ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ປາຖະກະຖາ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 115 ປີ

ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ປາຖະກະຖາ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 115 ປີ

ໃນວັນທີ 17 ກໍລະກົດ 2024 ຜ່ານມາ. ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ຈັດຕັ້ງການປາຖະກະຖາ ວັນປະຫວັດສາດສຳຄັນ: ເນື່ອງໃນໂອກາດ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 115 ປີ ( 13 ກໍລະກົດ 1909 – 13 ກໍລະກົດ 2024 ) ແລະ ວັນເຊັນສົນທິສັນຍາມິດຕິພາບ – ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ – ຫວຽດນາມ ຄົບຮອບ 47 ປີ (18 ກໍລະກົດ 1977 – 18 ກໍລະກົດ 2024 ຄົບຮອບ 62 ປີ (05 ກໍລະກົດ 1962 – 05 ກໍລະກົດ 2024 )),  ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການແຂວງ ສະຫວັນນະເຂດ.

ໃຫ້ກຽດຂຶ້ນປາຖະກະຖາ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 115 ປີ ແລະ   ແລະ ວັນເຊັນສົນທິສັນຍາມິດຕິພາບ – ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ – ຫວຽດນາມ ໂດຍທ່ານ ຄຳຫຼ້າ ພະພິທັກ ເລຂາໜ່ວຍພັ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມຮັບຟັງມີ ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າ, ຮອງຫົວໜ້າພະແນກການ-ກົມກອງອ້ອມຂ້າງແຂວງ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຄະນະກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະເຫງົບ, ຕະຫຼອດຮອດສະຖາບັນການສຶກສາພາກລັດ ແລະ ເອກະຊົນ, ບໍລິສັດ-ວິສະຫະກິດ. ເຂົ້າຮ່ວມທັງໝົດ 198 ຄົນ, ຍິງ 94 ຄົນ.

ໂອກາດນີ້, ທ່ານ ຄຳຫຼ້າ ພະພິທັກ ເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ໃຫ້ກຽດຂຶ້ນຫວນຄືນເຖີງປະຫວັດຄວາມເປັນມາ ແລະ ມູນເຊື້ອອັນສຳຄັນຂອງ 2 ວັນ ດັງກ່າວ. ທ່ານໄດ້ຍົກໃຫ້ເຫັນເຖີງ ມູນເຊື້ອອັນພິລະອາດຫານ ແລະ ຄຸນງາມຄວາມດີຂອງ ປະທານ ສຸພານຸວົງ, ປະທານ ສຸພານຸວົງ ຍັງແມ່ນຜູ້ນໍາສູງສຸດ ຂອງພັກ ແລະ ລັດ ຄົນໜຶ່ງທີ່ຕິດພັນກັບຂະບວນການປະຕິວັດ, ເພິ່ນໄດ້ຮ່ວມກັບຜູ້ນໍາຄົນອື່ນໆ ນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ກໍຄື ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ປະທານ ສຸພານຸວົງ ເປັນເຈົ້າຊາຍແດງ, ເປັນສັນຍາລັກ ຂອງຄວາມສາມັກຄີ, ເປັນວິສາວະກອນເອກ ຂອງປະເທດເຮົາ ແລະ ເປັນນັກການເມືອງທີ່ມີຈິດໃຈສາກົນອັນຜ່ອງໃສ, ເພິ່ນເປັນຜູ້ນໍາທີ່ມີ ຈິດໃຈຮັກຊາດອັນສູງສົ່ງ, ຍອມເສຍສະຫຼະທຸກສິ່ງທຸກຢ່າງ ເພື່ອປະເທດຊາດ, ເພື່ອປະຊາຊົນ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa