ແຂວງສະຫວັນນະເຂດ ຮ່ວມສະເຫຼີມສະຫຼອງຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງສູນກາງພັກ

ແຂວງສະຫວັນນະເຂດ ຮ່ວມສະເຫຼີມສະຫຼອງຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ
ຄັ້ງທີ XII ຂອງສູນກາງພັກ
ໃນຕອນເຊົ້າວັນທີ 9 ມັງກອນ 2026, ແຂວງສະຫວັນນະເຂດ ໄດ້ຈັດພິທີໂຮມຊຸມນຸມເພື່ອຮ່ວມສະເຫຼີມ ສະຫຼອງຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ມີການຖ່າຍທອດສົດຜ່່ານທາງອອນລາຍທົ່ວປະເທດ ຈາກນະຄອນຫຼວງວຽງຈັນ ທັງນີ້ກໍ່ເພື່ອເຮັດໃຫ້ການນຳແຕ່ລະແຂວງ ຕະ ຫຼອດເຖິງມວນຊົນ ໄດ້ຮ່ວມຮັບຊົມພາບເຫດການທີ່ເປັນປະຫວັດສາດອັນຍິ່ງໃຫຍ່ພ້ອມກັນໃນທົ່ວປະເທດ. ເຊິ່ງການໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີທີ່ມີຄວາມໝາຍຄວມສຳຄັນໃນຄັ້ງນີ້ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ສຳລັບພິທີການຮັບຊົມການຖ່າຍທອດສົດຂອງແຂວງສພຫວັນນະເຂດ ໄດ້ຈັດຂຶ້ນທີ່ຫໍວັດທະນະທຳໄກສອນພົມວິຫານ, ເຊິ່ງມີບັນດາສະຫາຍອະດີດການນຳຂັ້ນສູງຂອງແຂວງ, ພະນັກງານປະຕິວັດອະວຸໂສບຳນານ, ຄະນະພັກ-ຄະນະພະແນກການ-ອົງການທຽບເທົ່າຂັ້ນແຂວງ, ຄະນະພັກ-ຄະນະບັນຊາ ປກຊ-ປກສ ແຂວງ, ສະມາຊິກພັກ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ບໍລິສັດ, ລັດວິສາຫະກິດ ແລະພາກສ່ວນຕ່າງໆໃນທົ່ວແຂວງເຂົ້າຮ່ວມຢ່າງຫຼວງຫຼາຍ.

ພິທີໂຮມຊຸມນຸມໃຫຍ່ຄັ້ງນີ້, ໄດ້ມີການສະແດງສິລະປະ-ວັນນະຄະດີ ເພື່ອຊົມເຊີນຜົນສຳເລັດກອງປະຊຸມ, ຈາກນັ້ນ ສະຫາຍ ອານຸພາບ ຕຸນາລົມ ກຳມະການສູງກາງພັກ ເລຂາຄະນະພັກນະຄອນຫຼວງວຽງຈັນ ກໍ່ໄດ້ຂຶ້ນກ່າວປາໄສຖະແຫຼງການຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ເຊິ່ງໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 5-8 ມັງກອນ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີຜູ້ແທນທັງໝົດ 835 ສະຫາຍ, ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 421,865 ສະຫາຍຈາກທົ່ວປະເທດເຂົ້າຮ່ວມ, ພ້ອມນັ້ນ ຍັງມີແຂກຖືກເຊີນ ຈໍານວນ 391 ສະຫາຍ, ລວມຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ທັງໝົດ 1,226 ສະຫາຍ.
ກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກ ແມ່ນເຫດການທາງດ້ານການເມືອງ-ສັງຄົມອັນສຳຄັນຍິ່ງຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະໄດ້ດຳເນີນຢ່າງຖືກຕ້ອງຕາມກົດລະບຽບຂອງພັກ, ພາຍໃຕ້ບັນຍາກາດສ້າງສັນ, ເອົາການເອົາງານ ມີຄວາມຮັບຜິດຊອບສູງ ແລະໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ປະຕິບັດໜ້າທີ່ ຢ່າງຖືກຕ້ອງຕາມກົດລະບຽບຂອງພັກ ແລະ ໄດ້ພິຈາລະນາ, ຮັບຮອງເອົາເອກະສານສຳຄັນຂອງພັກ, ຂອງຊາດ ແລະ ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຂອງພັກ ຊຶ່ງມີລາຍລະອຽດດັ່ງນີ້: ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາໂຄງການການເມືອງ ສະບັບທີ 3 ຂອງພັກ ທີ່ສະເໜີໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຊຶ່ງເປັນເອກະສານສໍາຄັນ ທີ່ກໍານົດທິດພື້ນຖານໃຫ້ແກ່ການວາງຍຸດທະສາດ ແລະວິໄສທັດ ຂອງພັກ. ໂຄງການການເມືອງສະບັບນີ້, ໄດ້ຕີລາຄາການຈັດຕັ້ງປະຕິບັດໂຄງການການເມືອງ ສະບັບທີ 2 ກໍ່ຄືພັກນໍາພາເຮັດສໍາເລັດພາລະກິດປົດປ່ອຍຊາດ ແລະສ້າງພື້ນຖານ ຂອງລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ງສັງຄົມນິິຍົມ, ພ້ອມທັງໄດ້ຍົກໃຫ້ເຫັນບັນດາບົດຮຽນ ແລະບັນຫາທີ່ເປັນລັກສະນະກົດເກນຂອງການປະຕິວັດລາວ 6 ປະການ, ພ້ອມນັ້ນ ຍັງໄດ້ວາງຈຸດໝາຍຮອດປີ 2055 ກໍ່ຄືວັນສ້າງຕັ້ງພັກຄົບຮອບ 100 ປີ ແມ່ນສູ້ຊົນສ້າງປະເທດເຮົາເປັນປະເທດກໍາລັງພັດທະນາ, ມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກຳລັງການຜະລິດ ໄດ້ຮັບການພັດທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜຳສຳລານ, ພ້ອມທັງໄດ້ກໍານົດ 11 ເນື້ອໃນພື້ນຖານຂອງການບູລະນະລະບອບປະຊາທິປະໄຕປະຊາຊົນກ້າວຂຶ້ນສູ່ສັງຄົມນິຍົມ.
ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະເປັນເອກະສານສັນຮັບຮອງເອົາລາຍງານການເມືອງຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີ XI, ໄດ້ພິຈາລະນາ ແລະຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X(2026-2030) ຊຶ່ງແມ່ນແຜນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ເປັນແຜນງານ, ໂຄງການລະດັບຊາດ, ລວມທັງຂອບການລົງທຶນສໍາລັບໂຄງການເຫຼົ່ານັ້ນ, ໃນນັ້ນ ໄດ້ກໍານົດອອກເປັນ 6 ເປົ້າໝາຍໃຫຍ່ ເພື່ອສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ກອງປະຊຸມ ໄດ້ພິຈາລະນາ ແລະຮັບຮອງກົດລະບຽບພັກສະໄໝທີ XII, ເພື່ອໃຫ້ສອດຄ່ອງ, ຮອງຮັບການຈັດຕັ້ງປະຕິບັດແນວທາງການເມືອງຂອງພັກ, ຊຸກຍູ້ວຽກງານກໍ່ສ້າງພັກ ເຮັດໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີຄວາມສາມາດພຽງພໍໃນການນໍາພາພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດ ໃນໄລຍະໃໝ່ ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ ແລະໄດ້ພິຈາລະນາ ແລະຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI.
ພ້ອມນີ້, ກອງປະຊຸມໃຫຍ່ ຍັງໄດ້ເປັນເອກະສັນເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຊຶ່ງປະກອບດ້ວຍກໍາມະການສົມບູນ 73 ສະຫາຍ ແລະກໍາມະການສໍາຮອງ 15 ສະຫາຍ ເພື່ອເປັນແກ່ນສານນໍາພາທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະທົ່ວປວງຊົນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໃຫ້ມີຜົນສໍາເລັດ, ສ້າງບາດກ້າວບຸກທະລຸໃນການສ້າງການຫັນປ່ຽນທີ່ແຂງແຮງໃນການພັດທະນາ ແລະພາປະເທດຊາດ ກ້າວຂຶ້ນຢ່າງໜັກແໜ້ນຕໍ່ໄປ; ໃນກອງປະຊຸມຄົບຄະນະຄັ້ງປະຖົມມະລືກຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຍັງໄດ້ເປັນເອກະພາບເລືອກຕັ້ງກໍາມະການກົມການເມືອງສູນກາງພັກຈໍານວນ 13 ສະຫາຍ, ເລືອກເອົາກໍາມະການຄະນະເລຂາທິການສູນກາງພັກ 11 ສະຫາຍ. ກອງປະຊຸມ ໄດ້ເປັນເອກະພາບຢ່າງສູງເລືອກເອົາສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ພ້ອມກັນນັ້ນ ກໍ່ໄດ້ເລືອກເອົາສະຫາຍ ວິໄລ ຫຼ້າຄຳຟອງ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ພ້ອມທັງເລືອກປະທານ-ຮອງປະທານຄະນະກວດກາສູນກາງພັກ ປະກອບດ້ວຍ 6 ສະຫາຍ ໂດຍແມ່ນສະຫາຍ ວັນໄຊ ພອງສະຫວັນ ເປັນປະທານ.
ໃນພິທີ, ສະຫາຍ ອານຸພາບ ຕຸນາລົມ ກໍ່ໄດ້ຕາງໜ້າຈາກຄະນະພັກ-ອົງການປົກຄອງ ແລະຊາວນະຄອນຫຼວງວຽງຈັນ ກໍ່ຄືປະຊາຊົນລາວໃນທົ່ວປະເທດ ຂຶ້ນມອບກະຕ່າດອກໄມ້ ແລະກ່າວອວຍພອນໄຊແດ່ສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ພ້ອມດ້ວຍຄະນະບໍລິຫານງານສູນກາງພັກຊຸດໃໝ່ ໃນໂອກາດຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa