ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ         

       ຊົມເຊີຍວັນ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ                                                                                                                               

  • ປາຖາກະຖາ ວັນຄ້າຍວັນເກີດຂອງປະທານ ສຸ
  • ແຂວງສະຫວັນນະເຂດ
ປາຖາກະຖາ ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ແລະ ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມືລາວ-ຫວຽດນາມ.

ປາຖາກະຖາ ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ແລະ ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມືລາວ-ຫວຽດນາມ.

  ປາຖາກະຖາ ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ແລະ ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມືລາ...
ແຂວງສະຫວັນນະເຂດ

ແຂວງສະຫວັນນະເຂດ

ແຂວງສະຫວັນນະເຂດ ຕັ້ງຢູ່ໃນເສັ້ນຂະໜານທີ 16° 32′ 24″ ເໜືອ ແລະ ເສັ້ນແວງທີ 105&...
Previous
Next

ຄະນະໂຄສະນາອົບຮົມແຂວງ​ສະ​ຫວັນ​ນະ​ເຂດລົງເຄື່ອນໄຫວຕິດຕາມຊຸກຍູ້ມອບເຄື່ອງຊ່ວຍເຫຼືອ...

ຄະນະໂຄສະນາອົບຮົມແຂວງສະ​ຫວັນ​ນະ​ເຂດລົງເຄື່ອນໄຫວຕິດຕາມຊຸກຍູ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ 2 ເມືອງເມືອງພີນ ແລະ ເມືອງເຊໂປນ ທີ່ຖືກນ້ຳຖ້ວມ.

ມາໃນວັນທີ 22/10/2020 ຜ່ານມາ ຄະນະໂຄສະນາອົບຮົມແຂວງນໍາໂດຍ ທ່ານ ແກ້ວອຸດອນແກ້ວດວງດີ ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍວິຊາການ 2 ສະຫາຍ, ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ມອບເຄື່ອງຊ່ວຍ ເຫຼືອໃຫ້ແກ່ 2 ເມືອງເມືອງພີນ ແລະ ເມືອງເຊໂປນທີ່ຖືກນ້ໍາຖ້ວມ. ເຊີ່ງແຕ່ລະເມືອງມີດັ່ງນີ້:

  • ເມືອງພີນ ​ເຊີ່ງກ​ານ​ນຳ​ຂອງ​ເມືອງ​ນຳໂດຍ​ທ່ານ ດຣ ໂອໄດ ໄຊສິດທິເດດ ຮອງເລຂາພັກເມືອງໆພີນ ແລະ ຄະນະໂຄສະນາອົບຮົມເມືອງ​ໄດ້​ຕອນ​ຮັບ ເຊິ່ງທ່ານໄດ້ລາຍງານສະພາບໂດຍຫຍໍ້ໃຫ້ຊາບວ່າ: ເມືອງພີນຂອງພວກເຮົາຖືກຜົນກະທົບໜັກພາຍໃນ 2 ປີນີ້ ມີຝົນຕົກໜັກເຮັດໃຫ້ນ້ຳຖ້ວມໄຮ່ນາ, ເຮືອນ-ຊານຂອງພໍ່ແມ່ປະຊາຊົນຖືກເສຍຫາຍຢ່າງຫຼວງຫຼາຍ ເຊິ່ງບ້ານທີ່ຖືກນ້ຳຖ້ວມມີ 45 ບ້ານ, ມີ 14,945 ຄົນ, ມີ 1031 ຄອບຄົວ, ຍົກຍ້າຍ496 ຫຼັງຄາ ແລະ ໂຮງຮຽນ 20 ແຫ່ງຖືກນ້ໍາຖ້ວມ.

ເຊິ່ງທາງເມືອງໄດ້ລະດົມກຳລັງລົງຊ່ວຍປະຊາຊົນ, ໄດ້ນຳເອົາເຂົ້າ, ນ້ຳດຶ່ມລົງຊ່ວຍໃນເຂດທີ່ຖືກນ້ໍາຖ້ວມ. ໂດຍທົ່ວໄປແລ້ວປະຊາຊົນແມ່ນຍັງມີຄວາມເຊື່ອໝັ້ນຕໍ່ການຊີ້ນຳໆພາຂອງອົງຄະນະພັກເມືອງ.

ຈາກນັ້ນທ່ານ ແກ້ວອຸດອນ ແກ້ວດວງດີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ຊີ້ນຳໃຫ້ເອົາໃຈໃສ່ທາງດ້ານແນວຄິດການເມືອງ, ປຸກລະດົມທຸກກຳລັງແຮງຂອງການຈັດຕັ້ງ-ສັງຄົມ ເຂົ້າຊ່ວຍເຫຼືອຜູ້ຖືກນ້ຳຖ້ວມ ເພື່ອ​ຊ່ວຍ​ເຫຼືອ​ເພື່ອນ​ມະ​ນຸດ​ດ້ວຍ​ກັນ, ເພື່ອຫຼິກລ້ຽງການກ່າວໂຈມຕີໃສ່ຮ້າຍປ້າຍສີຕໍ່ການນໍາພາຂອງພັກ-ລັດ ແລະ ການຈັດຕັ້ງຂັ້ນເທີງ.

  • ດ້ານຫາງສຽງສັງຄົມເອົາ​ໃຈ​ໃສ່​ຕິດ​ຕາມ​ຫາງ​ສຽງ​ສັງ​ຄົມ ການກ່າວໂຈມຕີໃສ່ຮ້າຍປ້າຍສີຂອງຄົນ​ບໍ່​ດີ ໂດຍສະເພາະເຂດຫຼໍ່ແຫຼມຂອງພວກສາດສະໜາ ໃຫ້ເອົາໃຈໃສ່ຕິດຕາມຕື່ມ ທາງດ້ານຄວາມສະຫງົບໃນເວລາຍົກຍ້າຍວັດຖຸສິ່ງຂອງ ເພື່ອບໍ່ໃຫ້ມີຄົນສວຍໂອກາດ ແລະ ບັນ​ຫາ​ຕາມ​ມາ.
  • ​ເອົາ​ໃຈ​ໃສ່​ຊີ້​ນຳ​ວຽກ​ງານ ຄວາມປອດໄພທາງດ້ານສຸຂະພາບຂອງປະຊາຊົນ.

ນອກນັ້ນຄະນະໂຄສະນາອົບຮົມແຂວງຍັງໄດ້ມອບນ້ຳດຶ່ມໃຫ້ຄະນະຮັບຜິດຊອບໄພພິບັດເມືອງພີນ ມີນ້ຳຈຳນວນ 60 ແຟັກມູນຄ່າ 480,000 ກີບ.

 

  • ເມືອງເຊໂປນ ໃນຕອນບ່າຍຂອງວັນທີ 22/10/20202 ຄະນະໂຄສະນາອົບຮົມແຂວງພ້ອມດ້ວຍວິຊາການ ກໍ່ໄດ້ ເຮັດວຽກນຳຄະນະປະຈຳພັກເມືອງເຊໂປນ ພ້ອມ​ກັບ​ທ່ານ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ເມືອງ. ເຊິ່ງທ່ານ ສົມບັດ ອິດທະວົງ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໄດ້ລາຍງານກ່ຽວກັບສະພາບນ້ໍາຖ້ວມຢູ່ເມືອງເຊໂປນ ເຊິ່ງໃນປີນີ້ພະຍຸໄດ້ຮ້າຍແຮງກວ່າໝູ່ ມີຝົນຕົກຕໍ່ເນື່ອງຫຼາຍວັນເຮັດໃຫ້ນ້ຳຖ້ວມເຮືອນຂອງປະຊາຊົນ 40 ກວ່າບ້ານທີ່ໄດ້ຮັບຜົນກະທົບ. ສ່ວນການຕ້ານ ແລະ ການຊ່ວຍເຫຼືອ ທາງເມືອງກໍ່ບໍ່ໄດ້ລົດລະ ມີການແຕ່ງຕັ້ງອະນຸກຳມະການກະກຽມຕົກລົງໄວ້ເພື່ອປ້ອງກັນ.

 ໃນຕອນທ້າຍທ່ານ ແກ້ວອຸດອນ ແກ້ວດວງດີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເນັ້ນຕຶ່ມໂດຍພື້ນຖານແລ້ວກໍ່ມີຄວາມເຊື່ອໝັ້ນຕໍ່ການນຳພາຂັ້ນເມືອງ ແຕ່ໃຫ້ເອົາໃຈໃສ່ຄື:

  1. ເອົາໃຈໃສ່ຕື່ມນຳພາດ້ານການເມືອງ-ແນວຄິດ ແລະ ບັນຫາຫາງສຽງສັງຄົມພາຍໃນເມືອງ.
  • ເອົາໃຈໃສ່ຊ່ວຍເຫຼືອປະຊາຊົນຜູ້ທີ່ຖືກເຄາະຮ້າຍ.
  • ເອົາໃຈໃສ່ແກ້ໄຂບັນຫາຫາງສຽງທີ່ຈະເກີດຂື້ນໃຫ້ທັນກັບເຫດການ.
  1. ຄວາມສະຫງົບປອດໄພຂອງປະຊາຊົນໂດຍສະເພາະກຸ່ມແກ່ງສວຍໂອກາດ.
  2. ດ້ານສຸກຂະພາບຂອງພໍ່ແມ່ປະຊາຊົນໃນເວລານ້ຳບົກຫຼືບັນຫາອື່ນໆ

ຈາກນັ້ນກໍ່ໄດ້ໄປເບິ່ງຕົວຈິງບ້ານວັງໂຄ້ງທີ່ຖືກນ້ຳພັດໄປຈົນໝົດ​ບ້ານ ເຫຼືອແຕ່ເຮືອນ 2 ຫຼັງແລ້ວກໍ່ໄດ້ມອບນ້ຳດຶ່ມຈຳນວນ 70 ແຟັກ, ມູນຄ່າ 560,000 ກີບ ໃຫ້ອໍານາດການປົກຄອງບ້ານທີ່ຖືກເຄາະຮ້າຍ.

ລວມທັງ 2 ເມືອງ ມີນ້ຳ 130 ແກ໋ດ, ລວມມູນຄ່າ 1,040,000 ກີບ ໃນ​ນັ້ນ​ຫ້ອງ​ການ​ໃຫ້ 50 ແຟັກ, ລະ​ດົມ​ໄດ້​ທາງນອກ 80 ແຟັກ.

ສາຍພົວພັນລາວ-ຫວຽດນາມ

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີມວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ຢ່າງສຸດໃຈ!

ວີດີໂອ....

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ກູ້ໄພ:           1629

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

 

ສະຖິຕິຜູ້ເຂົ້າຊົມ:

210407
ມື້ນີ້ມື້ນີ້62
ມື້ວານນີ້ມື້ວານນີ້84
ອາທິດນີ້ອາທິດນີ້369
ເດືອນນີ້ເດືອນນີ້2804
ທັງໝົດທັງໝົດ210407

ຈຳນວນຄົນອອນໄລ໌ທ

ມີ 10  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌