ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ລົງຊຸກຍູ້ການກະກຽມປັບປຸງກົງຈັກການຈັດຕັ້ງ ຢູ່ແຂວງສະຫວັນນະເຂດ

 

ໃນວັນທີ 22 ກໍລະກົດ 2025, ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະຊຸກຍູ້ການກະກຽມປັບປຸງກົງຈັກການຈັດຕັ້ງຢູ່ແຂວງສະຫວັນນະເຂດ, ໂດຍໃຫ້ການຕ້ອນຮັບຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳຂັ້ນສູງຂອງແຂວງ, ຄະນະປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ ຕະຫຼອດເຖິງຄະນະພັກ-ຄະນະນຳ ແລະພະນັກງານ-ລັດຖະກອນຂອງຄະນະໂຄສະນາອົບຮົມແຂວງ ແລະພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ(ຖວທ)ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍ່ໄດ້ກ່າວລາຍງານໃຫ້ທ່ານຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຮັບຊາບກ່ຽວກັບການກະກຽມການປັບປຸງການຈັດຕັ້ງຂັ້ນແຂວງ, ຈາກນັ້ນ ທ່ານ ຄຳວິໃສ ຜຸຍຍະວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ລາຍງານຄວາມພ້ອມໃນການປັບປຸງໂອນ-ຍ້າຍຂະແໜງຖະແຫຼງຂ່າວໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ ເຊິ່ງມີບາງຕອນວ່າ: ພາຍຫຼັງມີມະຕິຂອງຄະນະບໍລິຫານງານສູນກາງພັກ, ບົດແນະນຳຂອງຄະນະເລຂາທິການສູນກາງພັກ, ບັນດານິຕິກຳທີ່ກ່ຽວຂ້ອງ ສຳລັບຂັ້ນແຂວງພວກເຮົາ ໂດຍລວມແລ້ວ, ສະຫາຍເລຂາພັກແຂວງ ໄດ້ນໍາພາເຊື່ອມຊຶມບັນດານິຕິກຳຕ່າງໆທີ່ກ່ຽວພັນກັບການປັບປຸງກົງຈັກການຈັດຕັ້ງປະຕິບັດໃຫ້ສຳເລັດຜົນຕາມລະດັບຄາດໝາຍ, ສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມວິສາມັນ ຄັ້ງທີ I ຂຶ້ນເພື່ອຮັບຮອງເອົາການສະເໜີຂອງທ່ານເຈົ້າແຂວງ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງພະແນກການຂັ້ນແຂວງ, ຈາກນັ້ນ ຄະນະປະຈຳພັກແຂວງ ກໍ່ໄດ້ອອກມະຕິຕົກລົງນຳພາ-ຊີ້ນຳການປັບປຸງກົງຈັກການຈັດຕັ້ງ ແລະບຸກຄະລາກອນຂອງພະແນກການ ຊຶ່ງໄດ້ແບ່ງອອກເປັນ 5 ຈຸ, ໃນນັ້ນ ຈຸຮັບຜິດຊອບນຳພາ-ຊີ້ນຳການໂອນວຽກຖະແຫຼງຂ່າວ ແລະສື່ມວນຊົນ ພ້ອມທັງຍົກຍ້າຍບຸກຄະລາກອນໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ ແມ່ນໄດ້ວາງແຜນດຳເນີນງານການປັບປຸງການຈັດ ຕັ້ງໄປຕາມຂັ້ນຕອນຂອງການປັບປຸງການຈັດຕັ້ງຕາມມະຕິຂອງຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຄະນະຈັດຕັ້ງສູນກາງພັກ. ຄະນະໂຄສະນາອົບຮົມທົ່ວແຂວງ ມີພະນັກງານທັງໝົດ125 ຄົນ, ຍິງ 25 ຄົນ, ໃນນັ້ນ ຂັ້ນແຂວງມີ 26 ຄົນ, ຍິງ 9 ຄົນ, ພະແນກ ຖວທ ມີພະນັກງານທັງໝົດ 225 ຄົນ, ຍິງ 48 ຄົນ, ໃນນັ້ນ ສະເພາະພະນັກງານຢູ່ຂັ້ນແຂວງມີ 121 ຄົນ ແລະມີພະນັກງານທີ່ຈະຍົກຍ້າຍໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ 40 ຄົນ, ຍິງ 21 ຄົນ, ອາສາສະໝັກ 3 ຄົນ.
ໂອກາດດັ່ງກ່າວ, ທ່ານ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຊີ້ນຳການຈັດຕັ້ງປະຕິບັດການປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ ທີ່ໄດ້ມີການກະກຽມ ແລະຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໂດຍສະເພາະໄດ້ມີການເຊື່ອມຊຶມເພື່ອຄວາມເປັນເອກະພາບ ແລະໃຫ້ເຂົ້າໃຈວ່າການປັບປຸງການຈັດຕັ້ງຄັ້ງນີ້ ເພື່ອເຮັດໃຫ້ກົງຈັກການຈັດຕັ້ງມີຄວາມກະທັດຮັດ, ຫັນເປັນທັນສະໄໝ, ຫຼຸດຜ່ອນກົງຈັກການຈັດຕັ້ງ, ພ້ອມນີ້ກໍ່ຕ້ອງຮັບປະກັນວຽກໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມເຂັ້ມແຂງ ແລະມີຄວາມວ່ອງໄວ, ໃນນັ້ນ ຕ້ອງເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດເພື່ອໃຫ້ພະນັກງານ-ລັດຖະກອນພວກເຮົາມີຄວາມຮັບຮູ້, ເຂົ້າໃຈ, ມີຄວາມອຸ່ນອ່ຽງ, ທຸ່ນທ່ຽງເຊື່ອໝັ້ນຕໍ່ການນໍາພາຂອງພັກ, ປະຕິບັດພາລະບົດ, ຄວາມຮັບຜິດຊອບໃຫ້ມີຄວາມເປັນເອກະພາບກັນ, ສຳລັບການປັບປຸງ ແລະສັບຊ້ອນຕ້ອງໃຫ້ຖືກຕ້ອງຕາມຄວາມຮູ້ຄວາມສາມາດຂອງບຸກຄົນ, ຫັນເປັນທັນສະໄໝ ແລະນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃສ່ໃນການເຮັດວຽກງານ, ສ່ວນຢູ່ຂັ້ນຂະແໜງການກໍ່ໃຫ້ສືບຕໍ່ປັບປຸງ ແລະຈັດວາງບຸກຄະລາກອນເຂົ້າໃສ່ວຽກງານໃຫ້ເປັນອັນດຽວກັນ ແລະໃຫ້ເປັນລະບົບ ໂດຍສະເພາະການປັບປຸງພາລະບົດບາດຂອງໂຄສະນາອົບຮົມ ແມ່ນໃຫ້ເບິ່ງພາລະບົດບາດວຽກງານຖະແຫຼງຂ່າວໃຫ້ເຂົ້າເປັນອັນໜຶ່ງອັນດຽວ ແລະເບິ່ງກົນໄກການເຮັດວຽກໃຫ້ເຂົ້າກັນ ແລະຖືກຕ້ອງໃຫ້ສອດຄ່ອງກັນ ເພື່ອເຮັດແນວໃດໃຫ້ວຽກງານເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ເວົ້າສະເພາະດ້ານການເມືອງ-ແນວຄິດ ໃຫ້ມີຄວາມທັນສະໄໝ ແລະທັນກັບສະພາບການ.
ໃນພິທີ, ຄະນະໂຄສະນາອົບຮົມສູນກາງພັກ ຍັງໄດ້ມອບເງິນຊຸກຍູ້ເຄື່ອນໄຫວວຽກງານຂອງຄະນະໂຄສະນາອົບຮົມແຂວງສະຫວັນນະເຂດຈຳນວນ 30 ລ້ານກີບ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa