຜູ້ມີສິດເລືອກຕັ້ງ ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບ ການເສີມຂະຫຍາຍ ແລະປະ ຕິບັດສິດປະຊາທິປະໄຕຂອງ ປະຊາຊົນລາວບັນດາເຜົ່າໃນ ການເຂົ້າຮ່ວມຂະບວນການ ໃນບັ້ນເລືອກຕັ້ງສະມາຊິກສະ ພາແຫ່ງຊາດ ຊຸດທີ X ແລະສະ ພາປະຊາຊົນຂັ້ນແຂວງ ຊຸດທີ V ດ້ວຍຄວາມຫ້າວຫັ້ນ ແລະ ເປັນເຈົ້າການຕື່ນຕົວສະໝັກ ໃຈໄປໃຊ້ສິດປ່ອນບັດເລືອກຕັ້ງ ດ້ວຍບັນຍາກາດຟົດຟື້ນ.
ຊຶ່ງບັນດາທ່ານທີ່ເຂົ້າຮ່ວມ ກອງປະຊຸມກໍ່ໄດ້ພ້ອມກັນປຶກ ສາຫາລື, ປະກອບຄຳຄິດຄຳ ເຫັນຢ່າງກົງໄປກົງມາຕໍ່ກັບ ບັນດາໜ້າວຽກ ແລະແຜນການ ເຄື່ອນໄຫວຂອງອະນຸກຳມະ ການດັ່ງກ່າວບົນພື້ນຖານ ຄວາມເປັນເອກະພາບ ເພື່ອນຳ ໄປຈັດຕັ້ງຜັນຂະຫຍາຍໃນແຕ່ ລະໜ້ວຽກໃຫ້ປະສົບຜົນສຳ ເລັດ.
ໃນວາລະສຸດທ້າຍ, ປະ ທານກອງປະຊຸມ ຍັງຮຽກຮ້ອງ ໃຫ້ບັນດາທ່ານທີ່ຢູ່ໃນອະນຸ ກຳມະການເອົາໃຈໃສ່ປະຕິບັດ ສິດ, ພາລະບົດບາດຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ຮັບປະກັນໃນການຈັດຕັ້ງປະ ຕິບັດວຽກງານໃນບັ້ນເລືອກ ຕັ້ງຄັ້ງນີ້ໃຫ້ບັນລຸຕາມຈຸດປະ ສົງ ແລະຄາດໝາຍທີ່ວາງ ໄວ້.

