ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ລົງຊຸກຍູ້ວຽກງານສ່ອງແສງເກັບກໍາສະພາບແນວຄິດ-ຫາງສຽງສັງຄົມຢູ່ເມືອງຊົນນະບູລີ

ໃນຕອນເຊົ້້າຂອງວັນທີ 29 ສິງຫາ 2024 ຜ່ານມາ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ລົງຊຸກຍູ້ວຽກງານສ່ອງແສງເກັບກໍາສະພາບແນວຄິດ-ຫາງສຽງສັງຄົມຢູ່ເມືອງຊົນນະບູລີ.

     ໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ຄໍາວິໄສ ຜຸຍຍະວົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ພູວັນ ແກ້ວວົງສາ ຮອງເລຂາພັກເມືອງ ຜູ້ຊີນໍາວຽກງານການເມືອງ-ແນວຄິດ, ເຂົ້າຮ່ວມມີທ່ານ ສົມໃຈ ສີສົມພອນ ຮອງຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນໍາວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ, ມີຫົວໜ້າຂະແໜງພ້ອມດ້ວຍພະນັກງານວິຊາການຂອງຂະແໜງສັງລວມຫາງສຽງສັງຄົມເຂົ້້າຮ່ວມ, ຄະນະໂຄສະນາອົບຮົມເມືອງ, ມີຄະນະກໍາມະການເກັບກໍາສະພາບແນວຄິດ-ຫາງສຽງສັງຄົມຂັ້ນເມືອງ ເຂົ້າຮ່ວມ 36 ທ່ານ, ຍິງ 5 ທ່ານ.

     ຈຸດປະສົງຂອງກອງປະຊຸມນີ້ເພື່ອແລກປ່ຽນຄໍາຄິດຄໍາເຫັນ ໃນແຕ່ລະຂົງເຂດວຽກງານ ເພື່ອຫາວິທີແກ້ໄຂບັນຫາຕ່າງໆ ທີ່ເກີດມີຫາງສຽງຂອງສັງຄົມ ຜ່ານການລາຍງານຂອງຄະນະກໍາມະການເກັບກໍາຫາງສຽງສັງຄົມຂັ້ນເມືອງ ສາມາດເກັບກໍາຫາງສຽງຂອງພະນັກງານ-ສະມາຊິກພັກ, ທະຫານ, ຕໍາຫຼວດ ຕະຫຼອດເຖິງພໍ່ແມ່ປະຊາຊົນມີ 6 ຫາງສຽງ, ໄດ້ຮັບການແກ້ໄຂແລ້ວ 3 ຫາງສຽງ, ອີກ 3 ຫາງສຽງແມ່ນຢູ່ໃນຂັ້ນຕອນຄົ້ນຄວ້າເພືອຫາວິທີແກ້ໄຂ. ຈາກນັ້ນ ທ່ານ ຄໍາວິໄສ ຜຸຍຍະວົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ປະທານກອງປະຊຸມກໍ່ໄດ້ມີທິດຊີ້ນໍາ ຕໍ່ກອງປະຊຸມ ພ້ອມຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ແລະ ທ່ານກໍ່ຍັງໄດ້ເນັ້ນໃຫ້ຄະນະກໍາມະການເກັບກໍາສະພາບແນວຄິດ-ຫາງສຽງສັງຄົມຂັ້ນເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ເອົາໃຈໃສ່ສະຫຼຸບສັງລວມບັນດາຫາງສຽງຕ່າງໆທີ່ເກີດຂື້ນໃນເດືອນຜ່ານມາ ເພື່ອລາຍງານໃຫ້ຄະນະໂຄສະນາອົບຮົມແຂວງ ແລະ ວາງແຜນການເພື່ອຈັດກອງປະຊຸມສ່ອງແສງວຽກງານເກັບກໍາສະພາບແນວຄິດ – ຫາງສຽງສັງຄົມໃຫ້ເປັນປົກກະຕິໃນແຕ່ລະເດືອນ.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa