ໃນວັນທີ 23 ສິງຫາ 2019 ຜ່ານມາ, ຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງປາຖະກະຖາ ເນື່ອງໃນໂອກາດ ວັນລັດຖະທຳມະນູນແຫ່ງ ສປປ ລາວຄົບຮອບ 28 ປີ ໂດຍການໃຫ້ກຽດຂື້ນປາຖະກະຖາຂອງ ທ່ານ ຄຳຜັນ ຄູນສະຫວັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງສະຫັວນນະເຂດ; ວັນຢຶດອຳນາດທົ່ວປະເທດ ສປປ ລາວ ຄົບຮອບ 44 ປີ, ວັນສ້າງຕັ້ງອາຊຽນ ຄົບຮອບ 52 ປີ, ວັນເກິດທ່ານ ຟີແດນ ກາສໂຕຣ ຣຸດສ ຄົບຮອບ 93 ປີ ໃຫ້ກຽດຂື້ນປາຖະກະຖາຂອງ ທ່ານ ແກ້ວອຸດອນ
ຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດ ຈັດຕັ້ງພິທີ ປາຖະກະຖາ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 110 ປີ ແລະ 3 ວັນສຳຄັນຂອງຊາດ
ໃນວັນທີ 11 ກໍລະກົດ 2019 ຜ່ານມາ, ຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງປາຖະກະຖາ ເນື່ອງໃນໂອກາດ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 110 ປີ, ວັນເກິດທ່ານ ແອຣເນສໂຕ ເຈ ເກວາຣາ ຄົບຮອບ 91 ປີ ໂດຍການໃຫ້ກຽດຂື້ນປາຖະກະຖາຂອງທ່ານ ທ່ານນາງ ຫົງຄຳ ໄຊຍະຄົມ
ຄະນະໂຄສະນາອົບຮົມ ແຂວງສະຫວັນນະເຂດ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ກົດໝາຍວ່າດ້ວຍ ສະຫະພັນນັກຮົບເກົ່າລາວ.
ໃນວັນທີ 11 ມີຖຸນາ 2019 ຜ່ານມາ. ສະຫະພັນນັກຮົບເກົ່າ ແຂວງສະຫວັນນະເຂດ ໄດ້ສົມທົບກັບ ຄະນະໂຄສະນາອົບຮົມແຂວງ ຈັດຕັ້ງກອງປະຊຸມເຜີຍແຜ່ ເຊື່ອມຊຶມ ກົດໝາຍວ່າດ້ວຍ ສະຫະພັນນັກຮົບເກົ່າລາວ ຂຶ້ນທີ່ ສະໂມສອນໂຮງຮຽນການເມືອງ-ການປົກຄອງແຂວງ.
ເປັນກຽດເຂົ້າຮ່ວມໃນການເຜີຍແຜ່ໃນຄັ້ງນີ້ມີ: ທ່ານ ພົນຈັດຕະວາ ສົມພອນ ແກ້ວມີໄຊ ເລຂາ ຄະນະພັກ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ; ທ່ານ ວົງເພັດ ໄຊສະຫງວນ
ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ຈັດຕັ້ງປາຖະກະຖາວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 59 ປິ ແລະ 3 ວັນປະຫວັດສາດ
ໃນວັນທີ 31 ພຶດສະພາ 2019 ຜ່ານມາ, ຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງປາຖະກະຖາ ເນື່ອງໃນໂອກາດ ວັນຜ່າວົງປິດລ້ອມຂອງກອງ ພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 60 ປີ, ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 59 ປິ ໂດຍການໃຫ້ກຽດຂື້ນ ປາຖະກະຖາຂອງທ່ານ ພັທ ບຸນເລີດ ບາງສະຫັວນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານ ແຂວງສະຫວັນນະເຂດ; ວັນເກິດ ປະທານໂຮ່ຈີມິນ ຄົບຮອບ 129 ປີ ແລະ ວັນຢຶດອຳນາດແຂວງ
![]() | ມື້ນີ້ | 9 |
![]() | ມື້ວານນີ້ | 43 |
![]() | ອາທິດນີ້ | 196 |
![]() | ເດືອນນີ້ | 483 |
![]() | ທັງໝົດ | 200585 |
ມີ 40 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌