- ລາຍລະອຽດ
-
ສ້າງຂື້ນເມື່ອ ວັນສຸກ, 30 ຕຸລາ 2020 07:11
-
ຂຽນໂດຍ ກິຕ້າ

ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດລົງເຄື່ອນໄຫວຕິດຕາມຊຸກຍູ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ 2 ເມືອງເມືອງພີນ ແລະ ເມືອງເຊໂປນ ທີ່ຖືກນ້ຳຖ້ວມ.
ມາໃນວັນທີ 22/10/2020 ຜ່ານມາ ຄະນະໂຄສະນາອົບຮົມແຂວງນໍາໂດຍ ທ່ານ ແກ້ວອຸດອນແກ້ວດວງດີ ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍວິຊາການ 2 ສະຫາຍ, ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ມອບເຄື່ອງຊ່ວຍ ເຫຼືອໃຫ້ແກ່ 2 ເມືອງເມືອງພີນ ແລະ ເມືອງເຊໂປນທີ່ຖືກນ້ໍາຖ້ວມ. ເຊີ່ງແຕ່ລະເມືອງມີດັ່ງນີ້:
-
ເມືອງພີນ ເຊີ່ງການນຳຂອງເມືອງນຳໂດຍທ່ານ ດຣ ໂອໄດ ໄຊສິດທິເດດ ຮອງເລຂາພັກເມືອງໆພີນ ແລະ ຄະນະໂຄສະນາອົບຮົມເມືອງໄດ້ຕອນຮັບ ເຊິ່ງທ່ານໄດ້ລາຍງານສະພາບໂດຍຫຍໍ້ໃຫ້ຊາບວ່າ: ເມືອງພີນຂອງພວກເຮົາຖືກຜົນກະທົບໜັກພາຍໃນ 2 ປີນີ້ ມີຝົນຕົກໜັກເຮັດໃຫ້ນ້ຳຖ້ວມໄຮ່ນາ, ເຮືອນ-ຊານຂອງພໍ່ແມ່ປະຊາຊົນຖືກເສຍຫາຍຢ່າງຫຼວງຫຼາຍ ເຊິ່ງບ້ານທີ່ຖືກນ້ຳຖ້ວມມີ 45 ບ້ານ, ມີ 14,945 ຄົນ, ມີ 1031 ຄອບຄົວ, ຍົກຍ້າຍ496 ຫຼັງຄາ ແລະ ໂຮງຮຽນ 20 ແຫ່ງຖືກນ້ໍາຖ້ວມ.
ເຊິ່ງທາງເມືອງໄດ້ລະດົມກຳລັງລົງຊ່ວຍປະຊາຊົນ, ໄດ້ນຳເອົາເຂົ້າ, ນ້ຳດຶ່ມລົງຊ່ວຍໃນເຂດທີ່ຖືກນ້ໍາຖ້ວມ. ໂດຍທົ່ວໄປແລ້ວປະຊາຊົນແມ່ນຍັງມີຄວາມເຊື່ອໝັ້ນຕໍ່ການຊີ້ນຳໆພາຂອງອົງຄະນະພັກເມືອງ.
ຈາກນັ້ນທ່ານ ແກ້ວອຸດອນ ແກ້ວດວງດີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ຊີ້ນຳໃຫ້ເອົາໃຈໃສ່ທາງດ້ານແນວຄິດການເມືອງ, ປຸກລະດົມທຸກກຳລັງແຮງຂອງການຈັດຕັ້ງ-ສັງຄົມ ເຂົ້າຊ່ວຍເຫຼືອຜູ້ຖືກນ້ຳຖ້ວມ ເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ, ເພື່ອຫຼິກລ້ຽງການກ່າວໂຈມຕີໃສ່ຮ້າຍປ້າຍສີຕໍ່ການນໍາພາຂອງພັກ-ລັດ ແລະ ການຈັດຕັ້ງຂັ້ນເທີງ.
-
ດ້ານຫາງສຽງສັງຄົມເອົາໃຈໃສ່ຕິດຕາມຫາງສຽງສັງຄົມ ການກ່າວໂຈມຕີໃສ່ຮ້າຍປ້າຍສີຂອງຄົນບໍ່ດີ ໂດຍສະເພາະເຂດຫຼໍ່ແຫຼມຂອງພວກສາດສະໜາ ໃຫ້ເອົາໃຈໃສ່ຕິດຕາມຕື່ມ ທາງດ້ານຄວາມສະຫງົບໃນເວລາຍົກຍ້າຍວັດຖຸສິ່ງຂອງ ເພື່ອບໍ່ໃຫ້ມີຄົນສວຍໂອກາດ ແລະ ບັນຫາຕາມມາ.
-
ເອົາໃຈໃສ່ຊີ້ນຳວຽກງານ ຄວາມປອດໄພທາງດ້ານສຸຂະພາບຂອງປະຊາຊົນ.
ນອກນັ້ນຄະນະໂຄສະນາອົບຮົມແຂວງຍັງໄດ້ມອບນ້ຳດຶ່ມໃຫ້ຄະນະຮັບຜິດຊອບໄພພິບັດເມືອງພີນ ມີນ້ຳຈຳນວນ 60 ແຟັກມູນຄ່າ 480,000 ກີບ.
-
ເມືອງເຊໂປນ ໃນຕອນບ່າຍຂອງວັນທີ 22/10/20202 ຄະນະໂຄສະນາອົບຮົມແຂວງພ້ອມດ້ວຍວິຊາການ ກໍ່ໄດ້ ເຮັດວຽກນຳຄະນະປະຈຳພັກເມືອງເຊໂປນ ພ້ອມກັບທ່ານຫົວໜ້າຄະນະໂຄສະນາອົບຮົມເມືອງ. ເຊິ່ງທ່ານ ສົມບັດ ອິດທະວົງ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໄດ້ລາຍງານກ່ຽວກັບສະພາບນ້ໍາຖ້ວມຢູ່ເມືອງເຊໂປນ ເຊິ່ງໃນປີນີ້ພະຍຸໄດ້ຮ້າຍແຮງກວ່າໝູ່ ມີຝົນຕົກຕໍ່ເນື່ອງຫຼາຍວັນເຮັດໃຫ້ນ້ຳຖ້ວມເຮືອນຂອງປະຊາຊົນ 40 ກວ່າບ້ານທີ່ໄດ້ຮັບຜົນກະທົບ. ສ່ວນການຕ້ານ ແລະ ການຊ່ວຍເຫຼືອ ທາງເມືອງກໍ່ບໍ່ໄດ້ລົດລະ ມີການແຕ່ງຕັ້ງອະນຸກຳມະການກະກຽມຕົກລົງໄວ້ເພື່ອປ້ອງກັນ.
ໃນຕອນທ້າຍທ່ານ ແກ້ວອຸດອນ ແກ້ວດວງດີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເນັ້ນຕຶ່ມໂດຍພື້ນຖານແລ້ວກໍ່ມີຄວາມເຊື່ອໝັ້ນຕໍ່ການນຳພາຂັ້ນເມືອງ ແຕ່ໃຫ້ເອົາໃຈໃສ່ຄື:
-
ເອົາໃຈໃສ່ຕື່ມນຳພາດ້ານການເມືອງ-ແນວຄິດ ແລະ ບັນຫາຫາງສຽງສັງຄົມພາຍໃນເມືອງ.
-
ເອົາໃຈໃສ່ຊ່ວຍເຫຼືອປະຊາຊົນຜູ້ທີ່ຖືກເຄາະຮ້າຍ.
-
ເອົາໃຈໃສ່ແກ້ໄຂບັນຫາຫາງສຽງທີ່ຈະເກີດຂື້ນໃຫ້ທັນກັບເຫດການ.
-
ຄວາມສະຫງົບປອດໄພຂອງປະຊາຊົນໂດຍສະເພາະກຸ່ມແກ່ງສວຍໂອກາດ.
-
ດ້ານສຸກຂະພາບຂອງພໍ່ແມ່ປະຊາຊົນໃນເວລານ້ຳບົກຫຼືບັນຫາອື່ນໆ
ຈາກນັ້ນກໍ່ໄດ້ໄປເບິ່ງຕົວຈິງບ້ານວັງໂຄ້ງທີ່ຖືກນ້ຳພັດໄປຈົນໝົດບ້ານ ເຫຼືອແຕ່ເຮືອນ 2 ຫຼັງແລ້ວກໍ່ໄດ້ມອບນ້ຳດຶ່ມຈຳນວນ 70 ແຟັກ, ມູນຄ່າ 560,000 ກີບ ໃຫ້ອໍານາດການປົກຄອງບ້ານທີ່ຖືກເຄາະຮ້າຍ.
ລວມທັງ 2 ເມືອງ ມີນ້ຳ 130 ແກ໋ດ, ລວມມູນຄ່າ 1,040,000 ກີບ ໃນນັ້ນຫ້ອງການໃຫ້ 50 ແຟັກ, ລະດົມໄດ້ທາງນອກ 80 ແຟັກ.
