ຄະນະໂຄສະນາອົບຮົມແຂວງສະຫວັນນເຂດ, ສຳເລັດການເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ່າວໜ້າ ພະແນກການອ້ອມຂ້າງແຂວງຊຸດທີ ຊຸດທີ IV ປີ 2023
ໃນຕອນເຊົ້າຂອງວັນທີ 13 ຕຸລາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຕັ້ງການຮຽນສະໜັບ ສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ມາຈາກ 10 ຄະນະພັກຮາກຖານ ແລະ 02 ໜ່ວຍພັກຮາກຖານພະ ແນກການອ້ອມຂ້າງແຂວງ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 37 ສະຫາຍ, ຍິງ 22 ສະຫາຍ. ເອກະສານທີ່ໃຊ້ເຂົ້າ ໃນການຮ່ຳຮຽນປະກອບມີ 02 ບົດຄື:
ເອກະສານອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ແລະ ເອກະສານສັງຄົມ ສັງຄົມນິຍົມ. ນອກຈາກການຮັບຟັງການບັນຍາຍເອກະສານແລ້ວ, ກໍ່ໄດ້ມີການ ແລກປ່ຽນຄໍາຄິດເຫັນຂອງຜູ້ເຂົ້າຮ່ຳຮຽນ ເພື່ອໃຫ້ເຂົ້າຮ່ວມໄດ້ຮັບຄວາມຮັບຮູ້ເຂົ້າໃຈ ນໍາເອົາບົດຮຽນໄປ ຝຶກຝົນຫຼໍ່ຫຼອມຕົນໃຫ້ອອກໝາກອອກຜົນ ກ້າວໄປເຖິງການພັດທະນາຕົນເອງໃຫ້ກ້າວໜ້າຂຶ້ນເລື້ອຍໆ ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີວຽກງານໃນຕໍ່ໜ້າ
![]() | ມື້ນີ້ | 56 |
![]() | ມື້ວານນີ້ | 95 |
![]() | ອາທິດນີ້ | 624 |
![]() | ເດືອນນີ້ | 833 |
![]() | ທັງໝົດ | 217842 |
ມີ 2 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌