
ແຂວງສະຫວັນນະເຂດ ຈັດພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ
ໃນຕອນເຊົ້າວັນທີ 12 ທັນວາ 2025ນີ້ ທີ່ຫໍວັດທະນະທໍາໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດພິທີ ໂຮມຊຸມນຸມໃຫຍ່ ເພື່ອສະເຫຼີມສະຫຼອງວັນເກີດປະທານໄກສອນພົມວິຫານຄົບຮອບ 105 ປີ(13 ທັນວາ 1920 -13 ທັນວາ 2025) ພາຍໃຕ້ການເຂົ້າຮ່ວມຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ມີຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ນະຄອນໄກສອນພົມວິຫານ, ອົງການຈັດຕັ້ງມະຫານຊົນ, ພະນັກງານອາວຸໂສບໍານານ,ນັກທິລະກິດເຂົ້າຮ່ວມ.

ໃນພິທີແມ່ນໄດ້ຮັບຊົມວີດີໂອການຖ່າຍທອດສົດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານໄກສອນພົມວິຫານທີ່ສູນກາງຈັດຂຶ້ນ ໃນພິທີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ກໍໄດ້ກ່າວປາໃສ ເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ເພື່ອສະແດງຄວາມອາໄລຮັກ, ຄວາມກະຕັນຍູຮູ້ບຸນຄຸນ ຢ່າງສຸດຊຶ້ງ ຕໍ່ຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາພາກໍ່ຕັ້ງ, ຖະນຸບໍາລຸງ ພັກປະຊາຊົນປະຕິວັດລາວ, ເປັນຜູ້ນໍາພາສ້າງຕັ້ງກຳລັງປະກອບອາວຸດປະຕິວັດ ຂອງປະຊາຊົນ, ນໍາພາຂະບວນການຕໍ່ສູ້ກູ້ຊາດ, ນໍາເອົາເອກະລາດ, ອິດສະຫຼະພາບມາສູ່ປະເທດຊາດ ກ້າວເຖິງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ເພື່ອສືບຕໍ່ກ້າວຂຶ້ນຕາມເສັ້ນທາງສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ.
ໃນໂອກາດນີ້, ພວກເຮົາອາດຈະທົບທວນຄືນປະຫວັດຄວາມເປັນມາຂອງຊາດເຮົາ ໂດຍສັງເຂບທີ່ສຸດ, ໂດຍສະເພາະປະຫວັດຄວາມເປັນມາ ຂອງບັນດາບັນພະບູລຸດຂອງຊາດລາວ ທີ່ຕິດພັນກັບປະຫວັດ ສາດຂອງຊາດເຮົານັ້ນ, ອາດຈະເວົ້າໄດ້ວ່າ ໃນແຕ່ລະຍຸກ, ແຕ່ລະສະໄໝ ຂອງແຕ່ລະໄລຍະປະຫວັດສາດ ກໍມີບັນພະບູລຸດ ທີ່ມີນຳ້ໃຈຮັກ ຊາດ, ມີຄວາມປາຖະໜາທີ່ແຮງກ້າ ຢາກໃຫ້ຊາດມີເອກະລາດ, ມີຜືນແຜ່ນດິນອັນຄົບຖ້ວນ ເປັນຂອງຄົນລາວ ແລະ ບັນພະບູລຸດເຫຼົ່ານັ້ນ ກໍມີຄວາມພະຍາຍາມດີ້ນຮົນ ເພື່ອສ້າງຄວາມເປັນເອກະພາບ, ຄວາມປອງດອງ ແລະ ເຕົ້າໂຮມຄວາມເປັນປຶກແຜ່ນພາຍໃນຊາດ ເພື່ອມີກຳລັງແຮງ ແຫ່ງການປົກປ້ອງຊາດ ແລະ ຜືນແຜ່ນດິນຂອງຕົນ ບໍ່ໃຫ້ຖືກຮຸກຮານ, ຖືກກືນກິນ ແລະ ຖືກຢຽບຢໍ່າທຳລາຍ, ປົກປ້ອງປະຊາລາສະດອນ ບໍ່ໃຫ້ຖືກກົດຂີ່ຂົ່ມເຫັງ, ຕົກເປັນທາດຂອງຊາດອື່ນ ຢ່າງທຸກທໍລະມານ ແລະ ອື່ນໆ.
