ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ຈັດຕັ້ງປາຖະກະຖາຫວນຄືນມູນເຊື້ອ 3 ວັນທີ່ສໍາຄັນຂອງຊາດ.

ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ຈັດຕັ້ງປາຖະກະຖາຫວນຄືນມູນເຊື້ອ 3 ວັນທີ່ສໍາຄັນຂອງຊາດ.

ໃນຕອນເຊົ້າວັນທີ 14 ສິງຫາ 2024ນີ້ ທີ່ສະໂມສອນຂອງຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດໃຫ້ມີພິທີປາຖະກະຖາ 3 ເອກະສານສຳຄັນຂອງຊາດ-ຂອງພັກ ຄື: ເອກະສານວັນລັດຖະທຳມະນູນແຫ່ງ ສປປ ລາວຄົບຮອບ 33 ປີ(15/8/19991-15/8/2024) ເອກະສານວັນຢຶດອຳນາດທົວປະເທດ ສປປ ລາວ ຄົບຮອບ79ປີ(23/8/1945-23/8/2024) ແລະ ເອກະສານວັນສ້າງຕັ້ງສານປະຊາາຊົນ ແຫ່ງ ສປປ ລາວ ຄົບຮອບ 42 ປີ (15/8/1967-15/8/2024)ໂດຍເປັນກຽດເຂົ້າຮ່ວມເປັນປະທານປາຖະກະຖາ ຂອງທ່ານ ຄໍາວິໄສ ຜຸຍຍະວົງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ຄຳຫຼ້າ ພະພິທັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ກຽງສັກ ບຸນທາວົງ ປະທານສານປະຊາຊົນແຂວງ, ເຂົ້າຮ່ວມຮັບຟັງ ມີບັນດາທ່ານ-ບັນດາສະຫາຍຈາກ ກຳລັງ ປກຊ-ປກສ ແຂວງ, ມີພະນັກງານຫຼັກແຫຼງສະມາຊິກພັກຈາກຂະແໜງການ, ພະແນກການ ແລະ ກົມກອງຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມ.

ໂອກາດນີ້ ທ່ານ ຄຳຫຼ້າ ພະພິທັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງກໍໄດ້ໃຫ້ກຽດປາຖະກະຖາເອກະສານວັນຢຶດອຳນາດທົວປະເທດ ສປປ ລາວ ຄົບຮອບ79ປີ ແລະ ທ່ານ ຄໍາວິໄສ ຜຸຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງກໍໄດ້ໃຫ້ກຽດປາຖະກະຖາວັນລັດຖະທຳມະນູນແຫ່ງ ສປປ ລາວຄົບຮອບ 33 ປີ ແລະ ວັນສ້າງຕັ້ງສານປະຊາາຊົນ ແຫ່ງ ສປປ ລາວ ຄົບຮອບ 42 ປີ, ຈຸດປະສົງຂອງການຈັດປາຖະກະຖາໃນຄັ້ງນີ້ກໍ່ເພື່ອເປັນການເຊີດຊູບົດບາດນຳພາຂອງພັກ ໃນການເຄົາລົບ ແລະ ປະຕິບັດກົດໝາຍຂອງລັດ, ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະສະມາຊິກພັກ ແລະ ພະນັກງານແຕ່ລະສະຫາຍ ຕ້ອງໄດ້ຮັບຮູ້ ຕໍ່ຄວາມຮັບຜິດຊອບຂອງຕົນ ໃນການປະຕິບັດແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ຕໍ່ສູ້ຕ້ານປະກົດການຫຍໍ້ທໍ້ຕ່າງໆໃນຖັນແຖວພະນັກງານ, ສະມາຊິກພັກ ເປັນຕົ້ນແມ່ນເຫດການທີ່ນຳເອົາຄວາມເສື່ອມເສຍມາໃຫ້ແກ່ພັກ, ພ້ອມນັ້ນກໍ່ເພື່ອເຮັດໃຫ້ສະມາຊິກພັກຮູ້ຈັກ ຈໍາແນກມິດ-ສັດຕູຢ່າງຈະແຈ້ງ ແລະສາມາດນຳເອົາເນື້ອໃນຈິດໃຈຂອງເອກະສານສຳຄັນ ທີ່ນຳມາປາຖະກະຖາໃນຄັ້ງນີ້ ນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະ ແລະ ເພີ່ມທະວີແນວຄິດຮັກຊາດ, ເສີມຂະຫຍາຍບົດບາດການນຳພາຂອງພັກໃຫ້ເຂົ້າສູ່ລວງເລິກຢ່າງກວ້າງຂວາງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa