
ພິທີໂຮມຊຸມນຸມໃຫ່ຍສະເຫຼີມສະຫຼອງວັນສະຖາປານາ ສາທາລະນະລັດ
ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ
ໃນຕອນເຊົ້າວັນທີ 2 ທັນວານີ້ ຢູ່ທີ່ຫໍວັດທະນະທຳມູນເຊື້ອປະທານໄກສອນ ພົມວິຫານ ໄດ້ຈັດພິທີໂຮມຊຸມນຸມໃຫ່ຍສະເຫຼີມສະຫຼອງວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ( 2 ທັນວາ 1975 – ທັນວາ 2025 )ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນຂອງພັກ ແລະ ປະຊາຊົນລາວບັນດາເຜົ່າ ເປັນໝາກຜົນລວມຍອດໃນການຕໍ່ສູ້ປະຕິວັດທີ່ເຕັມໄປດ້ວຍຄວາມເສຍສະຫຼະ ແລະ ຜ່ານຜ່າຄວາມຫຍຸ້ງຍາກມາຫລາຍ 10 ປີ ແລະ ເປັນວັນແຫ່ງ ໄຊຊະນະຢ່າງສົມບູນ
ຂອງການປະຕິວັດຊາດ ປະຊາທິປະໄຕ ປະຊາຊົນ ໄດ້ຮັບສິດທິພາບປະຊາທິປະໄຕ ມີຄວາມເປັນເອກະລາດ ອະທິປະໄຕ ເອກະພາບ ເຮັດໃຫ້ ສປປລາວ ມີພາລະບົດບາດເທົ່າທຽມກັບປະເທດອື່ນໆໃນເວທີສາກົນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ , ທ່ານ ໂພໄຊ ໄຂຄຳພິທູນຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນຳວຽກການເມືອງແນວຄິດວຽກພັກ – ພະນັກງານ ແລະ ການຈັດຕັ້ງມະຫາຊົນຂັ້ນແຂວງ ,ມີບັນດາທ່ານຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ,ປະທານສະພາປະຊາຊົນແຂວງ,ມີທ່ານຫົວໜ້າກົງສູນໃຫ່ຍແຫ່ງ ສສ ຫວຽດນາມ , ກົງສູນໃຫ່ຍແຫ່ງຣາຊະອານາຈັກໄທ ພ້ອມດ້ວຍ ບັນດາທ່ານອາດີດການນໍາພະນັກງານປະຕິວັດອາວຸດໂສບໍານານ, ການນໍາຂັ້ນແຂວງ, ນະຄອນ, ພະນັກງານ -ທະຫານ -ຕໍາຫຼວດ, ນັກທຸລະກິດ,ນັກຮຽນ – ນັກສຶກສາເຂົ້າຮ່ວມເປັນຈຳນວນຫລວງຫລາຍ.


ໃນພິທີຄັ້ງນີ້ ໄດ້ຮັບຊົມການຖ່າຍທອດສົດ ພິທີໂຮມຊຸມນຸມໃຫ່ຍ ການເດີນສວນສະໜາມທີ່ທາງສູນກາງໄດ້ຈັດຂື້ນຢ່າງຍິ່ງໃຫ່ຍທີ່ນະຄອນຫລວງວຽງຈັນພ້ອມທັງຮັບຟັງປະທານປະເທດ ກ່າວສູນທອນພົດ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ກ່ອນໜ້ານີ້ 50 ປີ, ນະສະຖານທີ່ນີ້ ໄດ້ເປັນບ່ອນເຕົ້າໂຮມກ້ອນກໍາລັງອັນມະຫຶມາ ຂອງນັກປະຕິວັດ ແລະ ປະຊາຊົນລາວຜູ້ຮັກຊາດ ເພື່ອຍຶດອໍານາດການປົກຄອງ ຢູ່ນະຄອນຫຼວງວຽງຈັນ, ອັນນໍາໄປສູ່ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ເພື່ອປະກາດລົບລ້າງລະບອບລ່າເມືອງຂື້ນ ແລະ ສັກດີນາ, ຂຸນເສິກ ຢ່າງສິ້ນເຊີງ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຂື້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ຈາກເຫດການປະຫວັດ ສາດອັນຍິ່ງໃຫຍ່ຄັ້ງນີ້ “ໄດ້ເຮັດໃຫ້ຊາຕາກໍາ ຂອງຊາດ ແລະ ສັງຄົມ ປະເທດເຮົາປ່ຽນແປງຢ່າງເລິກເຊິ່ງ ແລະ ໄດ້ໄຂສັງກາດ ໃໝ່ແຫ່ງການກໍ່ສ້າງປິຕຸພູມລາວ ທີ່ແສນຮັກ ແລະ ຫວງແຫນ ຂອງພວກເຮົາໃຫ້ກ້າວເດີນໄປຢ່າງວ່ອງໄວ ແລະ ເຂັ້ມແຂງ ຕາມເສັ້ນທາງເອກະລາດ, ເປັນເຈົ້າຕົນເອງ, ເອກະພາບ ແລະ ວັດທະນະຖາວອນ,ຮັບປະກັນໃຫ້ປະຊາຊົນລາວ ບັນດາເຜົ່າ ໄດ້ດໍາລົງຊີວິດຢູ່ ຢ່າງອີ່ມໜໍາສໍາລານ, ມີອິດສະຫຼະພາບ ແລະ ມີຄວາມຜາສຸກ ຕະຫຼອດກາລະນານ”. ເມື່ອຫວນຄືນ ວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ແຫ່ງການສ້າງຕັ້ງລະບອບໃໝ່ ທີ່ດັງກ້ອງກັງວານໄປທົ່ວທຸກແຫ່ງຫົນໃນທົ່ວປະເທດ ແລະ ທົ່ວໂລກນັ້ນ ພວກເຮົາ ມີຄວາມອາໄລອາວອນ ແລະ ຮູ້ບຸນຄຸນອັນໃຫຍ່ຫຼວງ ຕໍ່ວິລະກໍາອັນລໍ້າເລີດ, ລະນຶກເຖິງຜົນງານ ແລະ ການເສຍສະຫຼະອັນຍິ່ງໃຫຍ່ ຂອງປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ບັນດາຜູ້ນໍາ, ນັກຮົບປະຕິວັດ, ວິລະຊົນ, ສະມາຊິກພັກ-ພະນັກງານ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ອຸທິດໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາດ ຢ່າງພິລະອາດຫານ, ບໍ່ຢ້ານກົວຕໍ່ຄວາມຫຍຸ້ງຍາກ ລໍາບາກໃດໆ ຈົນສາມາດຍາດໄດ້ເອກະ ລາດແຫ່ງຊາດ ແລະ ປົດປ່ອຍ ປະເທດຊາດ ໄດ້ຢ່າງສົມບູນ ດ້ວຍສາມບາດຄ້ອນຍຸດທະສາດ ແບບບົວບໍ່ຊໍ້ານໍ້າບໍ່ຂຸ່ນ ແຕ່ສາມາດຈັບປາໄດ້.
ຈາກນັ້ນກໍ່ໄດ້ຮັບຊົມການສະແດງສິນລະປະ ວັນນະຄະດີ ຈາກພະແນກວັດທະນະທຳ ແລະ ການທ່ອງທ່ຽວ ຈຳນວນ 3 ປົດຟ້ອນທີ່ສະແດງໃຫ່ຍເຫັນເຖິງການເຕີບໃຫ່ຍຂະຫຍາຍຕົວ ແລະການລຸກຮື້ຂື້ນຕໍ່ສູ້ຂອງປະຊາຊົນທັງຊາດ ຍາດໄດ້ເອກະລາດ ປະຊາທິປະໄຕ ປະຊາຊົນລາວພ້ອມທັງຮັບຊົມສາລະຄະດີ ການເຕີບໃຫ່ຍຂະຫຍາຍຕົວຂອງການພັດທະນາແຂວງ ສະຫວັນນະເຂດ ຕະຫຼອດໄລຍະ 50 ປີ ( ແຕ່ປີ 1975 – 2025 )
ໂອກາດດັ່າງກ່າວນີ້ ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ກ່າວຄຳປາໄສ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ
