ປາຖາກະຖາ ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ແລະ ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມືລາວ-ຫວຽດນາມ.
ໃນວັນທີ 15 ກໍລະກົດ 2016 ຜ່ານມາ. ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໄດ້ຈັດຕັ້ງການປາ ຖະກະຖາ ເນື່ອງໃນໂອກາດວັນຄ້າຍວັນເກີດຂອງທ່ານ ສຸພານຸວົງ ຄົບຮອບ 107 ປີ, ວັນເຊັນສົນທິສັນຍາ ມິດຕະພາບ ການຮ່ວມມືລາວ-ຫວຽດນາມ, ຄົບຮອບ 39 ປີ ແລະ ວັນສ້າງຕັ້ງສາຍພົວພັນກາຍທູດລາວ
-ຫວຽດນາມຄົບຮອບ 54 ປີ. ຂຶ້ນຢູ່ທີ່ ສະໂມສອນຫ້ອງວ່າການປົກຄອງແຂວງ. ໃຫ້ກຽດຂຶ້ນປາຖະກະຖາ ໂດຍ ທ່ານ ປິ່ງແກ້ວ ເຮື່ອງປັນຍາ ຮອງຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດ, ເຂົ້າຮ່ວມມີ: ທ່ານ ຄໍາເຜີຍ ຜັນທະຈອນ ຮອງເລຂາພັກແຂວງ ສະມາຊິກສະພາ ປະທານສະພາປະຊາຊົນຂັ້ນແຂວງ, ມີບັນ ດາ ຄະນະພັກ ເລຂາ, ຮອງເລຂາ, ຄະນະພັກຮາກຖານ, ໜ່ວຍພັກ, ຫົວໜ້າ, ຮອງຫົວໜ້າພະແນກກາ ນ-ກົມກອງ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຄະນະບັນຊາການກໍາລັງປ້ອງກັນ ຊາດ-ປ້ອງກັນຄວາມສະເຫງົບ, ຕະຫຼອດຮອດບັນດາສະຖາບັນການສຶກສາພາກລັດ ແລະ ເອກະຊົນ, ບໍ ລິສັດວິສະຫະກິດອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 289 ຄົນ, ຍິງ 65 ຄົນ.
ໃນພິທີ ທ່ານ ປິ່ງແກ້ວ ເຮື່ອງປັນຍາ ຮອງຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໄດ້ເລົ່າຄືນເຖິງ ຊີວິດ ,ພາລະກິດຜົນງານການເຄື່ອນໄຫວ ແລະ ຄຸນງາມຄວາມດີຂອງປະທານ ສຸພານຸວົງ ທີ່ມີຕໍ່ປະເທດ ຊາດ ແລະ ປວງຊົນລາວເຮົາ. ຫຼັງຈາກນັ້ນ ທ່ານ ຄໍາເຜີຍ ຜັນທະຈອນ ຮອງເລຂາພັກແຂວງ ສະມາຊິກ ສະພາ ປະທານສະພາປະຊາຊົນຂັ້ນແຂວງ ໄດ້ສືບຕໍ່ປາຖະກະຖາວັນເຊັນສົນທິສັນຍາມິດຕະພາບການ ຮ່ວມມືລາວ-ຫວຽດ ຄົບຮອບ 39 ປີ. ທ່ານໄດ້ຍົກໃຫ້ເຫັນເຖິງສະພາບແວດລ້ອມແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຄວາມສາມັກຄີພິເສດ ພ້ອມທັງໝາກຜົນອັນພົ້ນເດັ່ນ ຂອງການພົວພັນ ມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ- ຫວຽດນາມ.
ໃນໂອກາດດັ່ງກ່າວ ທ່ານຍັງໄດ້ຮຽກຮ້ອງໃຫ້ສະມະຊິກພັກ, ພະນັກງານ, ປະຊາຊົນທຸກຄົນ ຈົ່ງພ້ອມກັນ ສືບຕໍ່ເສີມຂະຫຍາຍເພີ້ມພູນຄູນສ້າງ, ຮໍ່າຮຽນເອົາແບບຢ່າງຄຸນງາມຄວາມດີຂອງ ປະທານ ສຸພານຸວົງ ແລະ ສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ- ຫວຽດນາມໄວ້ໃຫ້ໝັ້ນຄົງ, ຈົ່ງມີສະຕິລະວັງຕົວ, ມີຄວາມເອກະພາບ, ເປັນເຈົ້າການສະກັດກັ້ນ-ຕີຖອຍທຸກກົນອຸບາຍມ້າງເພທໍາລາຍຂອງອິດທິກໍາລັງປໍລະປັກ; ແລະ ພ້ອມກັນນັ້ນກໍເພີ້ມທະວີການຮ່ວມມື, ປະສານສົມທົບກັບການ ເຄື່ອນໄຫວໃນເວທີພາກພຶ້ນ ແລະ ສາກົນຢ່າງຄ່ອງແຄ້ວ.
![]() | ມື້ນີ້ | 68 |
![]() | ມື້ວານນີ້ | 84 |
![]() | ອາທິດນີ້ | 375 |
![]() | ເດືອນນີ້ | 2810 |
![]() | ທັງໝົດ | 210413 |
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌