ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ຈັດຕັ້ງກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.

ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ຈັດຕັ້ງກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.
     ໃນວັນທີ 11 ມີນາ 2026, ທີ່ຫໍວັດທະນະທໍາໄກສອນພົມວິຫານ. ຄະນະໂຄສະນາອົບຮົມແຂວງໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ ແລະເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ. ໂດຍໃຫ້ກຽດເຂົ້້າຮ່ວມເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ, ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ມີຫົວໜ້າຄະນະພະແນກການອ້ອມຂ້າງແຂວງ ແລະພະນັກງານຫຼັກແຫຼ່ງເຂົ້້າຮ່ວມ.
  ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍ່ໄດ້ມີຄໍາເຫັນກ່າວເປີດກອງປະຊຸມຢ່າງເປັນທາງການວ່າ: ກອງປະຊຸມຄັ້ງນີ້ເພື່ອເຊື່ອມຊຶມກຳແໜ້ນເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ສົມທົບກັບມະຕິກກອງປະຊຸມໃຫຍ່ຜູ້ແທນຄະນະພັກ ຄັ້ງທີ X ຂອງແຂວງ ໃນແຕ່ວາລະແມ່ນຈະໄດ້ພ້ອມກັນກຳແໜ້ນເຊື່ອມຊຶມກ່ຽວກັບມະຕິກອງປະຊຸມໃຫຍ່ ແລະໂຄງການ ການເມືອງສະບັບທີ 3 ຂອງພັກ, ຄົ້ນຄວ້າກຳແໜ້ນບົດລາຍງານການເມືອງຂອງປະຊຸມໃຫຍ່ຄັ້ງທີ XII ຂອງພັກພ້ອມຄວາມກຳແໜ້ນແຜນພັດທະນາເສດຖະກິດແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ພ້ອມນັ້ນກໍຈະໄດ້ມີຄຳເຫັນຄົ້ນຄວ້າກ່ຽວກັບລະບອບແຜນທີ່ເຮັດວຽກຂອງເລຂາຄະນະບໍລິຫານງານພັກແຂວງກັບປະທານຄະນະກຳມະການປົກຄອງແຂວງ, ເລຂາຄະນະບໍລິຫານງານພັກເມືອງ-ນະຄອນ,ປະທານຄະນະປົກຄອງເມືອງ-ນະຄອນ, ເຊິ່ງເປັນນິກຳຂອງກົມການເມືອງທີ່ຈະໄດ້ອອກມາໄວໆນີ້ ສະນັ້ນການຈັດການເຊື່ອມຊຶມມີຄວາມສຳຄັນຫລາຍ ເພື່ອເຮັດໃຫ້ພວກເຮົາເຊື່ອໝັ້ນອຸດົມການຂອງພັກ, ບໍ່ຄອນແຄນຕໍ່ສະພາບການທີ່ເກີດຂຶ້ນ, ພັກມີຄວາມພ້ອມທີ່ຈະຮັບມືບໍ່ວ່າສະຖານະການໃດທີ່ເກີດຂຶ້ນ, ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງມາຍັງຜູ້ທີ່ເຂົ້້າຮ່ວມໂດຍສະເພາະການນໍາຫຼັກແຫຼ່ງກໍາແໜ້ນຄົ້ນຄວ້າເພື່ອນໍາເອົາການເຜີຍແຜ່ຄັ້ງນີ້ໄປຜັນຂະຫຍາຍໃຫ້ທຸກເປົ້້າໝາຍໄດ້ເຊື່ອຊຶມກຳແໜ້ນໃຫ້ສໍາເລັດຕາມແຜນທີ່ວາງໄວ້.
    ຈາກນັ້ນ, ທ່ານ ປອ ພູລໍາພອນ ສີຫາວົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ເຜີຍແຜ່ຄໍາສັ່ງເລກທີ 02/ຄລສພ, ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ເຜີຍແຜ່ຄໍາແນະນໍາ ເລກທີ 38/ຄອສພ ກ່ຽວກັບການຈັດຕັ້ງເຊື່ອມຊຶມ ແລະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ພ້ອມນີ້ ທ່ານເລຂາຄະນະບໍລິຫານງານພັກແຂວງ ກໍ່ໄດ້ເຜີຍແຜ່ ແລະ ເຊື່ອມຊືມກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XII ຂອງພັກ.
   ນອກນັ້ນ, ທ່ານຮອງເລຂາພັກແຂວງ ແລະຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ກໍ່ໄດ້ຜັດປ່ຽນກັນເຜີຍແຜ່ເອກະສານຕ່າງໆ ເຜີຍແຜ່ໂຄງການ-ການເມືອງ ສະບັບທີ 3 ຂອງພັກ, ເຜີຍແຜ່ລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກ ຄັ້ງທີ XII ຂອງພັກ ແລະ ເຜີຍແຜ່ເນື້ອໃນຈິດໃຈສໍາຄັນຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ເຊິ່ງກອງປະຊຸມຄັ້ງນີ້ ແມ່ນດໍາເນີນເປັນເວລາ 1 ວັນເຕັມຈື່ງສຳເລັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa