ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ສ່ອງແສງວຽກງານ ການເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ.

ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ສ່ອງແສງວຽກງານ ການເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ.

ໃນຕອນເຊົ້າວັນທີ 15 ສິງຫາ 2024 ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ແຂວງສະຫວັນນະເຂດ ,ຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມສ່ອງແສງ ວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ຂຶ້ນ ໂດຍການເຂົ້າຮ່ວມເປັນ ປະທານ ຂອງສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ພູວັງ ເກດແກ້ວພົມພອນ ຮອງເລຂາຄະນະບໍລິຫານງານພັກແຂວງ,ຜູ້ຊີ້ນໍາວຽກງານແນວຄິດວຽກພັກພະນັກງງານ ທັງເປັນຫົວໜ້າຄະນະເກັບກໍາສະພາບແນວຄິດ-ຫາສຽງສັງຄົມຂັ້ນແຂວງ, ມີບັນດາສະຫາຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ຄະນະເກັບກໍາສະພາບ ແນວຄິດ-ຫາງສຽງສັງຄົມຂັ້ນແຂວງ ແລະ ເມືອງຈໍານວນໜຶ່ງ, ບັນດາສະຫາຍທີ່ຮັບຜິດຊອບວຽກງານແນວຄິດ-ຫາງສຽງສັງຄົມຈາກຄະນະໂຄສະນາອົບຮົມສູນກາງເຂົ້າຮ່ວມ.

ພາຍຫຼັງສະຫາຍ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ມີຄໍາເຫັນຕໍ່ກອງປະຊຸມແລ້ວ ສະຫາຍ ຄໍາຫຼ້າ ພະພິທັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ລາຍງານ ຫາງສຽງສັງຄົມທີ່ເກີດຂຶ້ນໃນທົ່ວແຂວງວ່າ: ໃນຂົງເຂດການເມືອງດ້ານຫຍໍ້ທໍ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດຈໍານວນໜຶ່ງບໍ່ທັນປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ ເຊິ່ງ ມັນສະແດງອອກ ຍັງມີພະນັກງານຈຳນວນໜຶ່ງ ສວຍໃຊ້ໜ້າທີ່ຕຳແໜ່ງຫາຜົນປະໂຫຍດສ່ວນຕົວການບັນຈຸສັບຊ້ອນແຕ່ງຕັ້ງພະນັກງານຈຳນວນໜຶ່ງ ບໍ່ທັນໄປຕາມແຜນການກຳນົດພະນັກງານການຈັດຕັ້ງປະຕິບັດຜົນຂອງການກວດກາບໍ່ທັນເດັດຂາດ ແລະ ເຂັ້ມງວດ, ມີສຽງຈົ່ມວ່າຈາກພະນັກງານລັດຖະກອນພາຍໃນແຂວງ ແລະ ເມືອງ ກ່ຽວກັບກັບປັບຂື້ນ ,ການເກັບເງິນກອງທຶນທານຸເຄາະຊ່ວຍເຫຼືອເຊິ່ງກັນ ແລະ ກັນ (ກຳມະບານ) ເຫັນວ່າປັບຂຶ້ນສູງຫຼາຍ ເມື່ອທຽບ ກັບເງິນເດືອນໃນປະຈຸບັນ, ສະພາບຫາງສຽງຢູ່ໃນຂົງເຂດວັດທະນະທຳ-ສັງຄົມ ດ້ານຫຍໍ້ທໍ້ ອັດຕາການປະລະການຮຽນຢູ່ຊັ້ນປະຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມປາຍ ແມ່ນກວມອັດຕາ ສູງຢູ່ໃນເຂດຫ່າງໄກສອກຫຼີກ ຕໍ່ກັບບັນຫານີ້ສັງຄົມມີຄວາມເປັນຫ່ວງຫຼາຍ ຍ້ອນວ່າປັດຈຸບັນນີ້ ມີນັກຮຽນ ປະລະການຮຽນໃນອັດຕາທີ່ເພີ່ມຂື້ນຕໍ່ເນື່ອງ ເຊິ່ງແຂວງສະຫວັນນະເຂດຂອງພວກເຮົາກໍ່ຕິດໃນອັນດັບ 2 ຂອງການປະລະການຮຽນໃນທົ່ວປະເທດ, ການຈັດຕັ້ງປະຕິບັດນະໂຍບາຍກອງທຶນຄູແຫ່ງຊາດແມ່ນມີຄວາມຊັກຊ້າຫຼາຍ ບາງຄົນເສຍຊີວິດເປັນປີ ກໍ່ຍັງບໍ່ໄດ້ຮັບນະໂຍບາຍກອງທຶນຄູແຫ່ງຊາດເທື່ອ.ການແກ້ໄຂຂອດບໍລິການໃນໂຮງໝໍແຂວງ ແລະ ໂຮງໝໍເມືອງຍັງຖືເບົາຕໍ່ການປິ່ນປົວ ອຸປະກອນຮັບ ໃຊ້ເຂົ້າໃນການບໍລິການບໍ່ຄົບໂດຍສະເພາະແມ່ນຢາປົວພະຍາດ ສ່ວນຫຼາຍແມ່ນໄດ້ໄປຊື້ຢູ່ຮ້ານນອກ ໂຮງໝໍ ແມ່ນບໍ່ມີຢາສະໜອງ ການແກ້ໄຂຄ່າແຮງຂັ້ນຕໍ່າ, ການສ້າງວຽກເຮັດງານທໍາ ໃຫ້ແຮງງານພາຍໃນແຂວງເຮົາເຫັນວ່າ: ພາຍໃນແຂວງມີຫຼາຍບໍລິສັດລົງທຶນ ແລະ ຕ່າງປະເທດມາລົງທຶນເພີ່ມຂື້ນ, ມີຫຼາຍຕຳແໜ່ງທີ່ຕ້ອງການ ແຕ່ຍັງມີ ບັນຫາຂາດແຄນແຮງງານຍ້ອນວ່າ ແຮງງານສ່ວນໃຫຍ່ ຫັນໄປອອກແຮງງານຢູ່ປະເທດໃກ້ຄຽງ ທີ່ມີອັດຕາຄ່າຈ້າງງານ ສູງກວ່າບ້ານເຮົາ. ບັນດາຮ້ານອາຫານ ແລະ ຮ້ານບັນເທິງຍັງມີການມົ້ວສຸມເປັນຕົ້ນ ການສູບຢາໄຟຟ້າ ແລະ ການດື່ມນໍ້າກະທ້ອມແມ່ນມີການລະບາດຫຼາຍໃນກຸ່ມໄວລຸ້ນໃນປະຈຸບັນ ເຖິງແມ່ນທາງການຈະຫ້າມ ແຕ່ກໍ່ຍັງປະກົດໃຫ້ເຫັນຢູ່ເລື້ອຍໆ. ການແຜ່ລາມຂອງສາສະໜາຄິສຕຽນມີຫຼາຍຢູ່ເມືອງພິນ, ເຊໂປນ, ອາດສະພັງທອງ ມີການຈັດຕັ້ງເປັນສູນປິ່ນປົວຂອງພວກສາສະໜາ ເຮັດໃຫ້ປະຊາຊົນເຈັບເປັນ ບໍ່ມາໂຮງໝໍ.ນອກນັ້ນກໍມີສະພາບບັນຫາຫາງສຽງສັງຄົມຕໍ່ຂົງເຂດເສດຖະກິດ,ຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ, ສະພາບບັັນຫາຫາສຽງດ້ານຫຍໍ້ທໍ້ຂອງບັນດາເມືອງທີ່ຕ້ອງສືບຕໍ່ແກ້ໄຂອີກດ້ວຍ.

ຈາກນັ້ນຕ່າງໜ້າພະແນກການຕ່າງໆ ກໍໄດ້ລາຍງານສະພາບແນວຄິດ-ຫາງສຽງສັງຄົມຂອງຕົນ ແລະ ແຕ່ລະພາກກໍຍັງໄດ້ປະກອບຄໍາຄິດຄໍາເຫັນ ພ້ອມທັງຮັບຟັງປະທານກອງປະຊຸມສະຫຼຸບ ແລະ ມີທິດຊີ້ນໍາຕື່ມອີກ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa