ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ສຳເລັດການຈັ້ງຕັ້ງເປີດຮຽນສະໜັບສະໜູນມະຫາຊົນຜູ້ກ້າວໜ້າ ຊຸດທີ III

ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ສຳເລັດການຈັ້ງຕັ້ງເປີດຮຽນສະໜັບສະໜູນມະຫາຊົນຜູ້ກ້າວໜ້າ ຊຸດທີ III.

ໃນຕອນເຊົ້າຂອງວັນທີ 04 ຕຸລາ 2024 ຜ່ານມາ, ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ເພື່ອເປັນການຈັດຕັ້ງປະຕິບັດມະຕິຕົກລົງຂອງຄະນະປະຈຳພັກແຂວງສະຫວັນນະເຂດ ສະບັບເລກທີ 2426/ ຄປພຂ, ລົງວັນທີ 9 ກັນຍາ 2024 ໄດ້ຈັດຕັ້ງເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະ ຫຍາຍເຂົາເປັນສະມາຊິກພັກ ຊຸດທີ III ໃຫ້ບັນດາມະຫາຊົນຜູ້ກ້າວໜ້າຂອງຄະນະພັກຮາກຖານພະແນກ ການ, ອ້ອມຂ້າງແຂວງ ມີຜູ້ເຂົ້າຮ່ວມທັງໝົດ 22 ສະຫາຍ, ຍິງ 12 ສະຫາຍ; ທີ່ມາຈາກ 08 ພະແນກ ການ, ອ້ອມຂ້າງແຂວງ. ໃນນັ້ນ ເອກະສານທີ່ນໍາໃຊ້ໃນການເຜີຍແຜ່ ບົດທີ 1: ອົບຮົມມະຫາຊົນຜູ້ທີ່ຈະ ຂະຫຍາຍເຂົ້າເປັນສະມາຊິກພັກ ນໍາສະເໜີໂດຍ ສະຫາຍ ຄໍາຫຼ້າ ພະພິທັກ ເລຂາໜ່ວຍພັກ, ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ, ບົດທີ 2: ສັງຄົມ ສັງຄົມນິຍົມ ນໍາສະເໜີໂດຍ ທ່ານ ພູເງິນ ສີວົງກອນ ຮອງ ເລຂາໜ່ວຍພັກ, ຫົວໜ້າຂະແໜງອົບຮົມ. ບັນດາສະຫາຍທີ່ເຂົ້າຮຽນນອກຈາກໄດ້ຮັບຟັງການບັນຍາຍ ເອກະສານແລ້ວ, ກໍ່ໄດ້ມີການແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນ ເພື່ອໃຫ້ເຂົ້າຮ່ວມໄດ້ຮັບຄວາມຮັບຮູ້ ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ, ຕົ້ນກຳເນີດ, ອຸດົມການ, ທາດແທ້ຂອງພັກປະຊາຊົນປະຕິວັດລາວ ແລະ ນໍາເອົາບົດຮຽນດັ່ງກ່າວໄປຄົ້ນຄວ້າ, ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນສະມາຊິກພັກ. ນອກຈາກ ນັ້ນໃນຕອນທ້າຍຍັງໄດ້ມີການມອບໃບຢັ້ງຢືນໃຫ້ຜູ້ທີ່ຜ່ານການຮຽນສະໜັບສະໜູນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa