ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ຈັດກອງປະຊຸມສ່ອງແສງວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນກໍລະກົດ 2024

ໃນຕອນເຊົ້້າຂອງວັນທີ 7 ກໍລະກົດ 2024 ຜ່ານມາ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ຈັດກອງປະຊຸມສ່ອງແສງວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມປະຈໍາເດືອນ

ໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ຄໍາວິໄສ ຜຸຍຍະວົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີທ່ານ ສົມໃຈ ສີສົມພອນ ຮອງຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນໍາວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ, ມີຫົວໜ້າຂະແໜງພ້ອມດ້ວຍພະນັກງານວິຊາການຂອງຂະແໜງສັງລວມຫາງສຽງສັງຄົມເຂົ້້າຮ່ວມ, ມີຄະນະກໍາມະການເກັບກໍາສະພາບແນວຄິດ-ຫາງສຽງສັງຄົມຂັ້ນແຂວງເຂົ້າຮ່ວມທັງໝົດ 39 ສະຫາຍ, ຍິງ 12 ສະຫາຍ. ຜ່ານການລາຍງານຂອງຄະນະກໍາມະການເກັບກໍາຫາງສຽງສັງຄົມຂັ້ນແຂວງ ສາມາດເກັບກໍາຫາງສຽງຂອງພະນັກງານ-ສະມາຊິກພັກ, ທະຫານ, ຕໍາຫຼວດ ຕະຫຼອດເຖິງພໍ່ແມ່ປະຊາຊົນມີຢູ່ 5 ຫາງສຽງ, ເຊິ່ງຫາງສຽງທີ່ໄດ້ຮັບການສ່ອງແສງທັງ 5 ຫາງສຽງ ແມ່ນໄດ້ຮັບການແກ້ໄຂຈາກພາກສ່ວນທີ່ກ່ຽວຂ້ອງແລ້ວ. ຈາກນັ້ນ ທ່ານ ຄໍາວິໄສ ຜຸຍຍະວົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ປະທານກອງປະຊຸມກໍ່ໄດ້ມີທິດຊີ້ນໍາ ຕໍ່ກອງປະຊຸມ ພ້ອມຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ແລະ ທ່ານກໍ່ຍັງໄດ້ເນັ້ນໃຫ້ຄະນະກໍາມະການເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ເອົາໃຈໃສ່ສະຫຼຸບສັງລວມບັນດາຫາງສຽງຕ່າງໆໃນເດືອນຕໍ່ໜ້າ.

 

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa