
ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ສຳເລັດການຈັດຕັ້ງເປີດຮຽນສະໜັບສະໜູນມະຫາຊົນຜູ້ກ້າວໜ້າ ຊຸດທີ III /2025.
ໃນຕອນເຊົ້າຂອງວັນທີ 10 ຕຸລາ 2025 ຜ່ານມາ, ຢູ່ທີ່ຫ້ອງປະຊຸມຊັ້ນ 3 ເພື່ອເປັນການຈັດຕັ້ງປະຕິບັດມະຕິຕົກລົງຂອງຄະນະປະຈຳພັກແຂວງສະຫວັນນະເຂດ ສະບັບເລກທີ 2778/ຄປພຂ, ລົງວັນທີ 23 ກັນຍາ 2025 ໄດ້ຈັດຕັ້ງເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພຶ່ອຂະຫຍາຍເຂົາເປັນສະ ມາຊິກພັກ ຊຸດທີ III ໃຫ້ບັນດາມະຫາຊົນຜູ້ກ້າວໜ້າຂອງຄະນະພັກຮາກຖານພະແນກການ, ອ້ອມຂ້າງແຂວງ ມີຜູ້ເຂົ້າຮ່ວມທັງໝົດ 40 ສະຫາຍ, ຍິງ 17 ສະຫາຍ;
ໃນນັ້ນ ເອກະສານທີ່ນຳໃຊ້ໃນການເຜີຍ ແຜ່ ບົດທີ 1: ສຶກສາອົບຮົມການເມືອງ-ແນວຄິດ ສຳລັບພະນັກງານ, ສະມາຊິກພັກ ເພື່ອດຳເນີນຊີວິດການ ເມືອງການເມືອງໃນທົ່ວພັກ ນຳສະເໜີໂດຍສະຫາຍ ພູເງິນ ສີວົງກອນ ຄະນະພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ບົດທີ 2: ອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ນຳສະເໜີໂດຍ ສະຫາຍ ສຸດໃຈ ໄຊຍະວົງ ຮອງຄະນະພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ບັນດາສະຫາຍທີ່ເຂົ້າຮຽນນອກຈາກໄດ້ຮັບຟັງການບັນຍາຍເອກະສານແລ້ວ, ກໍ່ໄດ້ມີການແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນ ເພື່ອໃຫ້ເຂົ້າຮ່ວມໄດ້ຮັບຄວາມຮັບຮູ້ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ, ຕົ້ນກຳເນີດ, ອຸດົມການ, ທາດແທ້ຂອງພັກປະຊາຊົນປະຕິວັດລາວ ແລະ ນຳເອົາບົດຮຽນດັ່ງກ່າວໄປຄົ້ນຄວ້າ, ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນສະມາຊິກພັກ. ນອກຈາກນັ້ນໃນຕອນທ້າຍຍັງໄດ້ມີການມອບໃບຢັ້ງ ຢືນ ໃຫ້ບັນດາມະຫາຊົນຜູ້ທີ່ຜ່ານການຮຽນສະໜັບສະໜູນ.