ຄະນະໂຄສະນາແຂວງສະຫວັນນະແຂວງ, ເຂົ້າຮ່ວມການປູກຕົ້ນໄມ້(ຕົ້ນດອກຈຳປາ) ແລະ ອະນາໄມເຂດຮັບຜິດຊອບຂອງຕົນ, ຢູ່ທີ່ເດີ່ນສຳນັກງານຫ້ອງວ່າການແຂວງສະຫວັນນະເຂດ.

    ຄະນະໂຄສະນາແຂວງສະຫວັນນະແຂວງ, ເຂົ້າຮ່ວມການປູກຕົ້ນໄມ້(ຕົ້ນດອກຈຳປາ) ແລະ ອະນາໄມເຂດຮັບຜິດຊອບຂອງຕົນ, ຢູ່ທີ່ເດີ່ນສຳນັກງານຫ້ອງວ່າການແຂວງສະຫວັນນະເຂດ.

ໂດຍອີງຕາມການແຈ້ງເຊີນຂອງຫ້ອງວ່າການແຂວງສະຫວັນນະເຂດ ເພື່ອເຂົ້າຮ່ວມຂະບວນການ ກິດຈະກໍາປູກຕົ້ນໄມ້ (ຕົ້ນດອກຈຳປາ) ພາຍໃນເດີນສໍານັກງານຫ້ອງວ່າການແຂວງ ເບື້ອງທິດຕາເວັນອອກ, ເຊິ່ງໄດ້ແບ່ງໃຫ້ພາກສ່ວນລະ 10 ຕົ້ນ.

ໃນຕອນເຊົ້າວັນທີ 5 ກໍລະກົດ 2024, ຄະນະໂຄສະນາອົບຮົມແຂວງໄດ້ຈັດ ກິດຈະກຳປູກຕົ້ນໄມ້ (ຕົ້ນດອກຈຳປາ) ແລະ ອະນາໄມເຂດຮັບຜິດຊອບຂອງຕົນ, ຢູ່ທີ່ເດີ່ນສຳນັກງານຫ້ອງວ່າການແຂວງສະຫວັນນະເຂດ. ໂດຍມີຫົວໜ້າຂະແໜງ, ຮອງຂະແໜງ, ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ຄະນະໂຄສະນາອົບຮົມແຂວງໄດ້ເອົາໃຈໃສ່ສ້າງຂະບ່ວນການຕັ້ງໜ້າອອກແຮງງານ ປູກຕົ້ນໄມ້ (ຕົ້ນຈຳປາ), ຕັດຫຍ້າ, ຕົບແຕ່ງສວນດອກໄມ້ ຢູ່ເດີ່ນຫຍ້າເບື້ອງທິດຕາເວັນອອກ ເພື່ອສ້າງຂະບວນການອະນາໄມ ພາຍໃນສໍານັກງານໃຫ້ມີຄວາມສະອາດຈົບງາມ ແລະ ມີສີຂຽວ, ທັງເປັນການຮັດແໜ້ນຄວາມສາມັກຄີພາຍໃນຂອງພະນັກງານລັດຖະກອນທັງໝົດໃຫ້ເປັນຈິດໜຶ່ງໃຈດຽວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa