ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ໄດ້ສຳເລັດການຈັດຕັ້ງເປີດຮຽນສະໜັບສະໜູນມະຫາຊົນຜູ້ກ້າວໜ້າ ຊຸດທີ I ປີ 2026.

ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ໄດ້ສຳເລັດການຈັດຕັ້ງເປີດຮຽນສະໜັບສະໜູນມະຫາຊົນຜູ້ກ້າວໜ້າ ຊຸດທີ I ປີ 2026.

ໃນຕອນເຊົ້າຂອງວັນທີ 20 ມັງກອນ 2026 ຜ່ານມາ, ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ເພື່ອເປັນການຈັດຕັ້ງປະຕິບັດມະຕິຕົກລົງຂອງຄະນະປະຈຳພັກແຂວງສະຫວັນນະເຂດ ສະບັບເລກທີ 11/ຄປພຂ, ລົງວັນທີ 02 ມັງກອນ 2026 ໄດ້ຈັດຕັ້ງເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພຶ່ອຂະ ຫຍາຍເຂົາເປັນສະມາຊິກພັກ ຊຸດທີ I  ໃຫ້ບັນດາມະຫາຊົນຜູ້ກ້າວໜ້າຂອງຄະນະພັກຮາກຖານພະ ແນກການ, ອ້ອມຂ້າງແຂວງ ມີຜູ້ເຂົ້າຮ່ວມທັງໝົດ 22 ສະຫາຍ, ຍິງ 13 ໃນນັ້ນ ເອກະສານທີ່ນຳໃຊ້ໃນການເຜີຍແຜ່ ແມ່ນອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ນຳສະເໜີໂດຍ ສະຫາຍ ພູເງິນ ສີວົງກອນ ຄະນະພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.  ບັນດາສະຫາຍທີ່ເຂົ້າຮຽນນອກຈາກແມ່ນຮັບຟັງການບັນຍາຍເອກະສານ ແລະ ມີການແລກປ່ຽນຄຳຄິດເຫັນ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຄວາມຮັບຮູ້ເຂົ້າໃຈກ່ຽວກັບຄວາມເປັນມາ, ຕົ້ນກຳເນີດ, ອຸດົມການ, ທາດແທ້ຂອງພັກປະຊາຊົນປະຕິ ວັດລາວ ແລະ ນຳເອົາບົດຮຽນດັ່ງກ່າວໄປຄົ້ນຄວ້າ, ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນສະມາຊິກພັກສົມບຸນໃນຕໍ່ໜ້າ. ນອກຈາກນັ້ນໃນຕອນທ້າຍຍັງໄດ້ມີການມອບໃບຢັ້ງຢືນໃຫ້ຜູ້ທີ່ຜ່ານການຮຽນສະໜັບສະໜູນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa