
ຄະນະສື່ມວນຊົນ ນະຄອນດານັງ ສສ ຫວຽດນາມ ເຂົ້າພົບປະ ແລະ ເຄື່ອນໄຫວເກັບກຳຂໍ້ມູນ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການທ່ອງທ່ຽວ ຢູ່ແຂວງສະຫວັນນະເຂດ
ໃນຕອນເຊົ້າວັນທີ 16 ມີນາ 2026, ທີ່ຫ້ອງປະຊຸມພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງສະຫວັນນະເຂດ, ໄດ້ມີພິທີພົບປະລະຫວ່າງ ຄະນະໂຄສະນາອົບຮົມແຂວງ, ຄະນະສື່ມວນຊົນແຂວງສະຫວັນນະເຂດ ແລະ ຄະນະສື່ມວນຊົນຈາກນະຄອນດານັງ ສສ ຫວຽດນາມ ໃນໂອກາດການເດີນທາງມາເຄື່ອນໄຫວຖ່າຍທຳວິດີໂອສັ້ນ ແລະ ເກັບກຳຂໍ້ມູນກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຢູ່ພາຍໃນແຂວງ. ການພົບປະຄັ້ງນີ້, ຝ່າຍແຂວງສະຫວັນນະເຂດ ນຳໂດຍ ທ່ານ ປອ ພູລຳພອນ ສີຫາວົງ, ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະສື່ມວນຊົນແຂວງ ແລະ ຝ່າຍສື່ມວນຊົນນະຄອນດານັງ ນຳໂດຍ ທ່ານ ຮ່ວງ ກວາງ ນາມ, ຮອງອຳນວຍການວິທະຍຸ, ໜັງສືພິມ ແລະ ໂທລະພາບ ນະຄອນດານັງ.

ໃນໂອກາດກ່າວຕ້ອນຮັບຢ່າງອົບອຸ່ນ, ທ່ານ ປອ ພູລຳພອນ ສີຫາວົງ ໄດ້ມີຄຳເຫັນໂດຍເນັ້ນໜັກເຖິງຄວາມສຳຄັນຂອງສື່ມວນຊົນໃນການເປັນຂົວຕໍ່ແຫ່ງມິດຕະພາບ ໂດຍທ່ານໄດ້ຍົກໃຫ້ເຫັນວ່າ: ການມາເຄື່ອນໄຫວຂອງຄະນະສື່ມວນຊົນນະຄອນດານັງໃນຄັ້ງນີ້ ບໍ່ພຽງແຕ່ແມ່ນການປະຕິບັດໜ້າທີ່ວິຊາສະເພາະເທົ່ານັ້ນ ແຕ່ຍັງເປັນການຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະລະຫວ່າງ ແຂວງສະຫວັນນະເຂດ ແລະ ນະຄອນດານັງ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ສື່ມວນຊົນຈະເປັນພາກສ່ວນສຳຄັນທີ່ສຸດໃນການໂຄສະນາເຜີຍແຜ່ທ່າແຮງ, ກິດຈະກຳການລົງທຶນ ແລະ ແຫຼ່ງທ່ອງທ່ຽວທີ່ສວຍງາມຂອງແຂວງສະຫວັນນະເຂດ ອອກສູ່ສາຍຕາຊາວໂລກ ແລະ ນັກລົງທຶນຊາວຫວຽດນາມ.
ຕາມແຜນການເຄື່ອນໄຫວໃນລະຫວ່າງວັນທີ 16-17 ມີນາ ນີ້, ຄະນະສື່ມວນຊົນນະຄອນດານັງ ຈະໄດ້ລົງເກັບກຳຂໍ້ມູນ ແລະ ຖ່າຍທຳວິດີໂອກ່ຽວກັບເຂດເສດຖະກິດພິເສດສະຫວັນນະເຂດ, ການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ບັນດາໂຄງການຊ່ວຍເຫຼືອຕ່າງໆທີ່ສະໜັບສະໜູນໂດຍ ສສ ຫວຽດນາມ. ພ້ອມທັງຈະໄດ້ເຂົ້າສຳພາດການນຳແຂວງ ແລະ ຫົວໜ້າພະແນກການກ່ຽວຂ້ອງ ເພື່ອລວບລວມຂໍ້ມູນໃຫ້ມີຄວາມລະອຽດຄົບຖ້ວນ ໃນການສ້າງສື່ໂຄສະນາເພື່ອດຶງດູດການລົງທຶນ ແລະ ສົ່ງເສີມການທ່ອງທ່ຽວລະຫວ່າງສອງທ້ອງຖິ່ນໃຫ້ມີໃບໜ້າໃໝ່ທີ່ສົດໃສກວ່າເກົ່າ.
