ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ຈັດຕັ້ງພິທີປາຖະກະຖາ 2 ວັນສຳຄັນຂອງຊາດ
ໃນຕອນເຊົ້າວັນທີ 17 ກໍລະກົດນີ້ ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງພິທີປາຖະກະຖາ 2 ວັນປະຫວັດສາດທີ່ສຳຄັນຂອງຊາດ – ຂອງພັກຂື້ນຄື : ວັນເກີດປະທານ ສຸພານຸວົງ 13 ກໍລະກົດ 1909 ແລະ ວັນເຊັນສົນທິສັນຍາມິດຕະພາບ – ການຮ່ວມມື18 ກໍລະກົດ 1977 ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ – ຫວຽດນາມ 5 ກັນຍາ 1962 ໂດຍເປັນກຽດປາຖະກະຖາຂອງທ່ານ ຄຳຫລ້າ ພະທິທັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດ , ມີສະມາຊິກສະພາແຫ່ງຊາດ , ຄະນະພັກພາຍໃນແຂວງ , ພະນັກງານ – ລັດຖະກອນ ອ້ອມຂ້າງແຂວງເຂົ້າຮ່ວມຮັບຟັງ.
ທ່ານ ຄຳຫລ້າ ພະທິທັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຫວນຄືນປະຫວັດວັນເກີດ ປະທານ ສຸພານຸວົງ ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງທ່ານປະທານ ສຸພານຸວົງ ແຕ່ກຳເນີດຈົນເຖິງການເຄື່ອນໄຫວປະຕິວັດແຕ່ລະໄລຍະ ເປັນຕົ້ນແມ່ນໄດ້ຫວນຄືນເຖິງຜົນງານ ແລະ ຄຸນງາມຄວາມດີຂອງ ປະທານ ສຸພານຸວົງ ຄຸນລັກສະນະທີ່ພົ້ນເດັ່ນຂອງເພີ່ນແມ່ນເປັນຜູ້ນຳທີ່ມີຄວາມຈົ່ງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ , ຕໍ່ສູ້ຢ່າງກ້າແກ່ນພິລະອາດຫານ ຍາມໃດກໍ່ໄດ້ຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ , ນັບຖຶໝູ່ຄະນະ, ເອື້ອເພື້ອຮັກແພງມິດສະຫາຍຢ່າງຈິງໃຈ , ດຳລົງຊີວິດຢ່າງຊື່ສັດສຸຈະລິດ ແລະ ງ່າຍດາຍ, ແມ່ນປັນຍາຊົນຜູ້ຍິງໃຫ່ຍເປັນເຊື້ອເຈົ້າຜູ້ໜື່ງທີ່ມີນ້ຳໃຈຮັກຊາດອັນດູດດື່ມ , ມີຈິດໃຈຕໍ່ສູ້ທີ່ອາດຫານກ້າແກ່ນ, ມີທັດສະນະຫລັກໝັ້ນອັນໜັກແໜ້ນ ແລະ ນ້ຳໃຈເສຍສະຫລະອັນສູງສົ່ງ ເພື່ອຊາດເພື່ອປະຊາຊົນ, ທ່ານປະທານ ສຸພານຸວົງ ໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງກາຍເປັນນັກປະຕິວັດທີ່ກ້າແກ່ນ , ເປັນໜຶ່ງໃນບັນດາຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ
ຈາກນັ້ນຍັງໄດ້ກຫວນຄືນເຖິງສະພາບແວດລ້ອມແຫ່ງການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ – ຫວຽດນາມ ເປັນປະເທດໃກ້ຄຽງ ມີຊາຍແດນຮ່ວມກັນຍາວກວ່າ 2.000 ກິໂລແມັດ , ພ້ອມກັນອິງຫລັງໃສ່ສາຍພູຫລວງ ພ້ອມກັນຮ່ວມຊົມໃຊ້ແມ່ນ້ຳລຳເຊ , ພູຜາປ່າດົງ , ດິນດອນຕອນຫຍ້າເພື່ອດຳລົງຊີວິດ ແລະ ດຳເນີນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ, ປະຊາຊົນ 2 ຊາດລາວ – ຫວຽດນາມ ມີມູນເຊື້ອໄປມາຫາສູ່ແລກປ່ຽນສິນຄ້າ ແລກປ່ຽນວັດທະນະທຳນຳກັນ ຢູ່ຫລາຍທ້ອງຖິ່ນກໍ່ມີບ້ານ , ຫລາຍຄອບຄົວເປັນແກ່ວດອງກັນມີອຸດົມຄະຕິ ແລະ ຄວາມມຸ່ງມາດປາຖະໜາອັນດຍວກັນຄື: ຢາກມີຄວາມເປັນເອກະລາດ ສັນຕິພາບ ແລະ ຮັ່ງມີຜາສຸກ ປະຊາຊົນ 2 ຊາດມູນເຊື້ອສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການກໍ່ຕັ້ງ ແລະ ປົກປັກຮັກສາປະເທດຊາດຂອງໃຜລາວ ພິເສດແມ່ນໃນໄລຍະດຳເນີນການຕໍ່ສູ້ປະຕິວັດ ເປັນເວລາເຄິ່ງສະຕະວັດພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ຕໍ່ແມ່ແມ່ນພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ , ຄວາມຜູກພັນສາມັກຄີ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານນັ້ນໄດ້ເພີ່ມຄວາມແໜ້ນແຟ້ນ ແລະ ເຕີບໃຫ່ຍກາຍເປັນຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານຂອງສອງຊາວລາວ – ຫວຽດນາມ.ະໂມສອນຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງພິທີປາຖະກະຖາ 2 ວັນປະຫວັດສາດທີ່ສຳຄັນຂອງຊາດ – ຂອງພັກຂື້ນຄື : ວັນເກີດປະທານ ສຸພານຸວົງ 13 ກໍລະກົດ 1909 ແລະ ວັນເຊັນສົນທິສັນຍາມິດຕະພາບ – ການຮ່ວມມື18 ກໍລະກົດ 1977 ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ – ຫວຽດນາມ 5 ກັນຍາ 1962 ໂດຍເປັນກຽດປາຖະກະຖາຂອງທ່ານ ຄຳຫລ້າ ພະທິທັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດ , ມີສະມາຊິກສະພາແຫ່ງຊາດ , ຄະນະພັກພາຍໃນແຂວງ , ພະນັກງານ – ລັດຖະກອນ ອ້ອມຂ້າງແຂວງເຂົ້າຮ່ວມຮັບຟັງ.
ທ່ານ ຄຳຫລ້າ ພະທິທັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຫວນຄືນປະຫວັດວັນເກີດ ປະທານ ສຸພານຸວົງ ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງທ່ານປະທານ ສຸພານຸວົງ ແຕ່ກຳເນີດຈົນເຖິງການເຄື່ອນໄຫວປະຕິວັດແຕ່ລະໄລຍະ ເປັນຕົ້ນແມ່ນໄດ້ຫວນຄືນເຖິງຜົນງານ ແລະ ຄຸນງາມຄວາມດີຂອງ ປະທານ ສຸພານຸວົງ ຄຸນລັກສະນະທີ່ພົ້ນເດັ່ນຂອງເພີ່ນແມ່ນເປັນຜູ້ນຳທີ່ມີຄວາມຈົ່ງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ , ຕໍ່ສູ້ຢ່າງກ້າແກ່ນພິລະອາດຫານ ຍາມໃດກໍ່ໄດ້ຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ , ນັບຖຶໝູ່ຄະນະ, ເອື້ອເພື້ອຮັກແພງມິດສະຫາຍຢ່າງຈິງໃຈ , ດຳລົງຊີວິດຢ່າງຊື່ສັດສຸຈະລິດ ແລະ ງ່າຍດາຍ, ແມ່ນປັນຍາຊົນຜູ້ຍິງໃຫ່ຍເປັນເຊື້ອເຈົ້າຜູ້ໜື່ງທີ່ມີນ້ຳໃຈຮັກຊາດອັນດູດດື່ມ , ມີຈິດໃຈຕໍ່ສູ້ທີ່ອາດຫານກ້າແກ່ນ, ມີທັດສະນະຫລັກໝັ້ນອັນໜັກແໜ້ນ ແລະ ນ້ຳໃຈເສຍສະຫລະອັນສູງສົ່ງ ເພື່ອຊາດເພື່ອປະຊາຊົນ, ທ່ານປະທານ ສຸພານຸວົງ ໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງກາຍເປັນນັກປະຕິວັດທີ່ກ້າແກ່ນ , ເປັນໜຶ່ງໃນບັນດາຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ
ຈາກນັ້ນຍັງໄດ້ກຫວນຄືນເຖິງສະພາບແວດລ້ອມແຫ່ງການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ – ຫວຽດນາມ ເປັນປະເທດໃກ້ຄຽງ ມີຊາຍແດນຮ່ວມກັນຍາວກວ່າ 2.000 ກິໂລແມັດ , ພ້ອມກັນອິງຫລັງໃສ່ສາຍພູຫລວງ ພ້ອມກັນຮ່ວມຊົມໃຊ້ແມ່ນ້ຳລຳເຊ , ພູຜາປ່າດົງ , ດິນດອນຕອນຫຍ້າເພື່ອດຳລົງຊີວິດ ແລະ ດຳເນີນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ, ປະຊາຊົນ 2 ຊາດລາວ – ຫວຽດນາມ ມີມູນເຊື້ອໄປມາຫາສູ່ແລກປ່ຽນສິນຄ້າ ແລກປ່ຽນວັດທະນະທຳນຳກັນ ຢູ່ຫລາຍທ້ອງຖິ່ນກໍ່ມີບ້ານ , ຫລາຍຄອບຄົວເປັນແກ່ວດອງກັນມີອຸດົມຄະຕິ ແລະ ຄວາມມຸ່ງມາດປາຖະໜາອັນດຍວກັນຄື: ຢາກມີຄວາມເປັນເອກະລາດ ສັນຕິພາບ ແລະ ຮັ່ງມີຜາສຸກ ປະຊາຊົນ 2 ຊາດມູນເຊື້ອສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການກໍ່ຕັ້ງ ແລະ ປົກປັກຮັກສາປະເທດຊາດຂອງໃຜລາວ ພິເສດແມ່ນໃນໄລຍະດຳເນີນການຕໍ່ສູ້ປະຕິວັດ ເປັນເວລາເຄິ່ງສະຕະວັດພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ຕໍ່ແມ່ແມ່ນພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ , ຄວາມຜູກພັນສາມັກຄີ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານນັ້ນໄດ້ເພີ່ມຄວາມແໜ້ນແຟ້ນ ແລະ ເຕີບໃຫ່ຍກາຍເປັນຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານຂອງສອງຊາວລາວ – ຫວຽດນາມ.