ສຳເລັດການມອບ-ໂອນວຽກຖະແຫຼງຂ່າວ ແລະສື່ມວນຊົນ ໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ.
ໃນວັນທີ 28 ສິງຫາ 2025 ນີ້, ທີ່ຫ້ອງປະຊຸມພະແນກວັດທະນະທຳ ແລະການທ່ອງທ່ຽວແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ໂອນວຽກງານຖະແຫຼງຂ່າວ ແລະສື່ມວນຊົນ ໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ ພ້ອມທັງປະກາດພະນັກງານເຂົ້າຮັບອຸດໜູນບຳນານ. ໃຫ້ກຽດເຂົ້າຮ່ວມໃນພິທີມີທ່ານ ຄຳວິໃສ ຜຸຍຍະວົງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ພັອ ລຳຄູນ ວໍລະວົງ ກຳມະການພັກແຂວງ ຫົວໜ້າພະແນກ ວັດທະນະທຳ ແລະການທ່ອງທ່ຽວແຂວງ ພ້ອມດ້ວຍການຈັດຕັ້ງກ່ຽວຂ້ອງ ຕະຫຼອດເຖິງຄະນະນຳ ແລະພະນັກງານວິຊາການຂອງຂະແໜງຖະແຫຼງຂ່າວ ແລະກອງສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ພັອ ລຳຄູນ ວໍລະວົງ ກໍ່ໄດ້ລາຍງານຄືນກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານຂອງຂະແໜງຖະແຫຼງຂ່າວ ແລະກອງວິຊາການສື່ມວນຊົນໃນຕະຫຼອດໄລຍະຜ່ານມາ ເຊິ່ງວຽກງານດັ່ງກ່າວ ເປັນວຽກງນປະຈັນບານເຮັດໜ້າທີ່ອັນສຳຄັນ ໃນການເປັນກະບອກສຽງອັນແຫຼມຄົມໃຫ້ແກ່ພັກ ໃນການຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ທັງເຮັດໜ້າທີ່ຕອບໂຕ້ຖ້ອຍທໍານອງບິດເບືອນຂອງກຸ່ມຄົນທີ່ບໍ່ຫວັງດີ ທີ່ໃສ່ຮ້າຍປ້າຍສີຕໍ່ແນວທາງຂອງພັກ ແລະນະໂຍບາຍຂອງລັດ ພ້ອມນີ້, ສື່ມວນຊົນ ກໍ່ຍັງເປັນເວທີສະແດງອອກແຫ່ງຄວາມຄິດເຫັນທີ່ສ້າງສັນຂອງສັງຄົມໂຄສະນາວຽກດີຄົນເດັ່ນ, ຄອບຄົວຕົວແບບຂອງປະຊາຊົນ ເຊິ່ງທົ່ວແຂວງສະຫວັນນະເຂດ ມີສະຖານີວິທະຍຸກະຈາຍສຽງທັງໝົດ 13 ແຫ່ງ, ຍັງອອກອາກາດເປັນປົກກະຕິ 10 ແຫ່ງ, ສະຖານີໂທລະພາບ 1 ແຫ່ງ ແລະໜັງສືພິມສະຫວັນພັດທະນາ ທີ່ຈັດພິມອອກຈຳໜ່າຍສູ່ສັງຄົມອາທິດລະ 2 ຄັ້ງ.
ຈາກນັ້ນ, ໃນພິທີ ກໍ່ໄດ້ມີການເຊັນບົດບັນທຶກມອບ-ໂອນວຽກງານຖະແຫຼງຂ່າວ ແລະສື່ມວນຊົນຢ່າງເປັນທາງການ ລະຫວ່າງທ່ານ ຄຳວິໃສ ຜຸຍຍະວົງ(ເປັນຜູ້ຮັບ) ແລະທ່ານ ພັອ ລຳຄູນ ວໍລະວົງ(ເປັນຜູ້ມອບ) ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງບັນດາທ່ານທີ່ເຂົ້າຮ່ວມໃນພິທີຄັ້ງນີ້.
ໂອກາດດຽວກັນ, ກໍ່ຍັງໄດ້ມີການປະກາດພະນັກງານ-ລັດຖະກອນຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງ ແລະເຂົ້າຮັບອຸດໜູນບຳນານຈຳນວນ 8 ທ່ານ, ຍິງ 1 ທ່ານນຳອີກ.