ພິທີປະກາດແຕ່ງຕັ້ງທ່ານ ຄຳວິໃສ ຜຸຍຍະວົງ ເປັນຫົວໜ້າຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ
ໃນວັນທີ 4 ມີນາ 2021 ນີ້, ທີ່ຫ້ອງປະຊຸມຫ້ອງວ່າ ການປົກຄອງແຂວງສະຫວັນ ນະເຂດ, ໄດ້ຈັດພິທີປະກາດ ແຕ່ງຕັ້ງພະນັກງານ ແລະເຊັນ ບົດບັນທຶກການມອບ-ຮັບໜ້າ ທີ່ຂອງພະນັກງານການນຳຂັ້ນ ສູງຄະນະໂຄສະນາອົບຮົມ ແຂວງ ໂດຍການເປັນກຽດ ເຂົ້າຮ່ວມໃນພິທີຄັ້ງນີ້ຂອງ ທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງຊີ້ນຳ ວຽກງານແນວຄິດ ແລະວຽກງານພັກ-ພະນັກງານ, ມີພະແນກການ ກົມກອງອ້ອມຂ້າງແຂວງ ຈຳນວນໜຶ່ງ, ພ້ອມດ້ວຍ
ຄະນະນຳ ແລະ ພະນັກງານພາຍ ໃນຄະນະໂຄສະນາອົບຮົມ ແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ນາງ ຫົງຄຳ ໄຊຍະຄົມ ຮອງຫົວໜ້າຄະນະ ໂຄສະນາອົບຮົມແຂວງກໍ່ໄດ້ ຂຶ້ນຜ່ານບົດສະຫຼຸບການຊີ້ ນຳ-ນຳພາວຽກງານຂອງຄະ ນະໂຄສະນາອົບຮົມແຂວງໃນ ໄລຍະຜ່ານມາ ພ້ອມທິດທາງ ແຜນການໃນ 5 ປີຕໍ່ໜ້າ, ຈາກນັ້ນ ຕາງໜ້າຄະນະຈັດຕັ້ງ ແຂວງກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງສະຫວັນນະ ເຂດເລກທີ 0202/ຈຂ.ສຂ, ລົງວັນທີ 19/01/2021 ວ່າ ດ້ວຍການແຕ່ງຕັ້ງພະນັກງານ ຊຶ່ງໄດ້ຕົກລົງແຕ່ງຕັ້ງ ທ່ານ ຄຳວິໃສ ຜຸຍຍະວົງ ກຳມະ ການ ປະຈຳພັກແຂວງເປັນ ຫົວໜ້າຄະນະໂຄສະນາອົບ ຮົມແຂວງໂອກາດນີ້, ໃນພິທີ ກໍ່ໄດ້ມີການເຊັນບົດບັນທຶກ ການມອບ-ຮັບໜ້າທີ່ລະ ຫວ່າງທ່ານ ແກ້ວອຸດອນ ແກ້ວ ດວງດີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຮັກສາການຫົວໜ້າໂຄສະນາອົບຮົມແຂວງ ແລະທ່ານ ຄຳວິໃສ ຜຸຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງຄົນໃໝ່.
ໃນຕອນທ້າຍຂອງກອງ ປະຊຸມ, ກໍ່ໄດ້ຮັບຟັງການໃຫ້ ທິດຊີ້ນຳຈາກທ່ານຮອງເລ ຂາພັກແຂວງ ໂດຍທ່ານໄດ້ຍົກ ໃຫ້ເຫັນເຖິງຄວາມສຳຄັນ ແລະຈຳເປັນໃນການປັບປຸງ ການຈັດຕັ້ງພາຍໃນຄະນະໂຄສະນາອົບຮົມແຂວງໃນຄັ້ງນີ້ ພ້ອມທັງຊີ້ນຳບາງວຽກງານ ທີ່ຈະຕ້ອງພ້ອມກັນສືບຕໍ່ເອົາ ໃຈໃສ່ໃນຕໍ່ໜ້າຕື່ມອີກໂດຍ ສະເພາະແມ່ນວຽກງານການ ເມືອງ-ແນວຄິດທີ່ເປັນວຽກ ງານສຳຄັນຕົ້ນຕໍກວ່າໝູ່.
![]() | ມື້ນີ້ | 47 |
![]() | ມື້ວານນີ້ | 84 |
![]() | ອາທິດນີ້ | 354 |
![]() | ເດືອນນີ້ | 2789 |
![]() | ທັງໝົດ | 210392 |
ມີ ໜຶ່ງ ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌