
ແຂວງສະຫວັນນະເຂດປາຖະກະຖາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ
ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ
ໃນຕອນເຊົ້າວັນທີ 1 ທັນວານີ້ ຢູ່ທີ່ສະໂມສອນຫ້ອງວ່າການແຂວງ,ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໄດ້ຈັດພິທີ ປາຖະກະຖາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ
ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ , ມີບັນດາທ່ານ ກຳມະການປະຈຳພັກແຂວງ , ກຳມະການພັກແຂວງ , ບັນດາທ່ານຫົວໜ້າ – ຮອງຫົວໜ້າພະແນກການຕ່າງໆອ້ອມຂ້າງແຂວງ , ສະມາຊິກພັກ – ພະນັກງານອ້ອມຂ້າງເຂົ້າຮ່ວມຮັບຟັງຈຳນວນ 350 ຄົນ.
ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ສະຫວັນນະເຂດ ໄດ້ກ່າວປາຖະກະຖາເຊິ່ງທ່ານໄດ້ກ່າວເຖິງໄຊຊະນະຢ່າງສົມບູນຂອງການປະຕິວັດຊາດ ປະຊາທິປະໄຕ ຢູ ່ປະເທດເຮົາ ,ຫວນຄືນ 50 ປີກ່ອນນີ້, ປະເທດເຮົາຕົກຢູ່ພາຍໃຕ້ການປົກຄອງຂອງຈັກກະພັດຝຣັ່ງ, ປະຊາຊົນລາວບັນດາເຜົ່າຖືກກົດຂີ່ຂູດຮີດຢ່າງໂຫດຮ້າຍປ່າ ເຖື່ອນ, ບໍ່ມີສິດເສລີພາບ ແລະ ສິດທິພື້ນຖານ, ລະບົບການບໍລິຫານແມ່ນຖືກຄວບຄຸມບັນຊາດ້ວຍຂ້າລາດຊະການຝຣັ່ງ ແລະ ຜູ້ທີ່ມີອໍານາດຢູ່ແຕ່ລະທ້ອງຖິ່ນ; ເສດຖະກິດພົບຄວາມຫຍຸ້ງຍາກ, ການສຶກສາຍັງຈໍາກັດຫຼາຍ, ລະບົບໂຮງຮຽນມີໃຫ້ແຕ່ສໍາລັບລູກຫຼານຂອງຜູ້ທີ່ມີຖານະໃນສັງຄົມ, ຊາວບ້ານ ສ່ວນໃຫຍ່ບໍ່ໄດ້ມີໂອກາດໄດ້ເຂົ້າຮຽນ; ພື້ນຖານໂຄງລ່າງພາຍໃນປະເທດຖືກສົງ ຄາມ ທໍາລາຍຢ່າງໜັກໜ່ວງ. ແຕ່ປະຊາຊົນບັນດາເຜົ່າບໍ່ໄດ້ທໍ ້ຖອຍ ແລະ ບໍ່ໄດ້ຍອມຈໍານົນສັດຕູ, ຄວາມຄຽດແຄ້ນຍິ່ງເພີ່ມທະວີ, ຂະບວນການຕໍ່ສູ້ກໍນັບມື້ຍົກລະດັບຂຶ້ນ ກາຍເປັນຂະບວນການຕໍ່ສູ້ຂອງມະຫາຊົນທີ່ຂະຫຍາຍກວ້າງອອກໄປທົ່ວປະເທດ ແລະ ກໍາລັງຕໍ່ສູ້ປະຕິວັດ ກໍນັບມື ້ ນັບເຕີບໃຫຍ່ຂະຫຍາຍຕົວ. ຫຼັງຈາກ ພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1930, ອິດທິພົນ ຂອງພັກກອມມູນິດອິນດູຈີນ ໄດ້ຂະຫຍາຍຕົວແຮງ ແລະ ກວ້າງຂວາງ ຢູ່ 3 ປະເທດອິນດູຈີນ, ໃນປີ 1934 ຄະນະພັກແຄວ້ນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍພັກກອມມູນິດອິນດູຈີນ, ພາຍໃຕ້ການນໍາພາ ຂອງຄະນະພັກແຄວ້ນລາວ ຂະບວນການຕໍ່ສູ້ ຂອງປະຊາຊົນລາວ ສາມາດຍາດໄດ້ໄຊຊະນະຢ່າງຕໍ່ ເນື່ອງ, ຈົນສາມາດຍຶດອໍານາດການປົກຄອງ ແລະ ປະກາດເອກະລາດໃນວັນທີ 12 ຕຸລາ 1945, ໄຊຊະນະດັ່ງກ່າວ ມີຄວາມໝາຍທາງປະຫວັດສາດອັນສໍາຄັນທີ່ສຸດ, ມັນເປັນເທື່ອທໍາອິດທີ່ປະຊາຊົນລາວບັນດາເຜົ່າ ໄດ້ກັບຄືນມາເປັນເຈົ້າຂອງປະເທດຊາດ ແລະ ເປັນເຈົ້າຂອງຊາຕະກໍາ ຂອງຕົນ ພາຍຫຼັງທີ່ຕົກເປັນຂ້ອຍຂ້າ, ຖືກກົດຂີ່ມາເປັນເວລາ 100 ກວ່ າປີ; ໄຊຊະນະນັັນໄດ້ເປີດສາກໃຫ້ແກ່ສະໄໝໃໝ່ , ສະໄໝທີ ່ ປະຊາຊົນເຮົາ ໄດ້ຮັບການປຸກລະດົມ ໃຫ້ຕື່ນຕົວເຂົ້າຮ່ວມການຕໍ່ສູ້ທີ່ເອົາເປັນເອົາຕາຍກັບສັດຕູ ເພື່ອກອບກູ້ປະເທດຊາດບ້ານເມືອງ.
ຈາກນັ້ນໃນພິທີຍັງໄດ້ມີການປະດັບຫລຽນ 50 ປີໃຫ້ແກ່ເລຂາພັກແຂວງ , ຄະນະປະຈຳພັກແຂວງແລະກຳມະການພັກແຂວງຢ່າງສົມກຽດ.
