
ຄະນະໂຄສະນາອົມຮົມແຂວງສະຫວັນນະເຂດ ເຜີຍແຜ່ເຊື່ອມຊືມເອກະສານກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃຫ້
ສອງກອງບັນຊາການທະຫານ,ຕຳຫຼວດ ແຂວງສະຫວັນນະເຂດ
ໃນວັນທີ 1 ສິງຫາ 2025 ນີ້. ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງສະຫວັນນະເຂດ ກອງບັນຊາການທະຫານແຂວງ ແລະ ກອງບັນຊາການ ປກສ ແຂວງ. ໄດ້ຈັດຕັ້ງ ເຊື່ອມຊືມເອກະສານກອງປະຊຸມໃຫຍ່ 3 ຂັ້ນຂອງພັກໂດຍການເປັນປະທານຂອງສະຫາຍ ຄໍາວິໃສ ຜຸຍຍະວົງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົມຮົມແຂວງສະຫວັນນະເຂດ.ພ້ອມຄະນະໄດ້ລົງເຜີຍແຜ່ເຊື່ອມຊຶມເອກະສານ ຄວາມເຂົ້າໃຈ
ກ່ຽວກັບກອງປະຊຸມ 3 ຂັ້ນຂອງພັກ.ໃຫ້ສອງກຳລັງປກຊ,ປກສ ແຂວງ ມີ ຄະນະພັກ-ຄະນະບັນຊາ,ປກຊ,ປກສ ແຂວງ, ພະນັກງານວິຊາການທັງສອງກຳລັງເຂົ້າຮ່ວມ.


ສະຫາຍ ຄໍາວິໃສ ຜຸຍຍະວົງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົມຮົມແຂວງ ໄດ້ເຜີຍແຜ່ ເອກະສານບົດທີ 1 ຄວາມເຂົ້າໃຈກ່ຽວກັບກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ຈາກນັ້ນສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຫົວໜ້າການເມືອງກອງບັນຊາການທະຫານແຂວງກໍ່ໄດ້ເຜີຍແຜ່ເຊື່ອມຊຶມເອກະສານບົດທີ 2 ຍົກສູງຄວາມສາມາດນຳພາແລະຄວາມເປັນແບບຢ່າງຂອງພັກ. ສະຫາຍ ພັນເອກ ລຳພົງ ໄຊທອງ ຫົວໜ້າ ປກສ ແຂວງຂຶ້ນເຜີຍແຜ່ ເອກະສານ ບົດທີ 3 ຕັ້ງໜ້າຝຶກຜົນຫຼໍ່ຫຼອມຄຸນທາດການເມືອງແລະຄຸນສົມບັດ ສິນທຳປະຕິວັດ, ສະຫາຍ ສົມໃຈ ສີສົມພອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຂຶ້ນເຜີຍແຜ່ ເອກະສານບົດທີ 4 ເດັດດ່ຽວແກ້ໄຂການປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານສະມາຊິກພັກ.ຈາກນັ້ນສະຫາຍໃນຄະນະອະນຸກຳມະການກໍ່ໄດ້ຂຶ້ນມີຄຳເຫັນຊຸກຍູ້ວຽກສ້າງຂະບວນການຕ່າງໆໃສ່ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນຂຶ້ນຕື່ມ ຕອນທ້າຍ ສະຫາຍ ປະທານ ກໍ່ໄດ້ໂອ້ລົມແລະເນັ້ນໜັກໃຫ້ທັງສອງກຳລັງເອົາໃຈໃສ່ພ້ອມກັນເປັນເຈົ້າການປະຕິບັດເນື້ອໃນຈິດໃຈເອກະສານແຕ່ລະບົດທີ່ໄດ້ນຳລົງມາເຜີຍແຜ່ເຊື່ອມຊຶມຄັ້ງນີ້ນຳໄປແນະນຳເຂົ້າເປັນບົດຮຽນເຜີຍແຜ່ໃຫ້ບັນດາສະມາຊິກພັກພາຍໃນກົມກອງຂອງຕົນຮັບຮູ້ແລະເຂົ້າໃຈຢ່າງເລິກເຊິ່ງພ້ອມກັນປະຕິບັດໃຫ້ເກີດດອກອອກຜົນສູງ.


