ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ຈັດກອງປະຊຸມກະກຽມຄວາມພ້ອມໃນການຫັນໄປສູ່ທັນສະໄໝວຽກງານໂຄສະນາອົບຮົມຈາກສູນກາງລົງສູ່ທ້ອງຖິ່ນ

ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ຈັດກອງປະຊຸມກະກຽມຄວາມພ້ອມໃນການຫັນໄປສູ່ທັນສະໄໝວຽກງານໂຄສະນາອົບຮົມຈາກສູນກາງລົງສູ່ທ້ອງຖິ່ນ
     ຄະນະໂຄສະນາອົບຮົມສູນກາງພັກຮ່ວມກັບຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ຈັດກອງປະຊຸມແນະນຳກວດກາການເຮັດວຽກງານໂຄສະນາເຜີຍແຜ່ບັນດາຂໍ້ມູນຂ່າວສານຜ່ານເວັບໄຊ ແລະກະກຽມຄວາມພ້ອມໃນການຫັນເປັນທັນສະໄໝວຽກງານໂຄສະນາຢູ່ແຂວງສະຫວັນນະເຂດ ເຊິ່ງກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ໃນວັນທີ 13 ຕຸລາ 2025 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ຄຳຫຼ້າ ພະພິທັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ກອງສື່ມວນຊົນຂອງແຂວງ(ໂທລະພາບ, ວິທະຍຸ ແລະໜັງສືພິມສະຫວັນພັດທະນາ) ພ້ອມດ້ວຍບັນດາທ່ານຈາກຂະແໜງການຕ່າງໆພາຍໃນຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ເຂົ້າຮ່ວມ.
     ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ເພື່ອຍົກສູງຄຸນະພາບວຽກງານໂຄສະນາອົບຮົມເວົ້າລວມ, ເວົ້າສະເພາະກໍ່ຄືການນໍາໃຊ້ສື່ທີ່ທັນສະໄໝ(ເວັບໄຊ)ເຂົ້າໃນວຽກງານນັບແຕ່ສູນກາງຮອດທ້ອງຖິ່ນ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດຕາມທິດຍົກສູງຄຸນະພາບວຽກງານວິຊາສະເພາະ ແລະຫັນວຽກໂຄສະນາອົບຮົມ ໃຫ້ເປັນທັນສະໄໝເທື່ອລະກ້າວ ແລະແທດເໝາະກັບຍຸກ 4.0, ເພື່ອແນໃສ່ເຮັດໃຫ້ພະນັກງານຂອງຄະນະໂຄສະນາອົບຮົມທົ່ວປະເທດມີຄວາມຮູ້ຄວາມສາມາດທາງດ້ານວຽກງານສື່ທີ່ທັນສະໄໝ ເຊັ່ນ: ການພັດທະນາເວັບໄຊ, ການຄຸ້ມຄອງລະບົບເວັບໄຊ, ເພື່ອເຮັດໃຫ້ການນໍາໃຊ້ສື່ສະດວກ ວ່ອງໄວ ທັນເຫດການ, ເພື່ອຍົກລະດັບຄວາມຮູ້ໃຫ້ພະນັກງານວິຊາການໂຄສະນາ ຫຼືເຮັດວຽກງານຂອງຄະນະໂຄສະນາອົບຮົມແຂວງ, ເມືອງ ໃຫ້ນັບມື້ນັບສູງຂຶ້ນ ແລະມີຄວາມເຂົ້າໃຈເລິກເຊິ່ງເຖິງບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານໃນປະຈຸບັນເພື່ອສ້າງໃຫ້ແຂວງມີຄວາມເຂັ້ມແຂງໃນການນໍາໃຊ້ສື່ທີ່ທັນສະໄໝສາມາດຜັນຂະຫຍາຍລົງສູ່ຮາກຖານກໍ່ຄືບັນດາເມືອງ. ໃນນີ້, ສຳລັບເນື້ອໃນເປົ້າໝາຍແມ່ນການເຄື່ອນໄຫວແນະນຳ, ກວດກາການເຮັດວຽກງານເຜີຍແຜ່ບັນດາຂໍ້ມູນຂ່າວສານຜ່ານເວັບໄຊ ແລະກະກຽມຄວາມພ້ອມໃນການຫັນເປັນທັນສະໄໝຂອງຄະນະໂຄສະນາອົບຮົມບັນດາແຂວງໃນທົ່ວປະເທດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa