
ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ເປີດເວທີພົບປະຜູ້ສະໝັກ ສສຊ ແລະ ສສຂ: ເນັ້ນສ້າງຄວາມເຂົ້າໃຈ ແລະ ຮັບຟັງສຽງສະທ້ອນຈາກປະຊາຊົນ
ໃນວັນທີ 12 ກຸມພາ 2026 ນີ້, ຄະນະຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ປະຈຳເຂດເລືອກຕັ້ງເມືອງອາດສະພັງທອງ ໄດ້ລົງເຄື່ອນໄຫວພົບປະ ແລະ ນຳສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງຢູ່ເມືອງອາດສະພງັທອງ ໂດຍການນຳພາຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຮອງຄະນະກໍາມະການເລືອກຕັ້ງລະດັບຊາດ ທັງເປັນຜູ້ສະໝັກ ສສຊ ໝາຍເລກ 1. ການເຄື່ອນໄຫວໃນຄັ້ງນີ້ ໄດ້ຈັດຂຶ້ນຢູ່ສອງຈຸດສຳຄັນ ຄືໃນພາກເຊົ້າ ໄດ້ລົງພົບປະຢູ່ທີ່ສະໂມສອນຂອງເມືອງ ແລະ ໃນພາກບ່າຍ ໄດ້ສືບຕໍ່ລົງພົບປະກັບພໍ່ແມ່ປະຊາຊົນຢູ່ທີ່ບ້ານນາຈານ.

ຈຸດປະສົງຫຼັກຂອງການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອເປັນການນຳສະເໜີຕົວບຸກຄົນຜູ້ສະໝັກໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ປະຫວັດການເຄື່ອນໄຫວ ແລະ ມາດຖານເງື່ອນໄຂຢ່າງຊັດເຈນ ພ້ອມທັງເປັນການເຜີຍແຜ່ວິໄສທັດ ແລະ ແຜນການເຄື່ອນໄຫວຂອງຜູ້ສະໝັກ ຫາກໄດ້ຮັບຄວາມໄວ້ວາງໃຈໃຫ້ເປັນຕົວແທນຂອງປະຊາຊົນ ເຂົ້າໄປເຮັດໜ້າທີ່ໃນອົງການຕົວແທນແຫ່ງອຳນາດລັດ. ນອກຈາກນີ້ ຍັງເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ສສຊ ແລະ ສສຂ ໃນການເປັນກະບອກສຽງປົກປ້ອງຜົນປະໂຫຍດຂອງຊາດ ແລະ ປະຊາຊົນ ພ້ອມທັງເປີດໂອກາດໃຫ້ພໍ່ແມ່ປະຊາຊົນໄດ້ສະທ້ອນບັນຫາຕົວຈິງ ແລະ ເໜີຄວາມມຸ່ງມາດປາດຖະໜາຕ່າງໆ ເພື່ອໃຫ້ຜູ້ສະໝັກໄດ້ເກັບກຳຂໍ້ມູນໄປຄົ້ນຄວ້າ ແລະ ຊອກຫາທາງອອກໃນຂັ້ນຕໍ່ໄປ. ອີງຕາມການກຳນົດໂຄງປະກອບບຸກຄະລາກອນ, ສຳລັບ ສສຊ ປະຈຳເຂດເລືອກຕັ້ງທີ 13 ມີຜູ້ສະໝັກທັງໝົດ 28 ທ່ານ (ຈາກສູນກາງ 9 ທ່ານ ແລະ ທ້ອງຖິ່ນ 19 ທ່ານ) ໂດຍຈະເລືອກເອົາ 21 ທ່ານ, ໃນສ່ວນຂອງ ສສຂ ປະຈຳເຂດເລືອກຕັ້ງເມືອງອາດສະພັງທອງ ມີຜູ້ສະໝັກທັງໝົດ 7 ທ່ານ ແລະ ຈະເລືອກເອົາ 5 ທ່ານ. ໃນພິທີ ບັນດາຜູ້ສະໝັກໄດ້ຜັດປ່ຽນກັນຂຶ້ນນຳສະເໜີວິໄສທັດຢ່າງກົງໄປກົງມາ ແລະ ໃນຕອນທ້າຍຂອງພິທີ ທ່ານ ໂພໄຊ ໄຂຄຳພິທູນ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຍັງໄດ້ມີຄຳເຫັນໂອ້ລົມຕໍ່ຜູ້ມີສິດເລືອກຕັ້ງຕື່ມອີກ ເພື່ອເນັ້ນໜັກໃຫ້ທຸກພາກສ່ວນຍົກສູງຄວາມຮັບຜິດຊອບໃນການໄປໃຊ້ສິດປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ ເພື່ອຮ່ວມກັນເລືອກເອົາຕົວແທນເຂົ້າພັດທະນາແຂວງສະຫວັນນະເຂດ ກໍຄືເມືອງໄຊບູລີ ໃຫ້ມີຄວາມຈະເລີນຮຸ່ງເຮືອງ.
