ຫົວໜ້າຄະນະໂຄສະນາອົບຮົມແຂວງ ລົງ​ຊຸກ​ຍູ້ຕິດ​ຕາ​ການ​ເຄື່ອນ​ໄຫວວຽກ​ງານຮອບດ້ານ​ຢູ່​ເມືອງ​ໄຊບູລີ.

ຫົວໜ້າຄະນະໂຄສະນາອົບຮົມແຂວງ ລົງຊຸກຍູ້ຕິດຕາການເຄື່ອນໄຫວວຽກງານຮອບດ້ານຢູ່ເມືອງໄຊບູລີ.

          ໃນວັນທີ 18 ພະຈິກ 2021 ທີ່ຫ້ອງວ່າການເມືອງໄຊບູລີ, ແຂວງສະຫວັນນະເຂດ. ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດນຳໂດຍ ທ່ານ ຄໍາວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍວິຊາການ 3 ທ່ານ ລົງ​ຊຸກ​ຍູ້ວຽກ​ງານ​ການເມືອງແນວ​ຄິດ, ຕິດ​ຕາ​ການ​ເຄື່ອນ​ໄຫວ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານໂຄ​ສະ​ນາ​ອົບ​ຮົມ​ຢູ່ ​ເມືອງ​ໄຊບູລີ.

          ໃນເວລາ 8:30 ຂອງວັນດັ່ງກວ່າ, ໄດ້ເປີດກອງປະຊຸມ ຊຸກຍູ້ວຽກງານໂຄສະນາອົບຮົມຢູ່​​ເມືອງໄຊບູລີ ໂດຍການເປັນປະທານຂອງ ທ່ານ ຄໍາວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ອ່ອນລຳພັນ ບົວສີແກ້ວ ກຳມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງໆໄຊບູລີ. ໃນນັ້ນມີ ຄະນະໂຄສະນາອົບຮົມເມືອງໄຊບູລີ ພ້ອມດ້ວຍພະນັກງານວິຊາການ  ເຊີ່ງມີຈຳນວນຄົນເຂົ້າຮ່ວມທັງໝົດ 13/4 ສະຫາຍ.

          ໃນ​ກອງ​ປະ​ຊຸມ​ແມ່ນ​ໄດ້​ຮັບຟັງ​ການ​ລາຍ​ງານ​ຂອງ​ ທ່​ານນາງ ພິດ​ສະ​ໄໝ ອີນ​ທະ​ວົງ ກຳມະການພັກເມືອງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ເມືອງ​ໄຊ​ບູ​ລີ ເຊີ່ງ​ລາຍ​ງານ​ ສະ​ພາບ​ການເຄື່ອງ​ໄຫວ​​ໜ້າ​ທີ່​ວຽກ​ງານ​ແຕ່​ລະ​ຂະ​ແໜງ​ການ ຕາມພາ​ລະ​ບົດ​ບາດ​ທີ່ຮັບ​ຜິດ​ຊອບ​ຢ່າງ​ລະ​ອຽດ. ຫຼັງ​ຈາກນັ້ນ, ທ່ານ ຄໍາວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໂອ​ລົມໃຫ້​ທິດ​ຊີ້​ນຳວຽກ​ງານ​ການເມືອງແນວ​ຄິດ ແລະ ເໜັ້ນ​ໜັກ​ວຽກ​ງານ​ວິ​ຊາ​ສະ​ເພາະ​ຄື: ​ວຽກ​ງານ​​ປັບ​ປຸງ​ການຈັດ​ຕັ້ງ-ກຳ​ນົດ​ຕຳ​ແໜ່ງ​ງານ, ວຽກ​ງານ​ຂໍ້​ມູນ​ຂ່າວ​ສານ​-ຫາງ​ສຽງ​ສັງ​ຄົມ, ການ​ເປີດ​ຮຽນສະໜັບສະໜູນ​ມະ​ຫາ​ຊົນ​ກ້າວ​ໜ້າ ແລະ ວຽກ​ງານ​ໂຄສະນາ​ປາ​ຖະ​ກະ​ຖາ ເປັນ​ຕົ້ນ. ພ້ອມ​ທັງ​ນັ້ນ​ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນກັບ ທ່ານ ອ່ອນລຳພັນ ບົວສີແກ້ວ ກຳມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງໆໄຊບູລີ ເພື່ອ​ເຮັດ​ແນວ​ໃດ​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ ໃຫ້​ຖືກ​ຕ້ອງ​ຕາມ​ພາ​ລະ​ບົດ​ບາດ, ຕາມແນວ​ທາງ ແລະ ການເຄື່ອນ​ໄຫວ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານຂອງ​ຄະ​ນະໂຄ​ສະ​ນາ​ອົບ​ຮົມ​ເມືອງ​ໄຊ​ບູ​ລີ ໃຫ້ມີຄວາມເໜັ້ນໜັກຂື້ນຕື່ມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa