ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ແລະ ແຂວງກວາງຈິ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ ເພື່ອຕີລາຄາຄືນການປະຕິບັດເນື້ອໃນບົດບັນທຶກ ແລະ ສືບຕໍ່ການຮ່ວມືໃນຕໍ່ໜ້າ

ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ແລະ ແຂວງກວາງຈິ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ ເພື່ອຕີລາຄາຄືນການປະຕິບັດເນື້ອໃນບົດບັນທຶກ ແລະ ສືບຕໍ່ການຮ່ວມືໃນຕໍ່ໜ້າ
ໃນຕອນເຊົ້າວັນທີ 29 ຕຸລາ 2025 ທີ່ຫ້ອງປະຊຸມຂອງຫ້ອງວ່າການ ແຂວງສະຫວັນນະເຂດ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍ ແຂວງກວາງຈິ ສສ ຫວຽດນາມ ນຳໂດຍທ່ານ ເຈືອງ ອານ ນິງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍ ແຂວງກວາງຈິ ພ້ອມຄະນະ ໄດ້ເດີນທາງມາຮ່ວມກອງປະຊຸມ ພົບປະແລກປ່ຽນຖອດຖອນບົດຮຽນ ກັບຄະນະໂຄສະນາອົບຮົມ ແຂວງສະຫວັນນະເຂດ ສປປ ລາວ ໂດຍມີທ່ານ ຄຳວິໃສ ຜຸຍຍະວົງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງສະຫວັນນະເຂດ ພ້ອມຄະນະ ແລະ ບັນດາຂະແໜງການພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມພົບປະຄັ້ງນີ້.
ທ່ານ ຄຳວິໃສ ຜຸຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ກໍໄດ້ກ່າວຕ້ອນຮັບ ພ້ອມທັງຝາກຄວາມຢ້ຽມຢາມຖາມຂ່າວເຖິງການນຳ ແລະ ພະນັກງານ-ປະຊາຊົນທຸກທົ່ວໜ້າ ຂອງແຂວງກວາງຈິ, ການພົບປະແລກປ່ຽນບົດຮຽນ ຂອງຄະນະຜູ້ແທນໂຄສະນາສຶກສາ ແລະ ຂົນຂວາຍແຂວງກວາງຈິ ສສ ຫວຽດນາມ ແລະ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໃນຄັ້ງນີ້, ແມ່ນໄດ້ຈັດຂຶ້ນໃນທ່າມກາງບັນຍາກາດ ທີ່ທັງສອງພັກ-ລັດ ສອງປະເທດລາວ-ຫວຽດນາມ, ຫວຽດນາມ-ລາວ ຢູ່ໃນໄລຍະສືບຕໍ່ຈັດຕັ້ງຜັນຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຄົບຮອບ 48 ປີ ວັນທີ 18 ກໍລະກົດ 1977-18 ກໍລະກົດ 2025 ແລະ ວັນສ້າງຕັ້ງສາຍພົວພັນການ ທູດລາວ-ຫວຽດນາມ ຄົບຮອບ 63 ປີ ວັນທີ 5 ກັນຍາ 1962-5 ກັນຍາ 2025. ພ້ອມນັ້ນ ກໍຍົກໃຫ້ເຫັນສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງສະຫວັນນະເຂດ. ວຽກງານໂຄສະນາອົບຮົມ ນັບແຕ່ຕົ້ນປີ 2020 ມາຮອດປັດຈຸບັນນີ້ ຄະນະພັກ, ຄະນະນໍາຂອງແຂວງ ໄດ້ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ, ມະຕິ 9 ຂອງແຂວງ ຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມ ວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ 5, ຊຶ່ງທາງຄະນະໂຄສະນາອົບຮົມແຂວງ ຮ່ວມກັບອົງການຈັດຕັ້ງມະຫາຊົນຂອງແຂວງ ໄດ້ລົງເຜີຍແຜ່ເຊື່ອມຊຶມຢູ່ໃນ 14 ເມືອງ ແລະ 1 ນະຄອນ ແລະ ຈຸດສຸມ ກຸ່ມບ້ານ, ຕິດພັນກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ແລະ ໄດ້ສໍາເລັດກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ 14 ເມືອງ 1 ນະຄອນ ໃນເດືອນມິຖຸນາ 2025 ແລະ ກອງປະຊຸມໃຫຍ່ອົງຄະນະພັກແຂວງ ໃນຕົ້ນເດືອນກັນຍາ 2025 ນີ້.
ທ່ານ ເຈືອງ ອານ ນິງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍ ແຂວງກວາງຈິ ກໍໄດ້ຍົກໃຫ້ເຫັນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງກວາງຈິ, ລັດຖະບານໄດ້ມີການໂຮມການຈັດຕັ້ງໃນທົ່ວປະເທດ ເຊິ່ງແຂວງກວາງຈິກໍໄດ້ໂຮມເຂົ້າກັບແຂວງກວາງບິ່ງ ເປັນແຂວງກວາງຈິໃໝ່ ໃນວັນທີ 1 ກໍລະກົດ 2025 ຢ່າງເປັນທາງການ, ການນຳແຂວງໄດ້ສຸມໃສ່ການພັດທະນາວຽກງານພະລັງງານ, ການຂົນສົ່ງ, ການທ່ອງທ່ຽວ ແລະ ກະສິກຳ; ໃນຕໍ່ໜ້າຈະເປັນສູນກາງການພັດທະນາວຽກງານການທ່ອງທ່ຽວ ແລະ ຂົນສົ່ງ. ພ້ອມນັ້ນ ກໍໄດ້ແຈ້ງສະພາບໂດຍລວມທາງດ້ານການພັດທະນາເສດຖະກິດ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວມສະຫງົບ ແລະ ວຽກງານກໍ່ສ້າງພັກ – ພະນັກງານ ແລກປ່ຽນຖອດຖອນບົດຮຽນກ່ຽວກັບວຽກງານໂຄສະນາອົບຮົມ ຂອງສອງແຂວງໃນໄລຍະຜ່ານມາ, ສອງຝ່າຍຕີລາຄາສູງ ຜົນໄດ້ຮັບໃນການປະຕິບັດຕາມບົດບັນທຶກຊ່ວຍຈໍາທີ່ໄດ້ເຊັ່ນກັນ ໃນຄັ້ງກາງເດືອນກໍລະກົດ 2023 ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເຫັນວ່າທຸກເນື້ອໃນ ໄດ້ມີຜົນສໍາເລັດເປັນຢ່າງດີ.
ໃນການພົບປະຄັ້ງນີ້ ກໍໄດ້ມີການລົງນາມບົດບັນທຶການຮ່ວມມືໃນຊຸມປີຕໍ່ໜ້າ ລະຫວ່າງ ທ່ານ ຄຳວິໃສ ຜຸຍຍະວົງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງສະຫວັນນະເຂດ ແລະ ທ່ານ ເຈືອງ ອານ ນິງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍ ແຂວງກວາງຈິ ໂດຍຊ່ອງໜ້າການເປັນສັກຂີພິຍານຈາກຄະນະທັງສອງຝ່າຍ ທີ່ເຂົ້າຮ່ວມ. ໂດຍບາງເນື້ອໃນບົດບັນທຶກ ຍົກໃຫ້ເຫັນການສືບຕໍ່ຮ່ວມມືເພີ່ມທະວີຍົກສູງຄວາມສາມັກຄີການຮ່ວມມືຮອບດ້ານລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ການຮ່ວມມືລະຫວ່າງສອງແຂວງ ສະຫວັນນະເຂດ ແລະ ແຂວງກວາງຈິ ເພື່ອແລກປ່ຽນບົດຮຽນໃນຂົງເຂດວຽກງານໂຄສະນາອົບຮົມ ແລະ ການຄຸ້ມຄອງຕິດຕາມການໂຄສະນາຜ່ານສື່ສັງຄົມອອນລາຍ ເພື່ອຕອບຕ້ານສະກັດ ກັ້ນການໂຄສະນາໃສ່ຮ້າຍປ້າຍສີ ຕໍ່ແນວທາງການນໍາພາຂອງພັກ-ລັດ. ຄະນະໂຄສະນາອົບຮົມ ແຂວງສະຫວັນນະເຂດ ແລະ ຄະນະໂຄສະນາສຶກສາ ແລະ ຂົນຂວາຍແຂວງກວາງຈີ ເຫັນດີຈະສືບຕໍ່ຕອບສະໜອງບາງເອກະສານ ຂໍ້ມູນທີ່ກ່ຽວຂ້ອງເຖິງວຽກງານວິຊາສະເພາະ, ສ້າງເງື່ອນໄຂໃຫ້ພະນັກງານໄປມາຖອດຖອນບົດຮຽນໃນດ້ານວິຊາການຮ່ວມກັນ. ເຫັນດີເປັນເອກະພາບກັນ ໃນການໂຄສະນາເຜີຍແຜ່ຜົນສໍາເລັດ ການຮ່ວມມືຂອງຄະນະຜູ້ແທນ ລະດັບສູງຂອງສອງ ແຂວງ ໃນແຕ່ລະໄລຍະໃຫ້ໄດ້ຮັບຜົນດີ. ມີຄວາມເປັນເອກະພາບກັນ ນໍາສະເໜີຕໍ່ຄະນະປະຈຳພັກແຂວງ ກ່ຽວກັບການຄົ້ນຄ້ວາສ້າງປື້ມປະຫວັດສາດສາຍພົວພັນແບບພິເສດ ສະຫວັນນະເຂດ – ກວາງຈິ ໃນຂົງເຂດວຽກງານໂຄສະນາອົບຮົມ. ຄະນະໂຄສະນາອົບຮົມແຂວງ ສະເໜີແລກປ່ຽນດ້ານປະສົບການ ໃນການຄຸ້ມຄອງສື່ສັງຄົມອອນລາຍ ແລະ ຕອບໂຕ້ຖ້ອຍທໍານອງບິດເບືອນຂອງອິດທິກຳລັງປໍລະປັກ. ສະເໜີໃຫ້ມີການແລກປ່ຽນບົດຮຽນດ້ານການບໍລິຫານຈັດການ ແລະ ຂໍ້ມູນຂ່າວສານໜັງສືພິມ, ວິທະຍຸກະຈາຍສຽງ ແລະ ໂທລະພາບ.ສະເໜີທາງຝ່າຍໂຄສະນາສຶກສາ ແລະ ຂົນຂວາຍແຂວງກວາງຈິ ໃຫ້ຊ່ວຍຖ່າຍທອດປະສົບການດ້ານນາຍຊ່າງເຕັກນິກສ້ອມແປງຂອງສື່ມວນຊົນ. ສະເໜີແຂວງກວາງຈິ ຊ່ວຍສ້າງແອັບຂອງສື່ມວນຊົນຜ່ານລະບົບໂທລະສັບມືຖື. ຂໍຄວາມຊ່ວຍເຫຼືອຈາກໂຄສະນາສຶກສາ ແລະ ຂົນຂວາຍແຂວງກວາງຈິ ສສ ຫວຽດນາມ ຊ່ວຍປະກອບໂທລະໂຄ່ງໃຫ້ບັນດາບ້ານຂອງແຂວງສະຫວັນນະເຂດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa