ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ປາຖະກະຖາ 03 ວັນສຳຄັນຂອງຊາດ

ໃນຕອນເຊົ້າວັນທີ 16 ມັງກອນ 2026 ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ຄະນະໂຄສະນາອົບຮົມແຂວງໄດ້ຈັດຕັ້ງປາຖະກະຖາ 3 ວັນປະຫວັດສາດຄື: ວັນສ້າງຕັ້ງອົງການໄອຍະການປະຊາຊົນຄົບຮອບ 36 ປີ (9ມັງກອນ1990- 9 ມັງກອນ 2026), ວັນສ້າງຕັ້ງອົງການກາແດງແຫ່ງຊາດລາວຄົບຮອບ71ປີ(01ມັງກອນ1995-01ມັງກອນ2026) ແລະ ວັນສ້າງຕັ້ງກອງທັບປະຊາຊົນປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026), ໂດຍການເຂົ້າຮ່ວມປາຖະກະຖາມີທ່ານ ຄຳຫຼ້າ ພະພິທັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ , ທ່ານ ສຸລິວົງ ສີວໍລະວົງ ຫົວໜ້າອົງການກາແດງແຂວງ, ທ່ານ ພູເງິນ ສີວົງກອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ,ເຂົ້າຮ່ວມຮັງຟັງມີຄະນະພັກຮາກຖານ, ຫົວໜ້າ, ຮອງຫົວໜ້າ ພະແນກການ, ກົມກອງ, ຄະນະນໍາບັນກອງບັນຊາການຄະນະພັກຄະນະບັນຊາ ກຳລັງປອ້ງກັນຊາດ – ປ້ອງກັນ ຄວາມສະຫງົບ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສະຖາບັນການສຶກສາພາກລັດແລະເອກະຊົນ, ບໍລິສັດ – ລັດວິສາຫະກິດພອ້ມ ດ້ວຍພະນັກງານ, ສະມາຊິກພັກອ້ອມຂ້າງແຂວງເຂົ້າຮວ່ມ.

ໂອກາດນີ້ ທ່ານ ພູເງິນ ສີວົງກອນ ກໍໄດ້ໃຫ້ກຽດປາຖະກະຖາ ເລົ່າຄືນມູນເຊື້ອຂອງອົງການໄອຍະການປະຊາຊົນ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ: ອົງການໄອຍະການ ແມ່ນເຄື່ອງມືສໍາຄັນຂອງຊົນຊັ້ນກໍາມະກອນ-ຊາວນາ,ປະຊາຊົນຕະຫຼອດຮອດພົນລະເມືອງລາວທັງໝົດ ທີ່ຮັກຊາດໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດສັງຄົມ, ປົກປ້ອງສິດທິຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນພົນລະເມືອງ ແລະ ປົກປ້ອງຄວາມຍຸຕິທໍາໃນສັງຄົມລາວ ເພື່ອແນໃສ່ປົກປ້ອງໝາກຜົນຂອງການປະຕິວັດ, ຮັບປະກັນຄວາມໝັ້ນຄົງ ໃຫ້ລະບອບປະຊາທິປະໄຕປະຊາຊົນ,ອົງການໄອຍະການປະຊາຊົນ ເປັນອົງການປົກປ້ອງກົດໝາຍ, ເປັນເຄື່ອງມືຜະເດັດການກໍາມະຊີບຂອງພັກ, ແມ່ນອົງການຕິດຕາມກວດກາຂອງລັດ, ມີພາລະບົດບາດຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍໃນຂອບເຂດທົ່ວປະເທດ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ, ເປັນຜູ້ຕາງໜ້າໃຫ້ລັດປະຕິບັດສິດສັ່ງຟ້ອງຜູ້ຖືກຫາຂຶ້ນສານ, ນອກນີ້ກໍມີມູນເຊື້ອບໍລິສຸດຕໍ່ພັກ ຕໍ່ອຸດົມການສັງຄົມນິຍົມ, ຊື່ສັດສຸດຈະຫຼິດ ແລະ ເຄົາລົບປະຕິບັດກົດໝາຍຢ່າງເຂັ້ມງວດ
ພ້ອມທັງຍັງຍົກໃຫ້ເຫັນເຖິງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການໄອຍະການປະຊາຊົນໂດຍຜ່ານ 4 ໄລຍະຄື: ໄລຍະທີ1 ໄລະຍະກໍາເນີດ ແລະ ສ້າງຕັ້ງອົງການໄອຍະການປະຊາຊົນປີ 1975-1990, ໄລຍະທີ2ປີ 1990-2003, ໄລະຍະທີ 3 ປີ 2003-2009 ແລະ ໄລຍະທີ4ປີ2009ເຖິງປັດຈຸບັນ.
ຈາກນັ້ນທ່ານ ທ່ານ ສຸລິວົງ ສີວໍລະວົງ ຫົວໜ້າອົງການກາແດງແຂວງ ແລະ ທ່ານ ຄຳຫຼ້າ ພະພິທັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ຜັດປ່ຽນກັນຂຶ້ນປາຖະກະຖາ ວັນສ້າງຕັ້ງອົງການກາແດງແຫ່ງຊາດລາວຄົບຮອບ 71 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນປລາວ ຄົບຮອບ 77 ປີ, ທັງນີ້ ກໍເພື່ອໃຫ້ພະນັກງານຫຼັກແຫຼ່ງ ທີ່ເຂົ້າຮ່ວມຮັບຟັງໄດ້ຮັບຮູ້ເຊື່ອມຊືມເຖິງຄວາມສໍາຄັນຂອງວັນດັ່ງກ່າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa