ຄະນະໂຄສະນາອົບຮົມແຂງສະຫວັນນະເຂດ ເຂົ້າຮ່ວມການຝຶກອົບຮົມພືນຖານການບໍລິຫານຈັດການໜ້າກະດານຂ່າວເອເລັກໂຕຼນິກ ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວເວັບໄຊສ໌

ຄະນະໂຄສະນາອົບຮົມແຂງສະຫວັນນະເຂດ ເຂົ້າຮ່ວມການຝຶກອົບຮົມພືນຖານການບໍລິຫານຈັດການໜ້າກະດານຂ່າວເອເລັກໂຕຼນິກ ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວເວັບໄຊສ໌

ປະຕິບັດຕາມໜັງສືເຊີນຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມຄະນະໂຄສະນາອົບຮົມສູນກາງພັກ ເລກທີ 135/ກຂສ-ຝຮ, ຄອນຫຼວງວຽງຈັນ, ລົງວັນທີ 7 ມິຖຸນາ 2024 ກ່ຽວກັບການສະເໜີກົມຂໍ້ມມູນຂ່າວສານ ແລະ ຝຶກອົບຮົມ ຈັດຝຶກອົບຮົມໃຫ້ຜູ້ຮົບຜິດຊອບດ້ານເຕັກນິກເວັບໄຊສ໌ ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວ.

ໃນຕອນເຊົ້າຂອງວັນທີ 13 ມີນາ 2024 ຜ່ານມາ, ຄະນະຮັບຜິດຊອບເວັບໄຊສ ຂອງແຂວງສະຫວັນນະເຂດ ຈຳນວນ 2 ສະຫາຍ ໄດ້ເຂົ້າຮ່ວມການຝຶກອົບຮົມພືນຖານການບໍລິຫານຈັດການໜ້າກະດານຂ່າວເອເລັກໂຕຼນິກ ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວເວັບໄຊສ໌ (ກອງປະຊຸມທາງໄກ)  ຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍມີ ຄະນະຮັບຜິດຊອບວຽກງານເວັບໄຊສ໌ສູນກາງ, ມີຄະນະແອັດມິນວຽກງານເວັບໄຊສ໌ຂອງບັນດາແຂວງ 5 ເຂົ້າຮ່ວມຢ່າງພ້ອມພຽງ.

ບັນດາບົດຮຽນທີ່ນໍາມາຝຶກອົບຮົມໃນຄັ້ງນີ້ປະກອບມີ 5 ຫົວຂໍ້ຄື: 1. ຂັ້ນຕອນການກະກຽມຮູບພາບໃນການປະກອບບົດຂ່າວ, 2. ຂັ້ນຕອນການສ້າງ ແລະ ເຜີຍແຜ່ບົດຂ່າວ ລົງໃນເວັບໄຊສ໌, 3. ຂັ້ນຕອນການອັບເດດຂໍ້ມູນ ເອກະສານ ມະຕິຄຳສັ່ງຕ່າງໆ ລົງໃນເມນູ ແລະ ຄໍລຳຕ່າງໆ, 4. ຂັ້ນຕອນການເຜີຍແຜ່ບັນດາຂໍ້ມູນຂ່າວສານຈາກເວັບໄຊສ ໄປຍັງບັນດາສື່ສັງຄົມອອນລາຍ ແລະ 5. ຂັ້ນຕອນການສ້າງ ແລະ ຄຸ້ມຄອງຜູ້ໃຊ້ງານລະບົບ (user) ພິທີຝຶກອົບຮົມແມ່ນຈະດໍາເນີນແຕ່ວັນທີ 13-14 ມິຖຸນາ 2024.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa