ຄະນະໂຄສະນາອົບຮົມສູນກາງພັກ ລົງຕິດຕາມການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານທີ່ຮັບຜິດຊອບວຽກງານກວດກາພັກ, ກວດກາລັດ ຢູ່ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ

 

ຄະນະໂຄສະນາອົບຮົມສູນກາງພັກ ລົງຕິດຕາມການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານທີ່ຮັບຜິດຊອບວຽກງານກວດກາພັກ, ກວດກາລັດ ຢູ່ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ

ໃນຕອນເຊົ້າ 30 ມີຖຸນາ 2025, ທີ່້້ຫ້ອງປະຊຸມຫ້ອງວ່າການແຂວງ. ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຮັດວຽກກັບຄະນະໂຄສະນາ ອົບຮົມແຂວງສະຫວັນນະເຂດ ເປີດກອງປະຊຸມການລົງຕິດຕາມ ແລະ ຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານທີ່ຮັບຜິດຊອບວຽກງານກວດກາພັກ, ກວດກາລັດ ຢູ່ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ໂດຍເປັນປະທານຂອງ ທ່ານ ນ. ວິໄລວອນ ພັນທະວົງ ຄະນະປະຈໍາພັກ,ປະທານກວດກາພັກ, ຮອງຫົວນ້າຄະນະໂຄສະນາອົບຮົມສູນກາງພັກ. ເຂົ້າຮ່ວມມີທ່ານ ຄຳຫຼ້າ ພະພິທັກ ເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານໃນຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ 14 ເມືອງ ແລະ 1 ນະຄອນ, ພ້ອມດ້ວຍຄະນະຈາກສູນກາງ ແລະ ພະນັກງານວິຊາການຂອງຄະນະໂຄສະນາອົບຮົມແຂວງສະຫວັນນະເຂດເຂົ້າຮ່ວມທັງໝົດ 41 ທ່ານ, ຍິງ 15 ທ່ານ.

ໃນກອງປະຊຸມ ທ່ານ ຄຳຫຼ້າ ພະພິທັກ ເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານຫຍໍ້ຕໍ່ກອງປະຊຸມວ່າດ້ວຍວຽກງານຂອງຄະນະໂຄສະນນາອົບຮົມແຂວງສະຫວັນນະເຂດຜ່ານມາ, ຈາກນັ້ນ ທ່ານ ນ. ວິໄລວອນ ພັນທະວົງ ຄະນະປະຈໍາພັກ-ປະທານກວດກາພັກ, ຮອງຫົວນ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີຄໍາເຫັນຕໍ່ວຽກງານໂຄສະນາອົບຮົມ, ພາລະບົດບາດຂອງກົມກວດກາ, ການໂຮມ ຂອງຄະນະໂຄສະນາອົບຮົມແຕ່ລະຂັ້ນ, ຄວາມຮູ້ພື້ນຖານຂອງວຽກງານກວດກາພັກ ນອກນັ້ນ ທ່ານຍັງໄດ້ເນັ້ນໜັກເຖິງ ຄວາມສາມັກຄີໃຫ້ໜັກແໜ້ນກວ່າເກົ່າ. ແລ້ວໃຫ້ແຕ່ລະເມືອງມີຄໍາເຫັນສະເໜີຂໍ້ສະດວກ-ຂໍ້ຫຍຸ້ງຍາກໃນການຈັດຕັ້ງ ປະຕິບັດວຽກງານໂຄສະນາອົບຮົມໃນໄລຍະຜ່ານມາ, ນອກນັ້ນ ແຕ່ລະເມືອງຍັງໄດ້ສະເໜີຕໍ່ປະທານຂໍອຸປະກອນຮັບໃຊ້ ຫ້ອງການ ແລະ ງົບປະມານຮັບໃຊ້ຈໍານວນໜຶ່ງ. ຮອດເວລາ 11:15 ໂມງ ກອງປະຊຸມໄດ້ປິດລົງຢ່າງເປັນທາງການ. ຕໍ່ມານັ້ນ ທ່ານ ນ. ວິໄລວອນ ພັນທະວົງ ຄະນະປະຈໍາພັກ-ປະທານກວດກາພັກ, ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄປພົບການນໍາຂອງແຂວງ ເພື່ອລາຍງານຕົວ. ທ່ານຍັງໄດ້ເນັ້ນໜັກຕໍ່ການນໍາຂອງແຂວງໃຫ້ເອົາໃຈໃສ່ຕື່ມຕໍ່ວຽກງານໂຄສະນາອົບຮົມ ອຸປະກອນຮັບໃຊ້ຕ່າງໆຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa