ແຂວງສະຫວັນນະເຂດຈັດຕັ້ງກອງບຸນສະເຫລີມສະຫລອງ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານຄົບຮອບ 105 ປີ

ແຂວງ ສະຫວັນນະເຂດຈັດຕັ້ງກອງບຸນສະເຫລີມສະຫລອງ
ວັນຄ້າຍວັນເກີດປະທານໄກສອນ ພົມວິຫານຄົບຮອບ 105 ປີ
ເພື່ອເປັນການສະເຫລີມສະຫລອງວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 105 ປີ ແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງກອງບຸນຂື້ນ ໃນວັນທີ 13 ທັນວາ 2025 ທີ່ອານຸສອນສະຖານ ປະທານ ໄກສອນ ພົມວິຫານ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກົມການເມືອງ ສູນກາງພັກ ປະທານສູນກາງແນວລາວສ້າງຊາດ , ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ເຈົ້າແຂວງ ສະຫວັນນະເຂດ , ມີບັນດາທ່ານການນຳຂັ້ນສູນກາງ , ການນຳຈາກແຂວງອ້ອມຂ້າງ , ຄະນະພັກ , ກຳມະການປົກຄອງແຂວງ 14 ເມືອງ 1 ນະຄອນ ພິເສດຍັງມີ ທ່ານ ບຸນຍັງ ວໍລະຈິດ ອາດີດເລຂາທິການໃຫ່ຍສູນກາງພັກ ອາດີດປະທານປະເທດແຫ່ງ ສ ປປ ລາວ ພ້ອມດ້ວຍມວນຊົນຊາວແຂວງສະຫວັນນະເຂດ ເຂົ້າຮ່ວມເປັນຈຳນວນຫລວງຫລາຍ.
ໃນພິທີຍັງໄດ້ມີການຄາລະວາດໄຕທູບທຽນບູຊາພຣະຣັດຕະນະໄຕຣ , ຮູບເຫມືອນທ່ານ ໄກສອນ ພົມວິຫານ , ໄຫວ້ພຣະຮັບສິນ , ໄຕທຽນມຸງຄຸນ , ຟັງເທດສະໜາ , ຖວາຍທານ ແລະ ຮັບພອນຍາດນ້ຳ ພ້ອມນີ້ຍັງໄດ້ມີການຮັບບໍລິຈາກວັດຖຸທານຈະຕຸປັດໄຈ ສັດທາຍາດໂຍມ ,ມີການຄົບງັນຕະຫລອດຄືນ , ໃນຕອນເຊົ້າວັນທີ 14 ທັນວາ ຍັງໄດ້ມີການຖວາຍກອງບຸນເຄື່ອງທານຕ່າງໆ ໃສ່ບາດພໜະສົງຈຳນວນ 105 ອົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa