ຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດ,ລົງເຄື່ອນໄຫວວຽກງານການເມືອງ-ແນວຄິດ ປະຈຳປີ 2024

 

ໃນວັນທີ 4-13 ພຶດສະພາ 2024 ຜ່ານມາ, ຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດໄດ້ຈັດຕັ້ງເຄື່ອນໄຫວວຽກງານການເມືອງແນວຄິດ ປະຈຳປີ 2024 ພາຍໃຕ້ການຊີ້ນຳ-ນຳພາຂອງ ທ່ານ ຄຳວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ຄະນະພັກ, ຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍພະນັກງານວິຊາການ  ຮ່ວມກັບພະແນກພາຍໃນແຂວງ, ແນວລາວສ້າງຊາດແຂວງ, ພະແນກກະສິກຳ-ປ່າໄມ້ແຂວງ, ປກສ ແຂວງ ແລະ ພະແນກສຶກສາທິການ ແລະ ກິລາແຂວງ, ໃຫ້ພະນັກງານຫຼັກແຫຼ່ງ ຢູ່ທີ ບັນດາຈຸດສຸມຂອງເມືອງເປົ້າໝາຍ:ເມືອງຊົນນະບູລິ, ເມືອງເຊໂປນ, ເມືອງນອງ ເມືອງທ່າປາງທອງ ແລະ ເມືອງໄຊບູລີ.

ຄະນະໂຄສະນາອົບຮົມແຂວງໄດ້ສ້າງແຜນການໃນການລົງເຄື່ອນໄຫວຕາມວາລະ, ກໍານົດການຝຶດອົບຮົມໃຊເວລາ 2 ວັນຕໍ່ໜື່ງຈຸດສຸມ, ຕອນເຊົ້າ ແລະ ຕອນບ່າຍ ແມ່ນຂື້ນຫ້ອງບັນຍາຍເອກະສານ, ຕອນແລງມີການສາຍຮູບເງົາ: ສາລະຄະດີ ປະຫວັດສາດ, ການປູກຝັງ-ລ້ຽງສັດ ແລະ ກາຍະສີນ. ເຊີ່ງເນື້ອໃນທີນຳມາເຜີຍແຜ່ເຊື່ອມຊືມ ປະກອບມີ: 1. ເອກະສານຊາດລາວ, ຄົນລາວ ແລະມູນເຊື້ອອັນສະງ່າລາສີຂອງປະຊາຊົນລາວ; 2.ລະບົບການເມືອງ-ການປົກຄອງຢູ່ ສປປ ລາວ; 3. ວຽກງານສາສະໜາ; 4. ແນວທາງປ້ອງກັນຊາດ-ປ້ອງກັນກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ແລະ 2ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາເສດຖະກິດ ແລະ ການແກ້ໄຂບັນຫາຢາເສບຕິດ; 5. ການສ້າງບ້ານພັດທະນາຕາມດຳລັດ ເລກທີ 348/ລບ; 6. ວຽກງານສຶກສາໃນໄລຍະໃໝ່, ເຊື່ອມຊຶມນິຕິກຳໃຕ້ກົດໝາຍເລກທີ 535/ຈຂ; 7.ວຽກງານສຸກຂະອານາໄມ; 8. ອົບຮົມການເມືອງ-ແນວຄິດເພື່ອດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; 9. ຍົກສູງຄວາມສາມາດນໍາພາຂອງໜ່ວຍພັກ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ; 10. ສ້າງບ້ານເປັນຫົວໜ່ວຍພັດທະນາ, ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການປົກຄອງບ້ານສະບັບເລກທີ49/ພນ, ລົງວັນທີ1 ກຸມພາ 2023;.

ເປົ້າໝາຍເຂົ້າຮ່ວມ : ມີບັນດາເລຂາ, ຮອງເລຂາ, ນາຍບ້ານ, ຮອງນາຍບ້ານ, ອົງການຈັດຕັ້ງຂອງບ້ານ, ຄູອາຈານ ພະນັກງານຢູ່ເຂດຈຸດສຸມເຂົ້າຮ່ວມ ຊຶ່ງມີຈໍານວນພົນເຂົ້າຮ່ວມທັງໝົດ 811 ຄົນ, ຍິງ 105 ຄົນ

ການລົງເຄື່ອນໄຫວໃນຄັ້ງນີ້ ຄະນະພັກຢູ່ແຕ່ລະບ່ອນແມ່ນໃຫ້ຄວາມສໍາຄັນຕໍ່ວຽກງານນີ້ໃຫ້ຫລາຍ ແລະ ຖືເອົາວຽກງານການເມືອງ-ແນວຄິດ ເປັນວຽກທີ່ຢືນຢູ່ໃນແຖວໜ້າ ຫຼື ເປັນວຽກງານກົກຂອງທຸກວຽກງານ ໂດຍສະເພາະແມ່ນການຈັດຕັ້ງ ເຜີຍແຜ່ບັນດານິຕິກຳຕ່າງໆທີ່ໄດ້ສະເໜີໃນຂ້າງເທິງນັ້ນ. ພ້ອມທັງສະໜັບສະໜູນດ້ານງົບປະມານ, ອຸປະກອນຮັບໃຊ້ໃຫ້ພຽງພໍ, ເພື່ອຍົກລະດັບວຽກງານໂຄສະນາ.

ພິເສດ : ການລົງໂຄສະນາເຜີຍແຜ່ໃນຄັ້ງນີ້ແມ່ນໄດ້ມີເງີນເກີນແຜນປີ 2023 ຂອງແຂວງໄດ້. ຊື້ໂທລະໂຂງໃຫ້ບັນດາບ້ານທີ່ນອນໃນເຂດຈຸດສຸມລວມມີ 14 ຊຸດ, ໃຫ້ 14 ກຸ່ມບ້ານພັດ ຕາມການສະເໜີມາຂອງແຕ່ລະຈຸດ, ມີເຄື່ອງອຸປະໂພກ-ບໍລິໂພດຈຳນວນໜື່ງເພື່ອໄປຊ່ວຍເຫຼືອ ແລະ ໃຊ້ຈ່າຍໃນການຊີ້ນເປືອງຕ່າງໆ.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa