ແຂວງສະຫວັນນະເຂດ ປະກາດກົງຈັກການຈັດຕັ້ງຂອງພະແນກການ ແລະອົງການທຽບເທົ່າ

ແຂວງສະຫວັນນະເຂດ ປະກາດກົງຈັກການຈັດຕັ້ງຂອງພະແນກການ ແລະອົງການທຽບເທົ່າ
ພິທີປະກາດກົງຈັກການຈັດຕັ້ງຂອງພະແນກການ ແລະອົງການທຽບເທົ່າອ້ອມຂ້າງແຂວງ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 15 ສິງຫາ 2025 ທີ່ສະໂມສອນຫ້ອງວ່າການແຂວງ ໂດຍການໃຫ້ກຽດເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີຄະນະການນຳຂັ້ນສູງຂອງແຂວງ, ບັນດາພະແນກການ-ອົງການທຽບເທົ່າຂັ້ນແຂວງ ແລະການຈັດຕັ້ງກ່ຽວຂ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ, ທ່ານ ອ່ອນລຳພັນ ບົວສີແກ້ວ ກຳມະການພັກແຂວງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງ ແລະມະຕິຕົກລົງຂອງຄະນະພັກຂັ້ນເທິງ ວ່າດ້ວຍການຍຸບ, ການສ້າງຕັ້ງຄະນະພັກ, ບົ່ງຕົວແຕ່ງຕັ້ງຄະນະພັກ ແລະແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງແຂວງສະຫວັນນະເຂດ, ໃນນີ້ ຄະນະປະຈຳພັກແຂວງ ໄດ້ຕົກລົງຍຸບເລີກ 1.ຄະນະພັກຮາກຖານ ແລະ8 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານພະແນກອຸດສາຫະກຳ ແລະການຄ້າແຂວງ, 2. ຍຸບເລີກໜ່ວຍພັກຖະແຫຼງຂ່າວ-ກອງວິຊາການສື່ມວນຊົນ ທີ່ຂ້ຶນກັບຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະ ທຳ ແລະທ່ອງທ່ຽວແຂວງ, 3. ຍຸບເລີກຄະນະພັກຮາກຖານ ແລະ16 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກກະສິກຳ ແລະປ່າໄມ້, 4. ຍຸບເລີກໜ່ວຍພັກຮາກຖານພະແນກພາຍໃນແຂວງ, 5. ຍຸບເລີກໜ່ວຍພັກຮາກຖານຄະນະຈັດຕັ້ງແຂວງ, 6. ຍຸບເລີກໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ, 7. ຍຸບເລີກຄະນະພັກຮາກຖານ ແລະ5 ໜ່ວຍພັກທີ່ຂຶ້ນກັບຮາກຖານພັກພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງ, 8. ຍຸບເລີກຄະນະພັກຮາກຖານ ແລະ4 ໜ່ວຍພັກທີ່ຂຶ້ນກັບຮາກຖານພັກພະແນກພະລັງງານ ແລະບໍ່ແຮ່ແຂວງ, 9. ຍຸບເລີກຄະນະພັກຮາກຖານ ແລະ3 ໜ່ວຍພັກທີ່ຂຶ້ນກັບຮາກຖານພັກພະແນກແຜນການ ແລະການລົງທຶນແຂວງ, 10. ຍຸບເລີກຄະນະພັກຮາກຖານ ແລະ6 ໜ່ວຍພັກທີ່ຂຶ້ນກັບຮາກຖານພັກພະແນກການເງິນແຂວງ ພ້ອມນີ້, ກໍ່ໄດ້ມີການຍົກຍ້າຍ-ແຕ່ງຕັ້ງໃໝ່ດັ່ງນີ້: 1. ຄະນະນະຈັດຕັ້ງແຂວງ: ທ່ານ ບົວສອນ ມະຫາວົງ ເປັນຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ອ່ອນລຳພັນ ບົວສີແກ້ວ, ທ່ານ ໄກ່ສອນ ອິນທິຈັກ, ທ່ານ ນາງ ປະພັດສອນ ພັດທະນາ, ທ່ານ ສຸກສາຄອນ ມະນີສວນ ແລະທ່ານ ແກ້ວວິໄລ ໄຊຍະວົງສາ ເປັນຮອງ;

2. ຄະນະໂຄສະນາອົບຮົມແຂວງ: ທ່ານ ຄຳວິໃສ ຜຸຍຍະວົງ ເປັນຫົວໜ້າ, ທ່ານ ສຸດໃຈ ໄຊຍະວົງ, ທ່ານ ສົມໃຈ ສີສົມພອນ, ທ່ານ ມົງກຸດເພັດ ວົງພະຈັນ, ທ່ານ ພູເງິນ ສີວົງກອນ ເປັນຮອງ;

3. ພະແນກກະສິກຳ ແລະສິ່ງແວດລ້ອມ: ທ່ານ ປອ ສຸນັນທາ ຈຸນລະມະນີ ເປັນຫົວໜ້າ, ທ່ານ ບູລິກາ ອິນທິລາດ, ທ່ານ ນາງ ອໍລະວັນ ສາມາດມະນີວົງ, ທ່ານ ແກ້ວອຸດອນ ສຸລິຍະ ແລະທ່ານ ສຸພາລັກ ອາດບັນດິດ ເປັນຮອງ; 4. ພະແນກອຸດສາຫະກຳ ແລະການຄ້າແຂວງ: ທ່ານ ສີໂທ ທໍລະທາ ເປັນຫົວໜ້າ, ທ່ານ ພົມມາ ຈັນທະວົງ, ທ່ານ ສີຖັດທະ ພອນສະຫວັນ ແລະທ່ານ ນາງ ສີສະເຫວີຍ ແກ້ວປະເສີດ ເປັນຮອງ; 5. ພະແນກການເງິນແຂວງ: ທ່ານ ນາງ ບົວສະຫວັນ ລຸຍບົວທອງ ເປັນຫົວໜ້າ, ທ່ານ ໄພສານ ຈັນສີນາ, ທ່ານ ແກ້ວປະເສີດ ສຸຣິນພູມີ ແລະທ່ານ ໝອນຄຳ ສຸລິນພູມີ ເປັນຮອງ ຈາກນີ້ກໍ່ຍັງໄດ້ມີການປະກາດແຕ່ງຕັ້ງຄະນະພັກຮາກຖານ ແລະຄະນະໜ່ວຍພັກຮາກຖານຂອງບັນດາພະແນກການ- ອົງການທຽບດັ່ງກ່າວນຳອີກ.
ໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ໃຫ້ກຽດມອບຂໍ້ຕົກລົງ ແລະມະຕິຕົກລົງໃຫ້ບັນດາທ່ານບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ຢ່າງສົມກຽດ ພ້ອມທັງໄດ້ໃຫ້ກຽດກ່າວມີຄຳເຫັນໂອ້ລົມໃຫ້ທິດຊີ້ນຳຕໍ່ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງ-ຍົກຍ້າຍໃນຄັ້ງນີ້ ແນໃສ່ເພື່ອເຮັດໃຫ້ບັນດາກົງຈັກການຈັດຕັ້ງໃໝ່ມີຄວາມໜັກແໜ້ນເຂັ້ມແຂງ ແລະສາມາດເຄື່ອນໄຫວວຽກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນໄດ້ຢ່າງມີປະສິດທິພາບ ແລະປະສິດທິຜົນດີຂ້ຶນກວ່າເກົ່າ./.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa