ແຂວງສະຫວັນນະເຂດ, ປາຖະກະຖາວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ, ວັນສ້າງຕັ້ງອົງການກວດກາ ພັກ-ລັດ ຄົບຮອບ 44 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ

ແຂວງສະຫວັນນະເຂດ, ປາຖະກະຖາວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ, ວັນສ້າງຕັ້ງອົງການກວດກາ ພັກ-ລັດ ຄົບຮອບ 44 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ
    ຕອນເຊົ້າວັນທີ 4 ມີນາ 2026, ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ ວັນທີ 3 ກຸມພາ 1930 ຫາວັນທີ 3 ກຸມພາ 2026, ວັນສ້າງຕັ້ງອົງການກວດກາພັກ-ລັດຄົບຮອບ 44 ປີ ວັນທີ 16 ກຸມພາ 1982 ຫາວັນທີ 16 ກຸມພາ 2026 ແລະ ວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 22 ປີ ວັນທີ 9 ທັນວາ 2003 ຫາວັນທີ 9 ທັນວາ 2026, ໂດຍເປັນກຽດເຂົ້າຮ່ວມ ແລະກ່າວປາຖະກະຖາສອງເອກະສານ ຂອງທ່ານ ແສນສັກ ພິມວົງສາ ກຳມະການປະຈຳພັກແຂວງ ປະທານອົງການກວດກາພັກ-ລັດແຂວງ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ແຂວງ, ມີຫົວໜ້າ-ຮອງຫົວໜ້າພະແນກການ-ກົມກອງທຽບເທົ່າຂັ້ນແຂວງ, ພະນັກງານ-ລັດຖະກອນ ກຳລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບແຂວງ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງພາຍໃນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນເບື້ອງຕົ້ນ ທ່ານ ສຸດໃຈ ໄຊຍະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ກ່າວປະຖະກະຖາເອກະສານວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ, ຍົກໃຫ້ເຫັນບາງເນື້ອໃນສຳຄັນ ວ່າ: ປີ 1884 ຫວຽດນາມ ໄດ້ຕົກເປັນຫົວເມືອງຂຶ້ນຂອງຝຣັ່ງ, ໃຕ້ແອກປົກຄອງຂອງພວກຈັກກະພັດຕ່າງດ້າວ, ປະຊາຊົນຫວຽດນາມໄດ້ສູນເສຍສິດເປັນເຈົ້າ, ບໍ່ມີອິດສະຫຼະພາບ, ຖືກກົດຂີ່ຂູດຮີດຢ່າງ ໜັກໜ່ວງ ແລະ ປ່າເຖື່ອນ, ດ້ວຍນໍ້າໃຈຮັກຊາດ ແລະ ຄຽດແຄ້ນຕໍ່ພວກລ່າເມືອງຂຶ້ນຜູ້ຮຸກຮານ, ປະຊາຊົນຫວຽດນາມໄດ້ຈັບອາວຸດລຸກຂຶ້ນຕໍ່ສູ້ບໍ່ຍອມຈຳນົນ. ປີ 1911 ປະທານ ໂຮ່ຈີມິນ (ເວລານັ້ນ ຊື່ ຫງວຽນອ້າຍກວັກ) ໄດ້ຕັດສິນໃຈອອກຈາກບ້ານເກີດເມືອງນອນຂອງຕົນ ເດີນທາງໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງປົດປ່ອຍຊາດ, ເພິ່ນໄດ້ເດີນທາງໄປຫລາຍປະເທດ ເກືອບທຸກທະວີບ ເພື່ອສຶກສາຄົ້ນຄວ້າ ແລະ ກຳສະພາບຕ່າງໆ. ປີ 1929 ຫງວຽນ ອ້າຍ ກວັກ ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນ ແລະ ຕໍ່ມາໂດຍໄດ້ຮັບການມອບໝາຍຈາກສາກົນກອມມູນິດ ໃຫ້ຈັດຕັ້ງພັກກອມມູນິດຫວຽດນາມຂຶ້ນໃນວັນທີ 3 ກຸມພາ 1930 ທີ່ກິວລອງ (ປະເທດຈີນ). ພ້ອມນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນ ການພົວພັນຮ່ວມມື, ຄວາມສາມັກຄີພິເສດລະຫວ່າງ ລາວ – ຫວຽດນາມ ໄດ້ມີມາແຕ່ບູຮານນະການ ຈົນກາຍເປັນມູນເຊື້ອອັນຈົບງາມ, ເປັນມໍລະດົກ ແລະ ເປັນກົດເກນໃນການຄົງຕົວ ແລະ ຂະຫຍາຍຕົວຂອງທັງສອງປະເທດເຖິງທຸກວັນນີ້, ໃນສະພາບການຂອງໂລກ ແລະ ຂົງເຂດມີການປ່ຽນແປງຢ່າງສັບສົນ ພວກເຮົາຍິ່ງຖືຄວາມສາມັກຄີພິເສດລະຫວ່າງ ລາວ – ຫວຽດນາມ ເປັນບັນຫາຍຸດທະສາດ, ເປັນສ່ວນປະກອບອັນສໍາຄັນເຂົ້າໃນການພັດທະນາຂອງສອງປະເທດ. ທັງສອງປະເທດ ລາວ ແລະ ຫວຽດນາມ ລ້ວນແຕ່ເປັນສະມາຊິກອາຊຽນ ແຕ່ກໍ່ຍັງສືບຕໍ່ເສີມຂະຫຍາຍຄວາມສາມັກຄີພິເສດ ບົນພື້ນຖານເຄົາລົບຄວາມເປັນເອກະລາດ, ເປັນເຈົ້າຕົນ ເອງຂອງແຕ່ລະພັກ, ອະທິປະໄຕຂອງແຕ່ລະປະເທດ, ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ໃນເວລາຕໍ່ມາ ທ່ານ ແສນສັກ ພິມວົງສາ ໄດ້ຍົກໃຫ້ຮູ້ເຖິງມູນເຊື້ອວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ, ເຊິ່ງໃນຕະຫຼອດໄລຍະຜ່ານມາ, ວຽກງານກວດກາ ໄດ້ດຳເນີໄປຄຽງຄູ່ກັບວຽກງານກໍ່ສ້າງພັກ ທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ສາມາດຮັກສາໄດ້ບົດບາດເປັນແກນນຳທີ່ແໜ້ນແກນໃນລະບົບການເມືອງຢູ່ ສປປລາວ, ພັກເຮົາຍາມໃດ ກໍ່ຖືສຳຄັນວຽກງານກວດກາພັກ-ລັດ, ນັບແຕ່ມື້ໄດ້ຮັບການສ້າງຕັ້ງເປັນຕົ້ນມາ, ພັກເຮົາໄດ້ຖືວຽກງານກວດກາພາຍໃນພັກ ເປັນໜຶ່ງໃນພາລະບົດບາດນໍາພາທີ່ຂາດບໍ່ໄດ້ ໂດຍຢຶດໝັ້ນທັດສະນະທີ່ວ່າ: ການນໍາພາຕ້ອງຕິດພັນກັບການກວດກາ, ຖ້າບໍ່ມີການກວດກາ ກໍ່ເໝືອນບໍ່ມີການນໍາພາ; ພ້ອມນີ້ ທ່ານຍັງໄດ້ສືບຕໍ່ຍົກໃຫ້ເຫັນຜົນຮ້າຍຂອງການສໍ້ລາດບັງຫຼວງ, ເຊິ່ງແມ່ນອາຊະຍະກຳໜຶ່ງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງລັດ, ເອກະຊົນ ແລະສັງຄົມ, ເປັນໄພອັນຕະລາຍທີ່ສົງຜົນກະທົບ ສ້າງຄວາມເສຍຫາຍ ແລະກົດໜວ່ງຖວງດຶງອັນຮ້າຍແຮງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຕ່າງໆ ບໍ່ວ່າຈະແມ່ນປະເທດນ້ອຍ ຫຼື ໃຫຍ່, ປະເທດທຸກຍາກ ຫຼື ຮັ່ງມີກໍ່ຕາມ, ລ້ວນແຕ່ມີຜົນກະທົບເຊັ່ນດຽວກັນ, ການສໍ້ລາດບັງຫຼວງຍັງເປັນໄພຂົ່ມຂູ່ ແລະ ບັນທອນຕໍ່ສະຖຽນລະພາບທາງການເມືອງ, ປະສິດທິພາບໃນການເຄື່ອນໄຫວ, ຄວາມເຊື່ອໝັ້ນຕໍ່ສັງຄົມຕໍ່ອົງການອໍານາດລັດ ກໍ່ຄືການຈັດຕັ້ງທຸກຂັ້ນຂອງລັດ ແລະ ສັງຄົມ, ພາໃຫ້ເກີດມີຄວາມບໍ່ສະຫງົບ, ຄວາມບໍ່ສະເໝີພາບ ແລະ ຄວາມບໍ່ຍຸຕິທຳໃນສັງຄົມ, ການສໍ້ລາດບັງຫຼວງສົ່ງຜົນກະທົບໂດຍກົງຕໍ່ລາຍໄດ້ຂອງຊາດ, ງົບປະມານໃນການພັດທະນາຂອງລັດ, ຕັດຮອນເອົາລາຍຮັບຂອງລວມໝູ່ ກໍ່ຄືຂອງພົນລະເມືອງດ້ວຍຫຼາຍຮູບ, ຫຼາຍວິທີ ທີ່ເລິກແລບແນບນຽນ, ເຮັດໃຫ້ລັດ, ລວມໝູ່ ແລະ ພົນລະເມືອງເສຍຜົນປະໂຫຍດ ຫຼື ເສຍລາຍຮັບຈໍານວນບໍ່ໜ້ອຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa