ສສຂ ຮັບຮອງກົງຈັກການຈັດຕັ້ງອົງການປົກຄອງແຂວງ ພ້ອມທັງຮັບຮອງເອົາທ່ານ ນາງ ດາວວອນ ໄຊສຸລຽນ ເປັນປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ

ສສຂ ຮັບຮອງກົງຈັກການຈັດຕັ້ງອົງການປົກຄອງແຂວງ ພ້ອມທັງຮັບຮອງເອົາທ່ານ ນາງ ດາວວອນ ໄຊສຸລຽນ ເປັນປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ
ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 31 ຕຸລາ 2025 ທີ່ຫໍວັດທະນະທຳໄກສອນພົມວິຫານ ພາຍໃຕ້ການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາ

ຊົນແຂວງສະຫວັນນະເຂດ ພ້ອມຄະນະ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີຄະນະນຳຂັ້ນສູງຂອງແຂວງ, ພະແນກການ, ອົງການທຽບເທົ່າຂັ້ນແຂວງ, ເມືອງ-ນະຄອນ, ແຂກທີ່ຖືກເຊີນ, ການຈັດຕັ້ງທີ່ກ່ຽວຂ້ອງ ພ້ອມດ້ວຍບັນດາທ່ານສະມາຊິກສະພາແຫ່ງຊາດ(ສສຊ)ປະຈຳເຂດເລືອກຕັ້ງທີ 13 ແລະສະມາຊິກສະພາປະຊາຊົນແຂວງ(ສສຂ)ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ທ່ານປະທານສະພາປະຊາຊົນແຂວງ ກໍ່ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ເຊິ່ງມີບາງຕອນສຳຄັນວ່າ: ການດໍາເນີນກອງປະຊຸມໃນຄັ້ງນີ້, ພວກເຮົາຈະໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ພິຈາລະນາບັນຫາທີ່ຈໍາເປັນ ແລະຮີບດ່ວນຂອງແຂວງຄື: 1. ພິຈາລະນາ-ຮັບຮອງເອົາໂຄງປະກອບກົງຈັກຂອງຄະນະກຳມະການປົກຄອງແຂວງ; 2.ພິຈາລະນາ-ຮັບຮອງເອົາການສະເໜີແຕ່ງຕັ້ງປະທານຄະນະກໍາມະການປົກຄອງແຂວງ; 3. ພິຈາລະນາ-ຮັບຮອງເອົາການສະເໜີແຕ່ງຕັ້ງຮອງປະທານຄະນະກໍາມະການປົກຄອງແຂວງ; 4. ພິຈາລະນາ-ຮັບຮອງເອົາການສະເໜີຍົກຍ້າຍ-ແຕ່ງຕັ້ງກຳມະການຄະນະກຳມະການປົກຄອງແຂວງ.
ໃນກອງປະຊຸມ, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ຂຶ້ນຜ່ານບົດສະເໜີໂຄງປະກອບກົງຈັກການຈັດຕັ້ງຂອງຄະນະກຳມະການປົກຄອງແຂວງ ເພື່ອໃຫ້ກອງປະຊຸມໄດ້ພິຈາລະນາ-ຮັບຮອງເອົາ ເຊິ່ງປະກອບມີ: 1. ກອງບັນຊາ ການທະຫານແຂວງ; 2. ກອງບັນຊາການ ປກສ ແຂວງ; 3. ພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ; 4. ຫ້ອງວ່າການແຂວງ; 5. ພະແນກວັດທະນະທຳ ແລະການທ່ອງທ່ຽວແຂວງ; 6. ພະແນກສຶກສາທິການ ແລະກິລາແຂວງ; 7. ພະແນກໂຍທາທິການ ແລະຂົນສົ່ງແຂວງ; 8. ພະແນກສາທາລະນະສຸກແຂວງ; 9. ພະແນກການເງິນແຂວງ; 10. ພະແນກກະສິກຳ ແລະສິ່ງແວດລ້ອມແຂວງ; 11. ພະແນກອຸດສາຫະກຳ ແລະການຄ້າແຂວງ; 12. ພະ ແນກການຕ່າງປະເທດ; 13. ພະແນກຍຸຕິທຳແຂວງ; 14. ພະແນກເຕັກໂນໂລຊີ ແລະການສື່ສານແຂວງ.
ຕໍ່ຈາກນັ້ນ, ທ່ານ ນາງ ພູທອນ ແກ້ວພູວົງ ຮອງປະທານສະພາປະຊາຊົນແຂວງ ຜ່ານບົດສະໜີກ່ຽວກັບການແຕ່ງຕັ້ງປະທານຄະນະກຳມະການປົກຄອງແຂວງ ເພື່ອສະເໜີມາຍັງ ສສຊ/ສສຂທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງ ພິຈາລະນາຕໍ່ການສະເໜີຂອງຄະນະປະຈຳສະພາປະຊາຊົນແຂວງ ກ່ຽວກັບການສະເໜີແຕ່ງຕັ້ງທ່ານ ນາງ ດາວວອນ ໄຊສຸລຽນ ເປັນປະທານຄະນະກຳມະການປົກຄອງແຂວງ, ເຊິ່ງຜົນຂອງການລົງຄະແນນສຽງຂອງບັນດາທ່ານ ສສຂ ແມ່ນໄດ້ເຫັນດີຮັບຮອງເອົາດ້ວຍຄະແນນສຽງເຫັນດີ 45 ສຽງ ຈາກທັງໝົດ 48 ສຽງ, ໂອກາດນີ້ ທ່ານ ນາງ ດາວວອນ ໄຊສຸລຽນ ກໍ່ໄດ້ຂຶ້ນສາບານຕົນໃນການຮັບຕຳແໜ່ງໃນຄັ້ງນີ້, ພ້ອມນັ້ນ ທ່ານ ບຸນໂຈມ ອຸບົນປະເສີດ ກໍ່ໄດ້ມອບຊໍ່ດອກໄມ້ແກ່ທ່ານປະທານຄະນະກຳມະການປົກຄອງແຂວງ.
ໃນວາລະດັ່ງກ່າວ, ທ່ານເຈົ້າແຂວງສະຫວັນນະເຂດ ຍັງໄດ້ຜ່ານບົດສະເໜີກ່ຽວກັບພິຈາລະນາ-ຮັບຮອງເອົາການແຕ່ງຕັ້ງຮອງປະທານຄະນະກໍາມະການປົກຄອງແຂວງ ຈຳນວນ 2 ທ່ານຄື: ທ່ານ ຄຳຜຸຍ ສີບຸນເຮືອງ ແລະທ່ານ ທອງໃສ ໄຊຍະວົງຄຳດີ ແລະໄດ້ສືບຕໍ່ຜ່ານບົດສະເໜີ ກ່ຽວກັບພິຈາລະນາຮັບຮອງເອົາການຍົກຍ້າຍພະນັກງານນໍາພາ-ຄຸ້ມຄອງ ດັ່ງນີ້: 1. ຍົກຍ້າຍທ່ານ ແສນສັກ ພິມວົງສາ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມ(ຮສສ)ແຂວງ ໄປປະຈຳການຢູ່ອົງການກວດກາລັດແຂວງ; 2. ຍົກຍ້າຍທ່ານ ພູລຳພອນ ສີຫາວົງ ຫົວໜ້າຫ້ອງວ່າ ການແຂວງ ໄປປະຈຳການຢູ່ຄະນະໂຄສະນາອົບຮົມແຂວງ; 3. ຍົກຍ້າຍທ່ານ ນາງ ສີສະຫວັດ ໂຄດທະວົງສາ ຫົວໜ້າອົງການກາແດງແຂວງ ໄປປະຈຳການຢູ່ພະແນກ ຮສສ ແຂວງ; 4. ຍົກຍ້າຍທ່ານ ລຳແກ້ວ ແສງໜູທອງ ຫົວໜ້າພະແນກເຕັກໂນໂລຊີ ແລະການສື່ສານແຂວງ ໄປປະຈຳການຢູ່ຫ້ອງວ່າການເມືອງພະລານໄຊ; 5. ຍົກຍ້າຍທ່ານ ແຖວຄຳ ພົມມະວົງ ຫົວໜ້າພະແນກຍຸຕິທຳແຂວງ ໄປປະຈຳການຢູ່ຫ້ອງວ່າການເມືອງອຸທຸມພອນ; 6. ຍົກຍ້າຍທ່ານ ປອ ວັນແສງ ແກ້ວບຸນພັນ ຫົວໜ້າພະແນກການຕ່າງປະເທດແຂວງ ໄປປະຈຳການຢູ່ຫ້ອງວ່າການເມືອງໄຊພູທອງ ພ້ອມທັງໄດ້ສະເໜີພິຈາລະນາການແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ ເປັນກໍາມະການຄະນະກໍາມະການປົກຄອງແຂວງ, ຫົວໜ້າພະແນກການຂັ້ນແຂວງ ດັ່ງນີ້: 1. ທ່ານ ພົຈວ ພັນວິໄລ ລາດສະຍົນ ເປັນຫົວໜ້າການເມືອງກອງບັນຊາການທະຫານແຂວງ; 2. ທ່ານ ພັອ ລຳພົງ ໄຊທອງ ເປັນຫົວໜ້າກອງບັນຊາການ ປກສ ແຂວງ; 3. ທ່ານ ນາງ ສີສະຫວັດ ໂຄດທະວົງສາ ເປັນຫົວໜ້າພະແນກ ຮສສ ແຂວງ; 4. ທ່ານ ອ່ອນລຳພັນ ບົວສີແກ້ວ ເປັນຫົວໜ້າຫ້ອງວ່າການແຂວງ; 5. ທ່ານ ພັອ ລຳຄູນ ວໍລະວົງ ເປັນຫົວໜ້າພະແນກວັດທະນະທຳ ແລະການທ່ອງທ່ຽວແຂວງ; 6. ທ່ານ ປອ ສຸກສົມພອນ ອະໂນໄທ ເປັນຫົວໜ້າພະແນກສຶກສາທິການ ແລະກິລາແຂວງ; 7. ທ່ານ ຄຳຜອງ ສົມວິຈິດ ເປັນຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງ; 8. ທ່ານ ດຣ ຈັນທະລາ ພາມີສິດ ເປັນຫົວໜ້າພະແນກສາທາລະນະສຸກແຂວງ; 9. ທ່ານ ນາງ ບົວສະຫວັນ ລຸຍບົວທອງ ເປັນຫົວໜ້າພະແນກການເງິນແຂວງ; 10. ທ່ານ ປອ. ສຸນັນທາ ຈຸນລະມະນີ ເປັນຫົວໜ້າພະແນກກະສິກຳ ແລະສິ່ງແວດລ້ອມແຂວງ; 11. ທ່ານ ສີໂທ ທໍລະທາ ເປັນຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ; 12. ທ່ານ ຟອງສະໝຸດ ເຂັມມາລາ ເປັນຫົວໜ້າພະແນກການຕ່າງປະເທດແຂວງ; 13. ທ່ານ ນາງ ສຸກມາລາ ຈັນທະວົງ ເປັນຫົວໜ້າພະແນກຍຸຕິທຳແຂວງ; 14. ທ່ານ ສຸດສາຄອນ ພົມມະຈັນ ເປັນຫົວໜ້າພະແນກເຕັກໂນໂລຊີ ແລະການສື່ສານແຂວງ.
ໂອກາດນີ້, ບັນດາທ່ານ ສສຊ/ສສຂ ກໍ່ໄດ້ມີການປະກອບຄຳຄິດຄຳເຫັນຢ່າງຕໍ່ການສະເໜີຂອງອົງການປົກ ຄອງແຂວງ, ຈາກນັ້ນ ສສຂ ໄດ້ລົງຄະແນນສຽງຮັບຮອງເອົາກົງຈັກຂອງຄະນະກໍາມະການປົກຄອງແຂວງ, ຮັບຮອງເອົາຮອງປະທານຄະນະກໍາມະການປົກຄອງແຂວງ ແລະຮັບຮອງເອົາການຍົກຍ້າຍ-ແຕ່ງຕັ້ງກໍາມະການຄະນະກໍາມະການປົກຄອງແຂວງສະຫວັນນະເຂດຢ່າງເປັນທາງການ ດ້ວຍຄະແນນສຽງເຫັນດີເປັນສ່ວນໃຫຍ່, ເຮັດໃຫ້ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ IV ອັດລົງດ້ວຍຜົນສຳເລັດຕາມແຜນການລະດັບຄາດໝາຍທີ່ວາງໄວ້ຢ່າງຈົບງາມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa