ຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດ, ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ປະຈໍາໄຕມາດ III  ແລະ ທິດທາງແຜນການປະຈໍາໄຕມາດ IV ປະຈໍາປີ 2024 ຜ່ານລະບົບກອງປະຊຸມທາງໄກ (video conference)

ຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດ, ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ປະຈໍາໄຕມາດ III  ແລະ ທິດທາງແຜນການປະຈໍາໄຕມາດ IV ປະຈໍາປີ 2024 ຜ່ານລະບົບກອງປະຊຸມທາງໄກ (video conference)

ໃນຕອນເຊົ້າຂອງ ວັນທີ 15 ຕຸລາ 2024, ຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດ ໄດ້ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກ  ງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ III ແລະ ທິດທາງແຜນການປະຈໍາໄຕມາດ IV ປີ 2024 ຂອງຄະນະໂຄສະນາສູນກາງພັກ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຮ່ວມກັບຄະນະໂຄສະນາອົບຮົມແຂວງທົ່ວປະເທດ ໂດຍການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ເຂົ້າຮ່ວມມີ: ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີຮອງຫົວໜ້າຄະນະໂຄສະນາອົບຮົມບັນດາແຂວງ, ຜູ້ຊີ້ນໍາວຽກງານເວັບໄຊສ, ຫົວຫນ້າຂະແໜງການ, ຮອງຫົວຫນ້າຂະແໜງການ, ຄະນະຮັບຜິດຊອບວຽກງານເວັບໄຊສ ຂອງ ຄອຮ.ຂ ແລະ ພະນັກງານພາຍໃນພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ຄອສພ.

ໃນພິທີ ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ກ່າວຈຸດປະສົງຂອງກອງປະຊຸມຄັ້ງນີ້ຫຼັງຈາກນັ້ນໄດ້ສະເໜີໃຫ້ຄະນະໂຄສະນາອົບຮົມແຕ່ລະແຂວງສ່ອງແສງລາຍງານສະພາບລວມໃນການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊ) ປະຈໍາໄຕມາດ III ແລະ ທິດທາງແຜນການປະຈໍາໄຕມາດ IV ປີ 2024 ແນ່ໃສ່ເພື່ອເຮັດໃຫ້ການເຄື່ອນໄຫວປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດກາຍເປັນເສນາທິການໃນການໂຄສະນາເຜີຍແຜ່ແນວທາງຂອງພັກ, ມະຕິ, ຄໍາສັ່ງທັງສະໜອງຂໍ້ມູນຂ່າວສານທີ່ສໍາຄັນໃຫ້ແກ່ການນໍາຂັ້ນແຂວງ, ຂັ້ນເມືອງຂອງຕົນ ໃຫ້ມີຄວາມວ່ອງໄວທັນກັບສະພາບການ ສາ ມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານການເມືອງ-ແນວຄິດໃນໄລຍະໃໝ່, ພ້ອມກັນປຶກສາຫາລືແລກປ່ຽນວິທີ ການໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານເວັບໄຊຂອງ ຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ໃນຮູບແບບເວີຊັ່ນໃໝ່ ໃຫ້ມີຄວາມສະຖຽນລະພາບ, ວ່ອງໄວ ແລະ ມີຄຸນນະພາບສູງ.

ກອງປະຊຸມໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ (ເວັບໄຊ) ໃນໄລຍະ 3 ເດືອນຜ່ານມາ, ບັນດາຂໍ້ຄົງຄ້າງ, ທິດທາງແຜນການໃນຕໍ່ໜ້າ ແລະ ຂໍ້ສະເຫນີຂອງບັນດາຄະນະໂຄສະນາອົບຮົມແຂວງ ທົ່ວປະເທດຕໍ່ກອງປະຊຸມຢ່າງກົງໄປກົງມາ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ມີຄໍາເຫັນໂອ້ລົມເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ (ເວັບໄຊ ) ຂອງຄະນະໂຄສະນາອົບຮົມແຂວງໃນໄລຍະຜ່ານມາ ແລະ ເພື່ອແນ່ໃສ່ຍົກສູງວຽກງານໂຄສະນາອົບຮົມພວກເຮົາໃຫ້ກ້າວສູ່ຄວາມທັນສະໄໝ, ສ້າງໃຫ້ຄອຮ.ຂ ບັນດາແຂວງ ມີຄວາມເຂັ້ມແຂງ ແລະ ມີເຄື່ອງມືໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ-ລັດ ລວມເຖີງການເຄື່ອນໄຫວຂອງ ຄະນະນໍາຂອງແຂວງ; ພ້ອມນັ້ນ ທ່ານ ຍັງໄດ້ເນັ້ນໜັກບາງບັນຫາເຊັ່ນ:

  1. ໃຫ້ສືບຕໍ່ຕິດຕາມກວດກາການເຄື່ອນໄຫວໜ້າເວັບໄຊສຂອງແຂວງຕົນ ບັນດາຄໍລຳຕ່າງໆມີເນື້ອໃນອຸດົມສົມບູນ ມີການເຜີຍແຜ່ຂໍ້ມູນຂ່າວສານຂອງຄະນະໂຄສະນາອົບຮົມແຂວງເປັນຕົ້ນ:ພາລະບົດບາດ, ກົງຈັກການຈັດຕັ້ງ, ບັນດາຂ່າວສານ, ເອກະສານຕ່າງໆ,  ຍັງຄົງຄ້າງຈຸດໃດໃຫ້ຮີບຮ້ອນກວດກາແກ້ໄຂບໍ່ໃຫ້ແກ່ຍາວ.
  2. ສືບຕໍ່ຍົກສູງຄຸນນະພາບດ້ານເນື້ອໃນເປັນຕົ້ນແມ່ນການຂຽນບົດຂ່າວ, ບົດຄວາມ, ສາລະໜ້າຮູ້ບັນດາແອັດມິນເຮົາຕ້ອງໄດ້ຝຶກຝົນຕົນເອງ ຕັ້ງໜ້າຕິດຕາມຂ່າວສານຈາກຫຼາຍໆແຫຼ່ງ ຊອກຮູ້ຊອກອ່ານ,ຄະນະບັນດາທິການກໍ່ຕ້ອງໄດ້ໃຫ້ທິດທາງເພື່ອກໍ່ສ້າງເປັນລຸ້ນສືບທອດ.
  3. ເອົາໃຈໃສ່ກຳແໜ້ນບັນດາເນື້ອໃນຂອງ ບົດຂ່າວ, ບົດຄວາມ, ເອກະສານຕ່າງໆ, ສາລະໜ້າຮູ້ ແລະ ອື່ນໆ ໃຫ້ມີຫຼາກຫຼາຍຂື້ນກວ່າເກົ່າ ເພີ່ມທະວີການຊອກຮູ້ບັນດາຂໍ້ມູນທີ່ເປັນປະໂຫຍດ ໃຫ້ມີວາລະມີແຜນການເພື່ອການຈັດຕັ້ງປະຕິບັດໃຫ້ກຳໄດ້ຈື່ງຈະສາມາດຍາດໄດ້ຜົນສຳເລັດໃນໜ້າທີ່ວຽກງານຂອງຕົນເວົ້າລວມເວົ້າສະເພາະຂອງຄະນະໂຄສະນາອົບຮົມແຂວງ.
  4. ເພີ່ມທະວີການຍາດແຍ່ງເອົາການຊ່ວຍເຫຼືອ ທາງດ້ານທຶນຮອນ ແລະ ອຸປະກອນຮັບໃຊ້ຈາກຄະນະນຳຂອງແຂວງ ກ່ອນອື່ນໝົດແມ່ນການສະໜອງກ່ຽວກັບລະບົບອິນເຕີເນັດໃນຄວາມໄວທີ່ເໝາະສົມເປັນເຈົ້າການ ມີແຜນການລະອຽດນຳສະເໜີ ຊີ້ແຈ້ງບັນຫາ ໂດຍອີງໃສ່ການຈັດຕັ້ງປະຕິບັດໂຄສະນາເຜີຍແຜ່ທາງສື່ເອເລັກໂຕຣນິກເຊິ່ງຢູ່ເວັບໄຊໂຄສະນາອົບຮົມແຂວງກໍ່ມີຄໍລຳການເຄື່ອນໄຫວຂອງຄະນະນຳຂັ້ນແຂວງ ແລະ ເມືອງ ເພື່ອອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ວຽກງານຂອງພັກ.

ທັງໝົດທີ່ກ່າວມານັ້ນຂໍໃຫ້ບັນດາສະຫາຍພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ, ພ້ອມກັນຫັນວຽກງານໂຄສະນາອົບຮົມໄປສູ່ຄຸນະພາບໃໝ່.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa