
ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ເປີດຝຶກອົບຮົມວຽກງານໂຄສະນາປາຖະກະຖາ ແລະ ວຽກງານເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ຢູ່ເມືອງທ່າປາງທອງ
ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ຈັດຝຶກອົບຮົມວຽກງານໂຄສະນາປາຖະກະຖາ ແລະ ການເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ຢູ່ເມືອງທ່າປາງທອງ
ໃນລະຫວ່າງວັນທີ 3-4 ມີນາ 2026 ນີ້, ຢູ່ທີ່ສະໂມສອນເມືອງທ່າປາງທອງ ແຂວງສະຫວັນນະເຂດ ຄະນະໂຄສະນາອົບຮົມແຂວງ ຮ່ວມກັບຄະນະໂຄສະນາອົບຮົມເມືອງ ໄດ້ຈັດຊຸດຝຶກອົບຮົມວຽກງານໂຄສະນາປາຖະກະຖາ ແລະ ວຽກງານເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ໃຫ້ແກ່ພະນັກງານຫຼັກແຫຼ່ງ ເປັນຕົ້ນແມ່ນ ຮອງຄະນະພັກ, ຮອງເລຂາຄະນະພັກຮາກຖານ, ຮອງເລຂາໜ່ວຍພັກຮາກຖານອ້ອມຂ້າງເມືອງ ແລະ ຜູ້ເຮັດວຽກງານປາຖະກະຖາ. ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຮ່ວມໂດຍ ທ່ານ ສົມຈິດ ແກ້ວຄູນເພັດ ຮອງເລຂາພັກເມືອງທ່າປາງທອງ ແລະ ທ່ານ ສົມໃຈ ສີສົມພອນ ຄະນະພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ.
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້ຄວາມສາມາດ ແລະ ສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບັນຫາຂັ້ນພື້ນຖານຂອງວຽກງານການເມືອງ-ແນວຄິດ ໂດຍສະເພາະແມ່ນຫຼັກການ ແລະ ທິດນຳໃນການເຮັດວຽກງານຫາງສຽງສັງຄົມ, ການຈຳແນກຂ່າວລື ແລະ ຖ້ອຍທຳນອງບິດເບືອນຂອງກຸ່ມຄົນບໍ່ດີ. ຜ່ານການຝຶກອົບຮົມ, ບັນດາຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງໜ່ວຍງານທີ່ເຮັດວຽກງານຕິດຕາມ-ເກັບກຳສະພາບແນວຄິດ ເພື່ອເປັນເສນາທິການທີ່ເຂັ້ມແຂງໃຫ້ແກ່ຄະນະພັກ ແລະ ຄະນະນຳໃນການຊີ້ນຳ-ນຳພາ ຖັນແຖວພະນັກງານ-ລັດຖະກອນ, ສະມາຊິກພັກ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ.
ເນື້ອໃນທີ່ນຳມາອົບຮົມໃນຄັ້ງນີ້ ປະກອບມີ 4 ຫົວຂໍ້ໃຫຍ່ທີ່ສຳຄັນ ຄື ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ, ວິທີການເກັບກຳ ແລະ ນຳໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດ, ການສ້າງຕາໜ່າງເພື່ອນຮ່ວມງານ ແລະ ວຽກງານຄົ້ນຄວ້າ-ສັງລວມ. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮຽນຮູ້ກ່ຽວກັບ 4 ໄລຍະຂອງການເກີດສະພາບແນວຄິດ-ຫາງສຽງສັງຄົມ ນັບແຕ່ໄລຍະຮັບຮູ້ຂ່າວສານ ຈົນເຖິງໄລຍະສັງລວມບັນດາຄວາມເຫັນ ເພື່ອໃຫ້ສາມາດວິເຄາະ ແລະ ແກ້ໄຂບັນຫາໄດ້ຢ່າງຖືກຕ້ອງ. ນອກຈາກນີ້, ໃນຊຸດອົບຮົມຍັງໄດ້ຝຶກທັກສະການຂຽນເອກະສານ, ສິລະປະໃນການເວົ້າປາຖະກະຖາ, ບັນດານິຕິກຳທີ່ກ່ຽວຂ້ອງ ແລະ ບົດຮຽນຕົວຈິງໃນການເຄື່ອນໄຫວໂຄສະນາຜ່ານສື່ຕ່າງໆ ເພື່ອໃຫ້ສາມາດນຳໄປຈັດຕັ້ງປະຕິບັດຢູ່ກົມກອງ ແລະ ທ້ອງຖິ່ນຂອງຕົນ ໃຫ້ມີຜົນສຳເລັດ ແລະ ມີປະສິດທິຜົນສູງສຸດ.


